ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກແກະສະຫຼັກນໍ້າກ້ອນຈີນ ສະແດງສີມື ທີ່ກຸງວໍຊິງຕັນ (ວີ​ດີ​ໂອ ລາວ/ອັງກິດ)


ການແກະສະຫຼັກນ້ຳກ້ອນໃ ນຮູບຕ່າງໆຂອງຈີນ ທີ່ກຸງວໍຊິງຕັນ
ການແກະສະຫຼັກນ້ຳກ້ອນໃ ນຮູບຕ່າງໆຂອງຈີນ ທີ່ກຸງວໍຊິງຕັນ
ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເວລາ​ນີ້ ບັນຍາກາດ​ໃນ​ນະຄອນຫລວງ
​ວໍ​ຊິງ​ຕັນ ດີ​ຊີ ​ແມ່ນ​ເຕັມ​ໄປ​ດ້ວຍ​ສີສັນ ສຽງ​ເພງ ການ​ຕົກ​ແຕ່ງ​
ເອ້ຍ້ອງ ແລະ​ການຈັດ​ສະ​ແດງ ​ເນື່ອງ​ໃນເທດສະການ​ບຸນຄຣິສ
ມັສ ທີ່​ອີກ​ບໍ່​ເທົ່າວັນ​ກໍ​ຈະ​ມາ​ຮອດ​ແລ້ວ. ສະ​ນັ້ນ ​ເພື່ອ​ໃຫ້​ແທດ​
ເໝາະ​ກັບ​ບັນຍາກາດ ​ເຮົາ​ຈະ​ພາ​ທ່ານ​ໄປເບິ່ງ​ສະຖານ​ທີ່​ ທີ່
​ໜ້າ​ຊົມ​ໜ້າ​ເບິ່ງສອງ​ແຫ່ງ ທີ່​ຈັດ​ຂຶ້ນ​ສໍາລັບ​ເທດສະການ​ນີ້​ໂດຍ​
ສະ​ເພາະ.ນຶ່ງ​ໃນ​ນັ້ນ​ກໍ​ຄືການຈັດ​ສະ​ແດງ​ຮູບ​ແກະ​ສະ​ລັກ​ຈໍາ
ລອງ​ຕ່າງໆ ​ທີ່​ເຮັດ​ດ້ວຍ​ນໍ້າກ້ອນທັງ​ໝົດ ຢູ່​ທີ່ໂຮງ​ແຮມ Marriott
Gaylord National ​ໃກ້ໆ​ນະຄອນຫລວງ​ວໍ​ຊິງ​ຕັນ​ນີ້​ເອງ. ຮູບ
​ນໍ້າກ້ອນ​ຄວັດ​ເຫລົ່າ​ນັ້ນ ມີ​ບໍລິ​ມາດ​ທັງ​ໝົດ 900 ພັນ​ກິ​ໂລ ​ແລະ
ແກະ​ສະ​ລັກ ໂດຍ​ນັກ​ແກະ​ສະ​ລັກ​ຊາວ​ຈີນ​ທັງ​ໝົດ.ສິງມີ​ລາຍລະ
ອຽດ​ມາສະ​ເໜີ​ທ່ານ ຈາກລາຍ​ງານ​ຂອງ Carolyn Pressutti.


​ເບິ່ງ​ວີ​ດີ​ໂອ ລາຍ​ງານ​ນີ້ ​ເປັນ​ພາສາ​ລາວ:


ໃນຕູບ​ຫລື​ເຕ້ນ​ທີ່​ກວ້າງ​ໃຫຍ່​ ​ມີ​ສຽງ​ຟົດ​ສະ​ນັ່ນນັ້ນ ​ອຸນຫະພູມ​ແມ່ນ ຕິດ​ລົບ​ 12 ອົງສາ
celcius ຊຶ່ງເຢັນ​ພໍ​ທີ່​ຈ​ະ​ຮັກສາ​ນໍ້າກ້ອນ 6000 ກ້ອນ​ໃຫຍ່ໆ​ບໍ່​ໃຫ້​ມັນ​ເປື່ອຍ ​ແລະດີ
ສຳລັບແກະ​ສະ​ລັກ​ເປັນ​ຮູບ​ຈໍາລອງ​ຕ່າງໆ ​ເພື່ອ​ວາງສະ​ແດງ​ໃນ​ເທດສະການຄຣິສມັສນີ້.

ພວກນັກ​ຄວັດ​ຫລື​ແກະສະຫຼັກ​ເຫຼົ່າ​ນີ້ ​ມາ​ຈາກ​ປະ​ເທດ​ຈີນ. ທ້າວ Xu Rui ​ເປັນ​ຫົວ
ໜ້າ​ຄະນະ​ນັກ​ແກະສະຫຼັກ​ນ້ຳກ້ອນ​ດັ່ງກ່າວ ​ລາວເວົ້າເປັນ​ພາສາ​ຈີນກາງ ວ່າ:

“ພວກ​ເຮົາ​ໄດ້​ຮຽນ​ສິນລະປະ​ດັ່ງກ່າວນີ້ ​ຕັ້ງ​ແຕ່​ພວກ​
ເຮົາ​ຍັງ​ນ້ອຍໆ​ຢູ.”


