ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ທູດຈີນ ແລະ​ຣັດ​ເຊຍ ເປີດ​ການ​ເຈ​ລະ​ຈາ ທີ່​ນະ​ຄອນ​ຫຼວງມົ​ສ​ກູ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ, ທີ​ສອງ​ຈາກ​ຊ້າຍ ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ, ທີ​ສາມ​ຈາກ​ຂວາ, ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 18 ກັນ​ຍາ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ, ທີ​ສອງ​ຈາກ​ຊ້າຍ ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ, ທີ​ສາມ​ຈາກ​ຂວາ, ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ ທີ່​ມົ​ສ​ກູ ເມື່ອ​ວັນ​ທີ 18 ກັນ​ຍາ 2023.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ຈີນ ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຫວັງ ຢີ ໄດ້​ກ່າວ​ຊົມ​ເຊີຍ “ການ​ຮ່ວມ​ມື​ແບບ​ຍຸດ​ທະ​ສາດ” ກັບ​ປະ​ເທດ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ທ່ານ​ເປີດ​ການ​ເຈ​ລະ​ຈາ​ຫາ​ລື​ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຣັດ​ເຊຍ ທ່ານ​ເຊີ​ເກ​ລາວ​ຣອບ ແລະ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ.

ການ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ຣັດ​ເຊຍ​ຂອງ​ທ່ານ​ຫວັງ ມີ​ຂຶ້ນ​ຫຼັງ​ຈາກ​ການ​ເຈ​ລະ​ຈາ​ຫາ​ລື​ເປັນ​ເວ​ລາ 2 ມື້ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່​ປະ​ເທດ​ເກາະ​ມາ​ລ​ຕາ ກັບ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ເຈັກ ຊູ​ລ​ເລີ​ວານ. ການ​ເຈ​ລະ​ຈາ​ຂອງ​ທ່ານ​ຫວັງ ກັບພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ພະ​ຫັດ.

ໃນ​ການ​ໃຫ້​ຄວາມ​ເຫັນ​ຂັ້ນ​ຕົ້ນ​ນັ້ນ ທ່ານ​ຫວັງໄດ້​ໃຫ້​ຂໍ້​ສັງ​ເກດກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງ​ຈີນ ແລະ​ຣັດ​ເຊຍ ຕໍ່ “ໂລກ​ທີ່​ມີ​ຫຼາຍ​ຂົ້ວ” ແລະ “ລະ​ບຽບ​ການ​ທີ່​ເປັນ​ທຳ​ຫຼາຍ​ຂຶ້ນ​ຂອງ​ໂລກ” ຊຶ່ງ​ເປັນ​ຄຳ​ເວົ້າ​ທີ່​ປັກ​ກິ່ງ ແລະ​ມົ​ສ​ກູ​ ໃຊ້ ເພື່ອ​ຕໍ່​ຕ້ານ​ໃນ​ອັນ​ທີ່​ເບິ່ງ​ກັນ​ວ່າ ເປັນ​ການ​ຄອບ​ງຳ​ກິດ​ຈະ​ການ​ຂອງ​ໂລກ​ໂດຍ​ສະ​ຫະ​ລັດ.

“ຈີນ​ແລະ​ຣັດ​ເຊຍ ໃນ​ຖາ​ນະ​ມະ​ຫາ​ອຳ​ນາດ​ທີ່​ນຳ​ໜ້າ​ຂອງ​ໂລກ ແລະ​ສະ​ມາ​ຊິກ​ຖາ​ວອນ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ມີ​ຄວາມ​ຮັບ​ຜິດ​ຊອບພິ​ເສດ ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ຍຸດ​ທະ​ສາດ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ” ທ່ານ​ຫວັງ​ກ່າວ. “ການເອົາ​ມາດ​ຕະ​ການ​ຕ່າງໆ ໂດຍ​ລຳ​ພັງ​ແຕ່​ພຽງ​ຝ່າຍ​ດຽວ​ທີ່ໃຊ້​ຄວາມ​ຮຸນ​ແຮງ​ເພີ້ມ​ຂຶ້ນໂດຍ​ຜູ້​ຄອງ​ຄວາມ​ເປັນ​ເຈົ້າ​ໂລກ​ແລະ​ກຸ່ມ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ປະ​ເຊີນ​ໜ້າ ທີ່​ສຳ​ຄັນ​ກວ່ານັ້ນ​ສຳ​ລັບ​ພວກ​ເຮົາ​ແລ້ວເພື່ອ​ຮັກ​ສາ​ສະ​ພາບ​ການ ​ທີ່​ສະ​ແດງໃຫ້​ເຫັນ​ຄວາມ​ຮູ້​ສຶກ​ໃນ​ພາ​ລະ​ກິດ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ປະ​ເທດ​ມະ​ຫາ​ອຳ​ນາດ ແລະ​ເຮັດ​ຫຼ້ອນ​ພັນ​ທະ​ສາ​ກົນ​ຂອງ​ພວກ​ເຮົາ.”

ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ຣັດ​ເຊຍ ກັບ​ຈີນ “ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ປະ​ເທດ​ໃດ​ນຶ່ງ ແລະ​ບໍ່​ແມ່ນ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ປະ​ເທດ​ອື່ນ​ໃດ​ທັງ​ສິ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG