ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຢືນຢັນ ຈະເລີ່ມ ລົງມືກໍ່ສ້າງ ທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລາວ


ລົດໄຟຄວາມໄວສູງ ທີ່ຈີນຢືນຢັນວ່າ ຈະສ້າງເສັ້ນທາງເຊື່ອມຕໍ່ກັບ
ລາວ ໃນໄວໆນີ້.
ລົດໄຟຄວາມໄວສູງ ທີ່ຈີນຢືນຢັນວ່າ ຈະສ້າງເສັ້ນທາງເຊື່ອມຕໍ່ກັບ ລາວ ໃນໄວໆນີ້.

ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ ຢືນຢັນ​ວ່າ ​ຈະ​ເລີ່​ມລົງມື​ກໍ່ສ້າງ​ ທາ​ງລົດ​ໄຟຄວາມ​ໄວ​ສູງ​ ເຊື່ອມ​ຕໍ່​ຈາກ​ຈີນ​ມາລາ​ວ​ ໃນ​ໝໍ່ໆ​ນີ້ ເຖິງ​ແມ່ນ​ວ່າ ​ຈະ​ເປັນເສັ້ນທາງ​ທີ່​ຕ້ອງ​ປະສົບ ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍກໍ​ຕາມ.

ທ່ານ ລີ ຊາງ ຈິນ ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດ
​ຈີນ ​ໄດ້​ໃຫ້ການ​ຢືນ​ຢັນ​ໃນ​ລະຫວ່າງ​ການ​ເຂົ້າຢ້ຽມ​ຄໍານັບ​ທ່າ​ນ
ທອງ​ສິງ ທໍາ​ມະ​ວົງ ນາ​ຍົກລັດຖະມົນຕີ​ລາວ ​ຢ່າງ​ເປັນ​ທາງ
​ການເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ການ​ກໍ່ສ້າງ​ທາງລົດ​ໄຟ​ຄວາມ​ໄວ​ສູງ
​ໃນ​ລາວ​ ເພື່ອ​ເຊື່ອມ​ຕໍ່​ກັບ​ຈີນ​ ຈະ​ເລີ່​ມລົງມື​ດໍາ​ເນີນການ​ໃນ​
ໝໍ່ໆ​ນີ້ ໂດຍ​ລັດຖະບານ​ຈີນ​ໄດ້​ມອບ​ໝາຍ​ໃຫ້​ກຸ່ມ​ບໍລິສັດ​ທາງ​
ລົດ​ໄຟຈີນ​ເປັນຜູ້​ຮັບຜິດຊອບ​ຂອງ​ຝ່າຍ​ຈີນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ລີ ຊາງ ຈິນ ກໍ​ຍອມຮັບວ່າການ​ກໍ່ສ້າງ
​ທາງ​ລົດໄຟ​ຄວາມ​ໄວ​ສູງ​ ໃນ​ເຂດ​ລາວ​ ມີ​ຄວາມ​ຫຍຸ້ງຍາກຫຼາຍ
ທີ່​ສຸດ​ເຂດ​ນຶ່ງ ​ເນື່ອງຈາກ​ວ່າ ​ພື້ນ​ທີ່​ທີ່​ຈະ​ກໍ່ສ້າງ​ທາງ​ລົດ​ໄ​ຟນັ້ນ​
ເປັນ​ທັງ​ເຂດ​ພູດ​ອຍ ​ແລະ​ແມ່ນໍ້າລໍາ​ເຊ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​
ເຈາະ​ອຸບ​ໂມງ ​ຄິດ​ເປັນ​ລະ​ຍະ​ທາງ​ລວມ​ເຖິງ 190 ​ກິ​ໂລ​ແມັດ
​ແລະ​ຍັງຈະ​ຕ້ອງ​ສ້າງ​ຂົວຫຼາຍ​ແຫ່ງ​ ທີ່​ມີ​ລະຍະ​ທາງ​ລວມກັນ​ເຖິງ 90 ​ກິ​ໂລ​ແມັດ​ດ້ວຍ​ນັ້ນ
ຈຶ່ງ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ໃຊ້​ເວລາ​ໃນ​ການດໍາ​ເນີນ​ງານຫຼາຍຂຶ້ນ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ຈະ​
ຕ້ອງ​ໃຊ້ເງິນ​ທຶນຫຼາຍຂຶ້ນອີກດ້ວຍ.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານ ລີ ຊາງ ຈິນ ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດ​ຈີນ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານ ລີ ຊາງ ຈິນ ປະທານ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ແຫ່ງ​ປະ​ເທດ​ຈີນ
​ທັງ​ນີ້​ ທາງ​ການ​ຈີນ​ຄາດ​ວ່າການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ
​ຈາກ​ຊາຍ​ແດນຈີນ​ກັບ​ລາວ ​ທີ່​ດ່ານ​ບໍ່​ຫານ-ບໍ່​ເຕັນ​ໃນ​ແຂວງ
ຫຼວງນໍ້າ​ທາ ​ມາ​ຍັງ​ນະຄອນ​ວຽງ​ຈັນ​ນັ້ນ ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ເຖິງ
7,000 ລ້ານ​ໂດ​ລາ ​ໂດຍ​ຖ້າຫາກ​ອິງ​ຕາມ​ການ​ຖະ​ແຫຼງກ່ອນ​ໜ້າ
​ນີ້​ຂອງ​ທ່ານ​ສົມ​ສະຫວາດ ​ເລັ່ງ​ສະຫວັດ ຮອງ​ນາຍົກລັດຖະມົນ
ຕີ ຜູ້ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ​ທີ່​ໄດ້
​ໃຫ້ການ​ຢືນ​ຢັນ​ວ່າ ​ທາງ​ການ​ລາວ​ກັບ​ຈີນ​ຈະ​ຮ່ວມ​ລົງທຶນ​ໃນສັດ
ສ່ວນ 30% ຕໍ່ 70% ນັ້ນ​ກໍ​ຈະ​ໄດ້​ວ່າ​ທາງ​ການ​ລາວຈະ​ຮ່ວມ​ລົງ
ທຶນ​ເຖິງ 2,100 ພັນ​ລ້ານ​ໂດ​ລາ​ນັ້ນ​ເອງ.

