ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊິ້ນສ່ວນ ຈາກໂຄງການ ອະວະກາດຈີນ ຕົກໃສ່ ຫຼາຍເຂດໃນພາກໃຕ້ຂອງລາວ


ຊິ້ນສ່ວນ ຈາກໂຄງການອະວະກາດຈີນ ທີ່ຕົກລົງມາ ໃນເຂດ ແຂວງທາງພາກໃຕ້ຂອງລາວ. ພາບສະໜອງໂດຍອົງ​ການ​ຂ່າວ ເຟສ​ບຸກ ABC Laos.
ຊິ້ນສ່ວນ ຈາກໂຄງການອະວະກາດຈີນ ທີ່ຕົກລົງມາ ໃນເຂດ ແຂວງທາງພາກໃຕ້ຂອງລາວ. ພາບສະໜອງໂດຍອົງ​ການ​ຂ່າວ ເຟສ​ບຸກ ABC Laos.

ຊິ້ນ​ສ່ວນ​ຈາກ​ໂຄງ​ການ​ອະ​ວະ​ກາດ​ຈີນ ຕົກ​ໃສ່​ພາກ​ໃຕ້​ຂອງ​ລາວ ແລະ​ພາກ​ເໜືອຂອງ
​ ກຳ​ປູ​ເຈຍ.

ລາຍ​ງານ​ຂ່າວ​ແຈ້ງວ່າ ເສດ​ຊິ້ນ​ສ່ວນ​ຈາກ​ໂຄງ​ການ​ອະ​ວະ​ກາດ​ຈີນ ໄດ້​ຕົກ​ໃສ່​ຫຼັງ​ຄາ​
ເຮືອນ​ ແລະ​ເດີ່ນ​ບ້ານຂອງ​ປະ​ຊາ​ຊົນ​ ທີ່​ບ້ານ​ທົ່ງ​ເສັດ ເມືອງ​ປາ​ກ​ຊ່ອງ ແຂວງ​ຈຳ​ປາ​ສັກ
ແລະ​ຢູ່​ອີກ​ບ່ອນ​ນຶ່ງ ແມ່ນ​ຕົກ​ໃສ່​ເດີ່ນ​ໂຮງ​ຮຽນ ​ທີ່​ບ້ານ​ໜອງຕົມ ເມືອງ​ເລົ່າ​ງາມແຂວງ​
ສາ​ລະ​ວັນ ເມື່ອຕອນ​ແລງ​ຂອງ​ວັນ​ທີ 23 ພຶດ​ສະພາ ຜ່ານ​ມາ.

ລາຍ​ງານ​ຂ່າວ​ຂອງ​ໜັງ​ສື​ພິມ​ອອນ​ລາຍ​ນ໌ Space Daily ທີ່ອອກໃນວັນທີ 27 ພຶດສະ
ພາແຈ້ງວ່າ ເສດຊິ້ນສ່ວນເຫຼົ່ານັ້ນ ອາດ​ເປັນ​ຂອງ​ດາວ​ທຽມ Yaogan-33 ທີ່​ສົ່ງ​ຂຶ້ນ​ສູ່​
ອະວະກາດ ໂດຍຈະຫຼວດ Long March-4C ໃນ​ຕອນ​ເຊົ້າ​ ວັນ​ພະ​ຫັດແລ້ວ. ລາຍ
ງານແຈ້ງວ່າ ຈະຫຼວດທ່ອນທີນຶ່ງ​ແລະ​ທີ​ສອງ​ ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ ແຕ່ທ່ອນ
ທີ 3 ໄດ້ມີບັນຫາ.

ເສດ​ຊິ້ນ​ສ່ວນ​ເຫຼົ່າ​ນີ້ ອາດ​ເປັນ​ຂອງ​ຈະ​ຫຼວດ​ທ່ອນ​ທີ​ສາມ ​ແລະ​ດາວ​ທຽມ​ໜ່ວຍດັ່ງ​ກ່າວ.

ກ່ອນ​ໜ້ານີ້ ທາງ​ກະ​ຊວງ​ໂຍ​ທາ​ທິ​ການ​ ແລະ​ຂົນ​ສົ່ງ​ຂອງ​ລາວ ກໍ​ໄດ້​ອອກ​ແຈ້ງການ​
ສະ​ບັບ​ນຶ່ງ​ ໄປ​ຍັງ​ຫ້າ​ແຂວງ​ພາກ​ໃຕ້​ ຮວມ​ມີ ຈຳ​ປາ​ສັກ ສາ​ລະ​ວັນ ອັດ​ຕະປື ເຊກອງ
ແລະ​ສະ​ຫວັນ​ນະ​ເຂດ ວ່າ ອາດຈະ​ມີ​ຊິ້​ນ​ສ່ວນ​ຈາກ​ໂຄງ​ການ​ອະ​ວະ​ກາດ​ຈີນ ​ຕົກ​ໃນ
​ເຂດ​ດັ່ງ​ກ່າວ ແລະ​ຖ້າ​ຫາກ​ມີ​ຄວາມ​ເສຍ​ຫາຍ​ໃດໆ ຈີນ​ຈະ​ເປັນຜູ້​ຮັບ​ຜິດ​ຊອບ​ທັງ​ໝົດ.

ເວ​ລານີ້ ເຈົ້າ​ໜ້າ​ທີ່​ລາວ​ ພວມກວດ​ສອບ ​ແລະເກັບ​ເອົາ​ເສດ​ຊິ້ນ​ສ່ວນ​ທັງ​ໝົດ ​ຂອງ
​ດາວ​ທຽມ​ຈີນ ເພື່ອ​ໄວ້​ເປັນ​ຂໍ້​ມູນ ​ແລະ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ໄດ້​ຊາບ.

ສ່ວນ​ຢູ່​ກຳ​ປູ​ເຈຍນັ້ນ ລາຍ​ງານ​ຂ່າວ​ແຈ້ງວ່າ ປະ​ຊາ​ຊົນ​ໄດ້​ຍິນ​ສຽງ​ລະ​ເບີດ​ດັງຂຶ້ນ ແລະ
​ຫຼັງ​ຈາກນັ້ນ​ ກໍ​ມີ​ເສດ​ຊິ້ນ​ສ່ວນ​ຕົກ​ລົງ​ມາ​ໃສ່​ຫຼາຍໆ​ເຂດ​ ໃນ​ແຂວງ​ສະຕ​ຣຶງ​ເຕງ​.

XS
SM
MD
LG