ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກຂ່າວ​ຈີນ​ ​ສາລະພາບວ່າ ຂຽນ​ເລື້ອງ ​ໃສ່ຮ້າຍ ບໍລິສັດ ຍ້ອນເງິນ (ວີດີໂອ)


china
please wait
Embed

No media source currently available

0:00 0:00:50 0:00
ນັກ​ຂ່າວ​ທຸລະ​ກິດ​ຈີນ​ຄົນ​ນຶ່ງ ​ທີ່​ເປີດ​ເຜີຍກ່ຽວ​ກັບການກະທໍາ​ຜິດ​
ດ້ານ​ການ​ເງິນ ຂອງ​ບໍລິສັດ​ລັດ​ວິ​ສາ​ຫະກິດ ຕາມ​ທີ່ມີ​ການ​ກ່າວ​
ຫານັ້ນໄດ້​ສາລະພາບ​ວ່າລາວ​ໄດ້ຂຽນ​ເລື້ອງ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ
​ຂຶ້ນ ​ເພື່ອ​ແລກປ່ຽນ​ກັບ​ເງິນ.

ທ່ານ Chen Youngzu ທີ່​ເຮັດ​ວຽກ​ໃຫ້​ໜັງ​ສື​ພິມ New Express
ຊຶ່ງ​ມີ​ຫ້ອງ ການຢູ່ທີ່ເມືອງ Guangzhou ​ໃນ​ພາກ​ໃຕ້ ຂອງ​ປະ​
ເທດໄດ້​ຖືກ​ຈັບໃນທ້າຍອາ ທິດແລ້ວ​ໃນ​ຂໍ້​ຫາ “ສ້າງ​ຄວາມ​ເສຍ​
ຫາຍ​ແກ່​ຊື່​ສຽງທຸລະ​ກິດ” ຫລັງ​ຈາກ​ທ່ານ​ ໄດ້​ຂຽນ​ລາຍງານ
ຫຼາຍໆສະບັບ ​ກ່ຽວ​ກັບ​ການ​ເງິນ ​ຂອງບໍລິສັດ​ກໍ່ສ້າງ Zoomlion.
ລັດຖະບານຂອງ​ແຂວງ Hunan ​ມີ​ຮຸ້ນ​ສ່ວນ ນຶ່ງ​ສ່ວນຫົກ ຢູ່​ໃນ​
ບໍລິສັດດັ່ງກ່າວ.

ທ່ານ Chen ​ໄດ້​ປາກົດ​ໂຕ​ ທາງໂທລະພາບ CCTV ຂອງ​ລັດ
ຖະບານ​ຈີນ ​ໃນ​ວັນ​ເສົາ​ມື້​ນີ້ ​ແລະ​ກ່າວ​ວ່າ ຄວາມໂລບ ​ແລະ​ຢາກ​
ມີ​ຊື່​ສຽງຂອງ​ລາວ ພາ​ໃຫ້​ລາວ ຮັບ​ເງິນ​ສິນ​ບົນ​ ແລະ​ຂຽນເລື້ອງ
ກ່າວ​ຫາກ່ຽວ​ກັບການກະທຳ​ຜິດ​ທາງ​ດ້ານ​ເງິນ ຂອງ​ບໍລິສັດ
Zoomlion ຊຶ່​ງ​ເປັນ​ບໍລິສັດ​ໃຫຍ່​ອັນ​ດັບ​ສອງທີ່ຜະລິດ​ອຸບປະກອນ ໜັກຂອງ​ປະ​ເທດ. ທ່ານ Chen ໄດ້​ຂໍ​ຂະ​ມາ​ໂທດ ​ໂດຍ​ກ່າວ​ວ່າ ລາວ​ໄດ້​ສຳນັກ​ຜິດ​ກ່ຽວ​ກັບ​ເລື່ອງ ທີ່​ລາວ​ໄດ້​ເຮັດ​ໄປ​ແລ້ວ​.

ຫລັງ​ຈາກ ທ່ານ Chen ​ໄດ້​ຖືກ​ຈັບ ກຸ່ມ​ສື່​ມວນ​ຊົນ​ຈໍານ​ວນນຶ່ງ​ຢູ່​ໃນ​ຈີນ ກໍໄດ້ ທ້າ​ທາຍ​ຢ່າງ​ເປີດ​ເຜີຍ ຕໍ່​ເຈົ້າ​ໜ້າ​ທີ່​ກ່ຽວ​ກັບສິດທິໃນ​ການ​ອອກ​ຂ່າວ.

ບົດ​ຂຽນ​ຂອງ ທ່ານ Chen ກ່າວ​ຫາ​ບໍລິສັດ Zoomlion ຊຶ່ງ​ມີ​ຊື່​ຢູ່​ໃນບັນຊີ​ຕະ ຫລາດ​ຮຸ້ນ Hong Kong ​ແລະ Shenzhen ວ່າ ​ແຈ້ງ​ຜົນ​ກໍາ​ໄລຂອງ​ຕົນໃນ ປີ​ກາຍ​ນີ້ສູງ​ເກີນ​ໄປ ຄື 7 ພັນ​ 6 ຮ້ອຍ​ລ້ານ​ໂດ​ລາ.

ກ່ຽວຂ້ອງກັນ

XS
SM
MD
LG