ຫາກ​ແຕ່​ວ່າ ການ​ຈັດ​ຫາ​ເງິນ​ທຶນ​ໃນມູນຄ່າ​ດັງກ່າວ​ນີ້​ກໍ​ບໍ່​ແ​ມ່ນ
​ເລື້ອງງ່າຍສໍາລັບ​ລັດຖະບານ​ລາວ​ ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ຮ່ວມ​ລົງທຶນ
ກັບຈີນ​ໄດ້​ໃນ​ຮູບ​ຂອງ​ຊັ​ບສິນ​ ແລະ​ການ​ອໍານວຍ​ຄວາມ​ສະດວກໃນ​ດ້ານ​ອື່ນໆ ​ໃຫ້​ກັບ​ໂຄງການ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຊີ້​ແຈ​ງວ່າ:

“ບໍລິສັດ​ຮ່ວມ​ທຶນ​ນີ້​ໄດ້​ເວົ້າ​ກັນ​ວ່າ​ຝ່າຍ​ຈີນ​ແມ່ນ​ຈະ​ປະກອບ​ເປັນ​ເງິນສົດ​ແລະອຸບປະ
ກອນ​ ຖື​ຫຸ້ນ​ກໍ​ແມ່ນ 70% ສ່ວນ​ຝ່າຍ​ລາວ​ຈະ​ຖື​ຮຸ້ນ 30% ​ໃນ​ນີ້​ກໍລວມ ຄ່າ​ເວນ​ຄືນ​
ທີ່​ດິນ​ບໍ່​ຍົກຍ້າຍ​ຈັດ​ສັນ​ປະຊາຊົນ ຫຼືວ່າ​ຄ່າ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ.”

ການສໍາຫລວດດິນເພື່ອສ້າງລົດໄຟຄວາມໄວສູງ ເຊື່ອມຕໍ່ລາວແລະຈີນ
ການສໍາຫລວດດິນເພື່ອສ້າງລົດໄຟຄວາມໄວສູງ ເຊື່ອມຕໍ່ລາວແລະຈີນ