ສໍາລັບ​ລາວ​ເອງ​ແລ້ວ ​ແມ່ນຮຽນຕັ້ງ​ແຕ່ອາຍຸ 9 ປີ. ທ້າວ Xu Rui​ອາ​ໄສ​ຢູ່​ໃນ​ເມືອງ Harbin ປະ​ເທດ​ຈີນ ທີ່​ຮູ້ຈັກ​ກັນ​ວ່າ ​ເປັນ​ນະຄອນຫຼວງ​ນໍ້າກ້ອນ​ຂອງ​ໂລກ ຍ້ອນ
​ບຸນ​ສະ​ແດງ​ສິນລະປະ​ນໍ້າກ້ອນປະຈຳ​ປີຂອງ​ເມືອງ​ດັ່ງກ່າວ. ການສະ​ແດງ​ຄັ້ງ​ນີ້
​ເປັນ​ຄັ້ງ​ທີ 11ຂອງລາວ​ຢູ່​ໃນ​ສະຫະລັດ ຊຶ່ງ​ລາວ​ເວົ້າ​ວ່າ ​ເປັນ​ຄັ້ງ​ທີ່​ດີ​ທີ່ສຸດຍ້ອນ​
ຄວາມ​ສູງ​ຂອງ​ມັນ ຊຶ່ງ​ສູງ​ເກືອບ 7 ​ແມັດ​ນັ້ນ.

​ສິ່ງ​ແກະສະຫຼັກ​ນໍ້າກ້ອນ​ເຫລົ່າ​ນີ້ ​ແມ່ນ​ເຮັດ​ໄປ​ຕາມ​ສະ​ຖາ​ບັດ​ຕະຍະ​ກໍາ​ໂຕ​ຈິງ
​ແທ້ໆ. ​ແຕ່​ພວກເຂົາ​ເຈົ້າ​ແກະສະຫຼັກ​ໄປ ໂ​ດຍ​ທີ່ບໍ່​ຮູ້ລ່ວງ​ໜ້າ​ວ່າ ມັນ​ຈະອອກ
​ເປັນ​ຮູບ​ແບບ​ໃດ​ເວລາເຮັດ​ສຳ​ເລັດ​ແລ້ວ ເພາະວ່າ ​ເຂົາ​ເຈົ້າ​ບໍ່​ເຄີຍເຫັນ​ມັນ​ມາ​
ກ່ອນ.

ທ້າວ Zhang Haijun ກຳລັງ​ແກະ​ສະ​ລັກ​ສະຖານ​ທີ່​ຈໍາລອງພາບຕ່າງໆຂອງ
Manhattan ທີ່​ລາວ​ບໍ່​ເຄີຍ​ເຫັນ​ຈັກ​ເທື່ອ ​ເພາະວ່າລາວ​ຫາ​ກໍມາສະຫະລັດເປັນ
ຄັ້ງ ທຳອິດ. ລາວກ່າວວ່າ :

“ຂ້ອຍບໍ່ເຄີຍໄປເມືອງນີວຢອກ ຂ້ອຍແກະສະຫຼັກ ຈາກຮູບຕ່າງໆ ທີ່ຜູ້ຄົນເອົາໃຫ້ຂ້ອຍເບິ່ງ ​ແຕ່ເວລາຂ້ອຍເຮັດໂຄງການນີ້ແລ້ວໆ
ຂ້ອຍຢາກໄປເມືອງ ນີວຢອກອີຫຼີ ເພື່ອໄປ​ເບິ່ງ​ໃຫ້​ເຫັນ​ກັບ​ຕາ​
ຂ້ອຍ​ເອງ.”


ທ້າວ Haijun ໃຊ້ເຄື່ອງມືທີ່ລາວນຳມາຈາກເມືອງ Harbin ລາວ​ເວົ້າວ່າ:

“ເຄື່ອງມືເຫຼົ່ານີ້ຫາ​ຊື້ຢູ່ໃນຮ້ານຄ້າທີ່ນີ້ບໍ່ໄດ້ດອກ. ເຄື່ອງມືເຫຼົ່າ
ນີ້ແມ່ນສັ່ງເຮັດໂດຍສະເພາະ ແລະຂ້ອຍກໍ​ໄດ້ໃຊ້ມັນມາເປັນ
ປີໆແລ້ວ.”


ພວກນັກແກະສະຫຼັກໃຊ້ເວລາມື້ນຶ່ງ 12 ຊົ່ວໂມງ ​ເຮັດ​ວຽກຢູ່ໃນຕູບ​ຜ້າ​ເຕ້ນທີ່
ໜາວ ເຢັນເປັນນ້ຳກ້ອນ​ແຫ່ງ​ນີ້ ຊຶ່ງກໍຄືກັນກັບຢູ່ເມືອງເຂົາເຈົ້າເພາະວ່າອຸນຫະ
ພູມຂອງອາກາດໃນເມືອງ Harbin ແມ່ນຢູ່ໃນຈຸດຕໍ່າກວ່າລະດັບເປັນນ້ຳກ້ອນ ​ເປັນເວລາເກືອບເຄິ່ງປີ.

ຢູ່​ໃນນີ້​ແມ່ນໜາວຫຼາຍ ຈົນ​ວ່າແມ່ນແຕ່ເງິນຫຼຽນກໍ​ສາມາດ​ຕິດ​ຢູ່​ກັບ​ນໍ້າກ້ອນ​ໄດ້​
ໃນ​ວິນາທີ​ນຶ່ງ.

ພວກນັກ​ແກະ​ສະ​ລັກ ​ໃຊ້ນໍ້າ​ກັບ​ນໍ້າກ້ອນ​ທີ່​ເລື່ອຍ​ອອກ​ມາ ​ເປັນ​ກາວ​ເຊື່ອມ​ຕິດ
​ລະຫວ່າງ​ກ້ອນ​ນໍ້າກ້ອນ. ທ້າວ Xu Rui ​ເວົ້າ​ວ່າ ​ພວກ​ນັກ​ຄວັດ​ ​ດີ​ໃຈ​ຫລາຍ
​ ເວລາ​ເຂົາ​ເຈົ້າ​ເຫັນ​ສີ​ໜ້າ​ຂອງ​ຜູ້​ຊົມທີ່​ປະ​ທັບ​ໃຈ ນໍ​າ​ຜົນງານ​ຂອງ​ເຂົາ​ເຈົ້າ​.

ໃນ​ໄລຍະ​ເວລາ​ພຽງ​ເດືອນ​ດຽວ ນໍ້າກ້ອນ​ພວກ​ນີ້​ກໍ​ໄດ້​ກາຍ​ມາ​ເປັນ​ໂຕກ​ວາງ
eindeer ​ແລະ​ພາບ​ສະ​ແດງ​ບ່ອນ​ປະສູດຂອງ​ພະ​ເຍຊູ ທີ່​ເປັນ​ພາບ​ເດັ່ນ​ທາງ
​ສາສະໜາ ຂອງ​ບຸນຄຣິສມັສນັ້ນ.

ຜູ້​ຊົມ​ຄົນ​ນຶ່ງ​ເວົ້າ​ວ່າ:

“​ເວລາ​ເຮົາ​ຍ່າງ​ເຂົ້າ​ມາ​ໃນ​ນີ້ ​ແລະ​ຫລຽວ​ເບິ່ງ​ອ້ອມ​ຂ້າງ​ແລ້ວ ມັນ​
ເປັນຕາຕື່ນ​ເຕ້ນ​ອີ່ຫລີ.”


ນາງ​ນ້ອຍ​ຄົນ​ນຶ່ງ​ເວົ້າ​ວ່າ: “ທັງ​ໝົດ​ນີ້ ງາມ​ຫລາຍ​ແທ້ໆ.”

​ແລະ​ລົດ​ນໍ້າກ້ອນສີ​ເຫລືອງ​ຄັນ​ນີ້ ​ແມ່ນ​ລົດ​ແທັກ​ຊີ້​ຂອງ​ນະຄອນ​ນິວຢອກ ​ແລະ​
ມີ​ຮອດ​ເບາະ​ນັ່ງ​ທີ່​ເປັນ​ໜັງ​ແທ້ໆ ​ເພື່ອ​ໃຫ້​ເຂົ້າ​ໄປ​ນັ່ງ​ຖ່າຍຮູບ.

​ແລະ​ນໍ້າກ້ອນໆ​ໃຫຍ່ໆ​ຊັນໆ​ກ້ອນ​ນີ້ ກໍ​ແມ່ນ​ບ່ອນ​ໃຫ້​ເດັກນ້ອຍ​ຫລິ້ນ​ໝາກ​ຕະລູດ
ຢ່າງ​ມ່ວນ​ຊື່ນ.

ງານ​ວາງສະ​ແດງ​ສິນລະປະແກະ​ສະ​ລັກ​ນໍ້າກ້ອນດັ່ງກ່າວ​ນີ້ ທີ່ມີ​ຊື່​ສັ້ນໆ​ວ່າ “ICE”
ກໍ​ຄື ນໍ້າກ້ອນ ນັ້ນ​ເອງ ​ແມ່ນ​ເປັນ​ຂອງຂວັນ​ຄຣິສມັສ ທີ່​ຫໍ່​ມາ​ກັບ​ນໍ້າກ້ອນ​ໜັກ 9 ​ແສ​ນ
ກິ​ໂລ ມອບ​ໃຫ້​ແກ່ ວໍ​ຊິງ​ຕັນ ດີ​ຊີ ຈາກ​ນັກຊ່ຽວຊານແກະ​ສະ​ລັກນໍ້າກ້ອນ 34ຄົນຈາກ
​ປະ​ເທດ​ຈີນ.

​ເບິ່ງ​ວີ​ດີ​ໂອ ລາຍ​ງານ​ນີ້ ​ເປັນ​ພາສາ​ອັງກິດ:

Chinese Sculptors Bring Their Talent to US Holiday Ice Show
please wait

No media source currently available

0:00 0:03:23 0:00
ລິງໂດຍກົງ
XS
SM
MD
LG