ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສື່ມວນຊົນຈີນ ຕິຕຽນ ທ່ານນາງ ຄລິນຕັນ ກ່ອນການຢ້ຽມຢາມ


ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດ
ສື່​ມວນ​ຊົນ​ຂອງລັດຖະບານ​ຈີນ ​ພິມ​ເຜີຍ​ແຜ່ບົດ​ຄວາ​ມ
ທີ່​ຕຳ​ໜິຕິຕຽນຢ່າງ​ແຮງ​ຕໍ່ລັດຖະມົນຕີ​ການຕ່າງປະ​ເທດ
ສະຫະລັດ ທ່ານ​ນາງ Hillary Clinton ​ໃນ​ຂະນະ​ທີ່
ທ່ານ​ນາງ​ເລີ່​ມ​ໃນ​ອັນ​ທີ່​ເອີ້ນວ່າ ອາດ​ຈະ​ເປັນ​ການ​ເດີນ
ທາງ​ໄປ​ຢ້ຽມຢາມ ຈີນຄັ້ງສຸດ​ທ້າ​ຍ ໃນ​ນາມ​ລັດຖະມົນຕີ​
ການ​ຕ່າງປະ​ເທດ​ສະຫະລັດ​ໃນ​ວັນ​ອັງຄານ ​ມື້ນີ້.

ໜັງສືພິມ The Global Times ຊຶ່ງເປັນປາກ​ກະບອກ​ສຽງ​ຂອງ​ພັກ​ຄອມ​ມິ​ວ ນິສ​ກ່າວ​ວ່າ ກ່ອນ​ການໄປຢ້ຽມຢາມ​ຂອງທ່ານ​ນາງ Clinton, ທ່ານ​ນາງ​ຄວນ ຫວນ​ຄິດ​ເຖິງ​ການ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ ​ທີ່​ການ​ເຂົ້າຮັບ​ຕຳ​ແໜ່​ງ ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເປັນ​ເວລາ​ສີ່​ປີ ໄດ້​ນໍາ​ມາສູ່​ຄວາມ​ສໍາພັນລະ ຫວ່າງ​ສະຫະລັດ ກັບ​ຈີນ. ໜັງ​ສື​ພິມ ສະບັບ​ນີ້ຍັງ​ກ່າວເພີ້ມ​ອີກ​ວ່າ “ປະຊາຊົນ​ຈີນ​ຫລາຍ​ຄົນ ບໍ່​ມັກທານ​ນາງ Clinton ແລະ​ກ່າວ​ຫາ​ທ່ານ​ນາງວ່າ ນໍາພາ​ໃຫ້​ເກີດ “ຄວາມບໍ່​ໄວ້​ເນື້ອ​ເຊື່ອ​ໃຈກັນ​ຢ່າງ​ລຶກຊື້​ງ” ລະ​ຫວ່າງສອງ​ປະ​ເທດທີ່​ມີ​ເສດຖະກິດ​ ໃຫຍ່​ທີ່​ສຸດຂອງ​ໂລກ.

ຢູ່​ໃນ​ບົດ​ບັນນາທິການ​ອີກ​ສະບັບ​ນຶ່ງ​ຂອງໜັງສືພິມ The Glorbal Times ​ໄດ້​ກ່າວໂຈມ​ຕີ​ຢ່າງ​ແຮງ​ຕໍ່​ບົດບາດ​ຂອງທ່ານ​ນາງ Clinton ກ່ຽວ​ກັບສໍ​າພັນ​ທະມິດ ລະຫວ່າງສະຫະລັດແລະ​ຈີນ. ໜັງສື​ພິມສະບັບ​ນີ້ເວົ້າວ່າ ການ​ຊຸກຍູ້​ນະ​ໂຍບາຍ ການ​ຫັນປ່ຽນ​ໄປ​ສູ່​ເຂດ​ເອ​ເຊຍ​ຂອງລັດຖະບານ Obama ​ໂດຍ​ທ່ານ​ນາງ Clin
ton ນັ້ນ ໄດ້​ພາ​ໃຫ້​ເກີດມີ​ບັນຍາກາດ “​ໃນ​ທາງ​ລົບ ​ແລະ​ຄວາມ​ສົງ​ໄສ” ​ຢູ່ໃນ​ຕໍ່​ຄວາມ​ສຳພັນ​ສອງຝ່າຍ. ​ແຕ່​ໜັງສືພິມ​ນີ້​ທໍານາຍ​ວ່າ ອິດ​ທິພົນຂອງ​ທ່ານ​ນາງຈະ ​ມີ​ພຽງ​ເລັກ​ນ້ອຍ ​ແລະ​ຄວາມສໍາພັນ​ນັ້ນ ຈະ​ບໍ່​ໄດ້​ຮັບ​ການກຳນົດ​ໂດຍ “ບຸກຄົນ​ຜູ້​ດຽວ​ທີ່​ຊອກ​ຫາ​ເລື້ອງ.”

ທ່ານ​ນາງ Clinton ກໍາລັງ​ທໍາ​ການ​ຢ້ຽມຢາມຫົກ​ປະ​ເທດ​ໃນ​ເອ​ເຊຍ ເປັນ​ເວລາ 10 ​ມື້. ນີ້ແມ່ນ​ການ​ເດີນ​ທາງ​ຄັ້ງ​ທີ່​ສາມຂອງ​ທ່ານນາງ​ໄປ​ຢ້ຽມຢາມ​ຂົງ​ເຂດດັ່ງ ກ່າວ ນັບ​ຕັ້ງ​ແຕ່​ເດືອນ​ພຶດສະພາ​ເປັນຕົ້ນມາ. ທ່ານ​ນາງ​ ກໍາລັງ​ຊ່ວຍໃນ​ການ ຈັດຕັ້ງປະຕິບັດການ​ຫັນປ່ຽນ​ໄປ​ສູ່​ເຂດ​ມະຫາ​ສະມຸດ​ປາຊີຟິກຂອງລັດຖະບານ ທ່ານ Obama ​ຊຶ່ງ​ບັນດາ​ຜູ້​ນໍາ​ຂອງ​ປັກ​ກິ່ງຫຼາຍໆ​ຄົນ ພາກັນ​ຕີ​ຄວາ​ມໝາ​ຍວ່າ ກໍາລັງ​ແນ່ໃສ່ເພື່ອ​ຄວບ​ຄຸມ​ຈີນ ທີ່​ກໍ​າລັງໂຜ່​ໂ​ຕ​ຂື້ນ​ເປັນ​ມະຫາ​ອໍານາດ​ຂອງໂລກ.
XS
SM
MD
LG