​ທາງ​ລົດ​ໄຟ​ສະ​ເພາະ​ໃນ​ເຂດ​ລາວ​ຈະ​ມີ​ລະ​ຍະ​ທາງ​ຍາວ 421
ກິ​ໂລແມັດ ຊຶ່ງ​ຕາມ​ແຜນການ​ກໍ່ສ້າງ​ ແມ່ນຈະເຊື່ອມ​ຕໍ່​ຈາກ​ຈີນ
​ຢູ່​ທີ່​ດ່ານ​ຊາຍ​ແດນ​ບໍ່​ເຕັນ ​ໃນແຂວງຫຼວງນໍ້າ​ທາ​ນັ້ນ ຈະ​ມີ​ການ
​ກໍ່​ສ້າງ​ສະຖານີໃຫຍ່ 5 ​ແຫ່ງ ກໍ​ຄື​ຢູ່​ທີ່ດ່ານ​ບໍ່​ເຕັນ ອຸດົມ​ໄຊ ຫຼວງ
ພະ​ບາງ ວັງ​ວຽງ ແລະ​ນະຄອນ​ຫລວງວຽງ​ຈັນ. ນອກຈາກ​ນັ້ນ
​ກໍ​ຈະ​ມີ​ສະຖານີ​ຍ່ອຍ​ອີກ 16 ແຫ່ງ ທີ່ຢູ່​ລະຫວ່າງ​ສ​ະຖາ​ນີ​ໃຫຍ່
ທັງ 5 ​ແຫ່ງ​ດັ່ງກ່າວ​ນີ້. ສ່ວນ​ການ​ກໍ່ສ້າງ​ຢູ່​ໃນ​ປະ​ເທດ​ຈີນ​ນັ້ນ
ທາງການ​ຈີນກໍໄດ້​ເລີ່​ມລົງມື​ກໍ່ສ້າ​ງນັບ​ແຕ່​ເດືອນຕຸລາ 2010
​ເປັນ​ຕົ້ນ​ມາ​ແລ້ວ ​ໂດຍ​ເປັນ​ການ​ເລີ່​ມກໍ່ສ້າງ​ຈາກ​ເຂດ​ສິບ​ສອງ
​ພັນ​ນາ​ ໃນ​ແຂວງຢູນນານ ​ເພື່ອ​ຈະ​ຕໍ່ມາ​ຍັງ​ຊາຍ​ແດນ​ລາວ​ທີ່​ດ່ານ​ບໍ່​ເຕັນ​ໃຫ້​ໄດ້​ ພາຍ​ໃນ
​ປີ 2013.

ທາງ​ດ້ານ​ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ ກໍ​ໄດ້​ໃຫ້ການ​ຢືນຢັນ​ເມື່ອ​
ບໍ່ດົນມາ​ນີ້​ວ່າ ​ໂຄງການ​ທີ່​ລັດຖະບານ​ໄທ​ໄດ້​ໃຫ້​ບຸລິມະສິດ​ໃນ​ອັນ​ດັບ​ຕົ້ນໆ​ ກໍ​ຄື​ການເຊື່ອມ
ຕໍ່ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ກັບ​ຈີນ​ແລະອາ​ຊ່ຽນ ​ໂດຍ​ສະ​ເພາະກໍຄື​ການ​ເ​ຊື່​ອມຕໍ່​ຈາກເມືອງ​
ຄຸນ​ໝິງຂອງ​ຈີນ​ ມາ​ຍັງນະຄອນຫລວງ​ວຽງ​ຈັນ ​ຜ່ານ​ໜອງ​ຄາຍ​ ມາ​ທີ່​ບາງກອກນັ້ນ ຖື​ວ່າ​
ເປັນ​ໂຄງການ ​ທີ່ລັດຖະບານ​ໄທ​ໄດ້​ໃຫ້​ຄວາມ​ສໍາຄັນ​ຢ່າງ​ຍິ່ງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທ່ານ ​ເຫ​ວິນ ​ເຈ້ຍ​ບາ​ວ ນາ​ຍັກ​ລັດຖະມົນຕີ​ຈີນ​ໄດ້ໃຫ້ການ​ຢືນຢັນ ໃນ
ໂອກາດ​ທີ່​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນ​ຕີລາວ ​ເດີ​ນທາງ​ໄປ​ຢ້ຽມຢາມ​ປັກ​ກິ່ງ
ຢ່າງ​ເປັນ​ທາງ​ການ​ ໃນ​ເດືອນ​ພຶດສະພາ​ທີ່ຜ່ານ​ມາ​ວ່າ ການ​ກໍ່ສ້າງ​ທາງ​ລົດ​ໄຟ​ເຊຶ່ອມຕໍ່ລາວ​
ກັບ​ຈີນ ຍັງ​ຈະ​ດໍາ​ເນີນ​ຕໍ່​ໄປ​ນັ້ນ ຍັງ​ຖືເປັນ​ການ​ຮັບປະກັນ​ວ່າ​ທາ​ງລົດ​ໄຟຄວາມ​ໄວ​ສູງ​ເຊື່ອມ
​ຕໍ່​ລະຫວ່າງ​ຈີ​ນ-ລາວ-​ໄທ ຈະ​ເກີດ​ຂຶ້ນຢ່າງ​ເປັນ​ຮູບ​ປະ​ທໍາ​ ຢ່າງ​ແນ່ນອນອີກດ້ວຍ.
XS
SM
MD
LG