ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອຈີນ 3 ລໍາ​ ​​ແລ່ນເຂົ້າ​​ໄປ ​ໃນ​ເຂດ​ນ່ານ​ນໍ້າ ໃກ້ເກາະ ທີ່ ຍີ່ປຸ່ນ​​ຄວບຄຸມ


ເຮືອ​ຂອງ​ລັດຖະບານ​ຈີນສາມ​ລໍາ​ ໄດ້​​ແລ່ນເຂົ້າ​​ໄປ​ໃນ​ເຂດ​ນ່ານ​ນໍ້າ​​ບໍລິ​ເວນໝູ່​ເກາະ​ ທີ່ເປັນ​​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້ງກັນ​ກັບຍີ່ປຸ່ນ
ເຮືອ​ຂອງ​ລັດຖະບານ​ຈີນສາມ​ລໍາ​ ໄດ້​​ແລ່ນເຂົ້າ​​ໄປ​ໃນ​ເຂດ​ນ່ານ​ນໍ້າ​​ບໍລິ​ເວນໝູ່​ເກາະ​ ທີ່ເປັນ​​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້ງກັນ​ກັບຍີ່ປຸ່ນ
ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ໜ່ວຍ​ຍາມ​ຝັ່ງຂອງ​ຍີ່ປຸ່ນ​ກ່າວ​ວ່າ ​ເຮືອ​ຂອງ​
ລັດຖະບານ​ຈີນ ສາມ​ລໍາ​ ໄດ້ແລ່ນເຂົ້າໄປ​ໃນ​ເຂດ​ນ່ານ​ນໍ້າອ້ອມ
​ແອ້ມບໍລິ​ເວນໝູ່​ເກາະ​ທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້ງກັນ​ຊຶ່ງ​ຄວບ​
ຄຸ​ມ​ໂດຍໂຕ​ກຽວ ​ເປັນ​ເທຶ່ອທໍາ​ອິດ​ ນັບ​ຕັ້ງ​ແຕ່ ​ເດືອນ​ພຶດສະພາ
​ເປັນຕົ້ນມາ.

ໜ່ວຍຍາມ​ຝັ່ງຂອງ​ຍີ່ປຸ່ນກ່າວ​ວ່າ ​ເຮືອ​ສັງ​ເກດການສາມ​ລໍາຂອງ
ຈີນ​ໄດ້ເຫັນ​ແລ່ນ​ຢູ່​ໃນ​ຂົງ​ເຂດ 22 ກິ​ໂລ​ແມັດ ຢູ່​ນອກ​ແຄມ​ຝັ່ງ​ທະ
​ເລ​ຂອງ​ໝູ່​ເກາະ Senkaku ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່ ຊຶ່ງຈີນ​ຮ້ອງວ່າ
Diaoyus ໃນະ​ເຂດທະ​ເລ​ຈີນຕາ​ເວັນ​ອອກ ບໍ່ດົນກ່ອນເວລາ 9
ໂມງ​ເຄິ່ງ​ ໃນ​ຕອນ​ເຊົ້າຂອງວັນ​ສຸກ​ມື້​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ.

ໜ່ວຍຍາມ​ຝັ່ງກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເຕືອນ​ໃຫ້​ເຮືອ​ຂອງ​ຈີນ​ ອອກໄປຈາກ​ເຂດ​ທະ ​ເລ​ດັ່ງກ່າວ.

​ໃນ​ເດືອນ​ກັນຍາ​ແລ້ວ​ນີ້ ​ໂຕ​ກຽວ ​ໄດ້​ປະກາດຢຶດ​ເອົາ​ໝູ່ເກາະດັ່ງກ່າວ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນ​ຈຸດ​ໃຈກາງ​ໃນການຖົກ​ຖຽງ​ໂຕ້​ແຍ້ງມາ​ຫລາຍ​ສິບ​ປີ. ໝູ່​ເກາະ​ທີ່​ອຸດົມສົມ​ບູນ​ໄປ​ດ້ວຍ​ຊັບ ພະ​ຍາກ​ອນດັ່ງກ່າວ ​ຍັງ​ໄດ້ມີ​ການ​ອ້າງ​ກຳມະສິດ​ໂດຍໄຕ້​ຫວັນ.
XS
SM
MD
LG