ຫວຽດນາມກ່າວວ່າ ກຳປັ່ນຈີນໄດ້ແລ່ນຕຳເຮືອຫາປາ
ຫວຽດນາມຫລົ້ມ ຢູ່ທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ
ໃກ້ກັບບ່ອນທີ່ ປັກກິ່ງ ເຈາະນຳ້ມັນນັ້ນ.
ບັນດາເຈົ້າໜ້າກຳກັບນຳການເດີນເຮືອທາງທະເລຫວຽດ
ນາມ ກ່າວວ່າ ຊາວປະມົງ 10 ຄົນຕ້ອງໄດ້ຖືກຊ່ວຍເຫລືອ
ໄວ້ ຫລັງຈາກເຮືອຂອງເຂົາເຈົ້າໄດ້ຖືກເຮືອ ຫາປາຂອງຈີນ
ຕຳ ໃນວັນຈັນວານນີ້ ປະມານ 30 ກິໂລແມັດຫ່າງຈາກ
ບ່ອນທີ່ ປັກກິ່ງ ຕັ້ງຖານເຈາະນໍ້າ ມັນ.
ຕໍ່ມາ ເຈົ້າໜ້າທີ່ລັດຖະບານຈີນຄົນນຶ່ງ ກ່າວຕໍ່ອົງການຂ່າວ
ຊິນຫົວ ຂອງທາງການຈີນວ່າ ເຮືອຫາປາຫວຽດນາມ “ໄດ້ຫລົ້ມຫລັງຈາກໄດ້ແລ່ນລົບ
ກວນ ແລະຕຳກັບເຮືອຫາປາຈີນ” ປະມານ 5 ໂມງແລງ ຕາມເວລາທ້ອງຖິ່ນໃນວັນຈັນ
ວານນີ້.
ເຮືອຫາປາຫວຽດນາມ ແລະຈີນ ໄດ້ປະທະກັນເປັນລຳດັບ
ມາ ນັບຕັ້ງແຕ່ຈີນໄດ້ຍ້າຍຖານເຈາະນຳ້ມັນເຂົ້າໄປໃນບໍລິ
ເວນດັ່ງກ່າວ ເມື່ອວັນທີ 1 ເດືອນພຶດສະພາ ຜ່ານມາ ທີ່ຮາ
ໂນ່ຍຖືວ່າ ເປັນເຂດເສດຖະກິດພິເສດຂອງຕົນນັ້ນ.
ທ່ານ Ha Le ຮອງຫົວໜ້າພະແນກສັງເກດການດ້ານປະມົງ
ຫວຽດນາມໄດ້ກ່າວຕໍ່ວີໂອເອພະແນກພາສາຫວຽດນາມວ່າ
ເຈົ້າໜ້າທີ່ປະມົງ 4 ຄົນໄດ້ຮັບບາດເຈັບ ໃນວັນອາທິດແລ້ວ
ນີ້ ຫລັງຈາກໄດ້ຖືກເຮືອຈີນສີດນຳ້ເຂົ້າໃສ່.

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