ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນຂອງຈີນ ຫວນກັບຄືນ ເຂົ້າໄປໃກ້ ເຂດແດນຂອງຫວຽດນາມ ໃນທະເລຈີນໃຕ້


ຢູ່ໃນເມືອງດານັງ ຂອງຫວຽດນາມ ຕາເວັນກຳລັງຂຶ້ນ ເໜືອທະເລຈີນໃຕ້ ຊຶ່ງເຂດທະເລແຫ່ງນີ້ ໄດ້ຖືກອ້າງເອົາກຳມະສິດຊ້ອນກັນ ໂດຍ ຫວຽດນາມ ຈີນ ຟີລິບປິນ ແລະ ມາເລເຊຍ.
ຢູ່ໃນເມືອງດານັງ ຂອງຫວຽດນາມ ຕາເວັນກຳລັງຂຶ້ນ ເໜືອທະເລຈີນໃຕ້ ຊຶ່ງເຂດທະເລແຫ່ງນີ້ ໄດ້ຖືກອ້າງເອົາກຳມະສິດຊ້ອນກັນ ໂດຍ ຫວຽດນາມ ຈີນ ຟີລິບປິນ ແລະ ມາເລເຊຍ.

ກຳປັ່ນາລົບຂອງຈີນ ໄດ້ກັບຄືນເຂົ້າໄປໃນເຂດທະເລຈີນໃຕ້ ຊຶ່ງໄດ້ອ້າງເອົາກຳມະສິດໂດຍຫວຽດນາມ ຫຼາຍວັນມາແລ້ວ ຫຼັງຈາກທີ່ຈີນ ໄດ້ຈົມເຮືອຫາປາລຳນຶ່ງຂອງຊາວຫວຽດນາມ ຊຶ່ງພາໃຫ້ມີຄວາມຢ້ານກົວ ເພີ້ມຂຶ້ນວ່າ ປັກກິ່ງ ອາດໃຊ້ການລະບາດຂອງໄວຣັສໂຄໂຣນາ ເພື່ອຫັນເຫຄວາມສົນໃຈຈາກການເຄື່ອນໄຫວທາງທະເລຂອງຕົນນັ້ນ.

ກຳປັ່ນລົບຂອງຈີນ ຊື່ວ່າ ໄຮຢາງ ດີຊີ (Haiyang Dizhi) ໄດ້ກັບຄືນເຂົ້າໄປໃນເຂດເສດຖະກິດສະເພາະຂອງຫວຽດນາມ ກ່ອນເວລາ 6 ໂມງແລງ ຕາມເວລາໃນຫວຽດນາມ ເມື່ອວັນອັງຄານຜ່ານມາ ອີງຕາມ ອົງການການສັນຈອນທາງທະເລ ຊຶ່ງເປັນການບໍລິການທາງພານິດ ທີ່ຕິດຕາມເບິ່ງກຳປັ່ນ ແລະກຳປັ່ນບັນທຸກສິນຄ້າຕ່າງໆ.

ແຫລ່ງຄວາມເຄັ່ງຕຶງທີ່ໃຫຍ່ສຸດ ລະຫວ່າງ ສອງປະເທດດັ່ງກ່າວ ກໍແມ່ນເລື້ອງບັນຫາຂັດແຍ້ງຢູ່ໃນທະເລຈີນໃຕ້ທີ່ແກ່ຍາວມາດົນນານນັ້ນ ຊຶ່ງສະຫະລັດ ຖືວ່າ ເປັນຈຸດນຶ່ງໃນໂລກ ທີ່ອາດເປັນໄປໄດ້ສູງທີ່ສຸດ ຂອງການປະທະກັນທາງດ້ານທະຫານ.

ການໄປເຖິງຂອງກຳປັ່ນລົບຈີນ ຂົ່ມຂູ່ທີ່ຈະເຮັດໃຫ້ເກີດ ຄວາມເຄັ່ງຕຶງເພີ້ມຂຶ້ນ ຫຼັງຈາກທີ່ມັນໄດ້ຈົມກຳປັ່ນຂອງຫວຽດນາມ ໃນວັນທີ 2 ເມສາຜ່ານມານີ້.

ກຳປັ່ນລົບ ໄຮຢາງ ດີຊີ ເປັນກຳປັ່ນລຳດຽວກັນ ທີ່ໄດ້ໃຊ້ເວລາຫຼາຍເດືອນເມື່ອປີກາຍນີ້ ເພື່ອສຳຫຼວດເບິ່ງເຂດນ່ານທະເລຂອງຫວຽດນາມທີ່ອຸດົມສົມບູນດ້ວຍນ້ຳມັນ. ກຳປັ່ນຂອງຫວຽດນາມຈຳນວນນຶ່ງ ແລ່ນຕິດຕາມເບິ່ງກຳປັ່ນຂອງຈີນ ມາໄດ້ຫຼາຍເດືອນເຊັ່ນກັນ ຢູ່ອ້ອມບໍລິເວນເຂດເສດຖະກິດສະເພາະດັ່ງກ່າວ ຈົນກວ່າກຳປັ່ນຂອງຈີນ ຈະແລ່ນອອກໄປໃນເດືອນຕຸລາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG