ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳປັ່ນ ກູ້ໄພຈີນ ອາດຕິດຄາ ນໍ້າແຂງ ຢູ່ຂົ້ວໂລກໃຕ້ (ວີດີໂອ)


ຮູບພາບກໍາປັ່ນຕັດນໍ້າແຂງຈີນ Snow Dragon
ຮູບພາບກໍາປັ່ນຕັດນໍ້າແຂງຈີນ Snow Dragon
ບັນດາ​ຜູ້​ໂດຍສານທັງ​ໝົດ 52 ຄົນ ຢູ່ໃນ​ເຮືອຄົ້ນຄວ້າ ຣັດ​ເຊຍ
ທີ່​ຕິດ​ຄາ​ຢູ່​ນໍ້າ​ແຂງກວ່າອາທິດ​ນຶ່ງຢູ່​ຂົ້ວ​ໂລກ​ໃຕ້​ນັ້ນ ​ໄດ້​ຖືກ​ຂົນ​
ສົ່ງໂດຍເຮືອບິນ​ເຮ​ຣີຄອບ​ເຕີໄປສູ່​ບ່ອນ​ປອດ​ໄພ​ໃນ​ວັນ​ພະຫັດ
​ວານ​ນີ້ ​ແຕ່ບັດ​ນີ້ພັດ​ມີ​ຄວາມເປັນ​ຫ່ວງ​ວ່າ ​ເຮືອ​ຈີນທີ່​ພົວພັນ​ກັບ​
ການ​ເຂົ້າ​ໄປ​ຊ່ວຍ​ກູ້​ໄພ​ນັ້ນ ​ໄດ້​ຕິດ​ຄ້າງ​ຢູ່​ນໍ້າ​ແຂງ​ຄື​ກັນ.

​ໃນ​ວັນ​ສຸກ​ມື້​ນີ້ ລູກ​ເຮືອ​ຕັດ​ນໍ້າ​ແຂງ ມັງກອນ​ຫິມະ​ຫລື Snow
Dragon
ຂອງ​ຈີນ ຊຶ່ງ​ເປັນ​ຜູ້​ສະໜອງ​ ເຮືອບິນ​ເຮ​ລິ​ຄອບ​ເຕີ​
ໃນ​ການ​ຍົກຍ້າຍ ກ່າວ​ວ່າ ​ເຂົາ​ເຈົ້າ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ
ຄວາມ​ສາ​ມາດ​ຂອງ​ເຮືອ​ເຂົາ​ເຈົ້າທີ່ຈະ​ເຄື່ອນ​ຍ້າຍຜ່ານ ​ທະ​ເລ ທີ່ເປັນ​ນໍ້າ​ແຂງໜາໆ ຫລັງ​ຈາກໄດ້​ຈອດ​ຢູ່​ກັບ​ທີ່ ມາເປັນ​ເວລາ​ຫລາຍ​ມື້.

​ເຈົ້າ​ໜ້າ​ທີ່ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ທະ​ເລ ຂອງອອສ​ເຕຣເລຍ ກ່າວ​ວ່າ ​ເຮືອ​ຕັດ​ນໍ້າ​ແຂງ​ຂອງອອສ​ເຕຣ​ເລຍ Aurora Australis ຊຶ່ງ​ມີ​ໜ້າທີ່​ນໍາ​ເອົາບັນດາ​ຜູ້​ໂດຍສານທີ່​ຖືກ​ຊ່ອຍ​ອອກ​ມາ ກັບ​ຄືນໄປ​ຍັງອອສ​ເຕຣ​ເລຍນັ້ນ ​ໄດ້​ຮັບ​ຄຳ​ສັ່ງໃຫ້​ຢູ່ໃນ​ຂົງ​ເຂດ​ດັ່ງກ່າວ​ຊົ່ວຄາວ ​ໃນ​ກໍລະນີ​ທີ່​ເຮືອ Snow Dragon ຕ້ອງການ​ຄວາມ​ຊ່ວຍ​ເຫລືອ. ​ເຈົ້າ​ໜ້າ​ທີ່​ກ່າວວ່າ ພວກ​ລູກ​ເຮືອ​ຈີນ ຈະ​ພະຍາຍາມແລ່ນ​ອອກ​ໄປ​ຫາທະ​ເລທີ່​ບໍ່​ມີ​ນໍ້າ​ແຂງ ໃນ​ຕອນ​ເຊົ້າ​ວັນ​ເສົາມື້​ອື່ນ ​ເວລາ​ສະພາບຄື້ນ ນໍ້າ​ເປັນ​ທີ່​ອໍາ​ນວຍ​ໃຫ້.

Antartic
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG