ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຈີນປະທ້ວງຍີ່ປຸ່ນ ທີ່ນັກເຄື່ອນໄຫວຍີ່ປຸ່ນ ໄປຂຶ້ນເກາະ ທີ່ຍາດກັນ


ຊາວຈີນຢືນເບິ່ງລົດຍີ່ປຸ່ນ ທີ່ພວກປະທ້ວງພາກັນປີ້ນຂ້ວາມ ໃນການປະທ້ວງຕໍ່ຍີ່ປຸ່ນ.
ຊາວຈີນຢືນເບິ່ງລົດຍີ່ປຸ່ນ ທີ່ພວກປະທ້ວງພາກັນປີ້ນຂ້ວາມ ໃນການປະທ້ວງຕໍ່ຍີ່ປຸ່ນ.
ການ​ປະ​ທ້ວງຕໍ່​ຕ້ານຍີ່ປຸ່ນ ​ໄດ້​ແຜ່​ຂະຫຍາຍ​ອອກ​ໄປຍັງຫລາຍ​ກວ່າ 20 ຕົວ​ເມືອງ​ຂອງ​ຈີນ ​ໃນ​ວັນ​ອາທິດວານ​ນີ້ ​ໃນ​ຂະນະ​ທີ່ກຸງ​ໂຕ​ກຽວ ​ບໍ່​ເອົາ​ຫົວຊາ​ຕໍ່​ການຄັດຄ້ານ​ຂອງ​ຈີນ ຕໍ່ການທີ່ນັກ​ເຄື່ອນ​ໄຫວຍີ່ປຸ່ນ ​ໄດ້ໄປ​ຂຶ້ນໝູ່ເກາະ​ທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນ ​ໃນທະ​ເລ​ຈີນຕາ​ເວັນ​ອອກ​ນັ້ນ.

ຊາວ​ຈີນ​ຜູ້​ປະ​ທ້ວງພາກັນ​ໂບກ​ທຸງຊາດ ​ແລະ​ຮ້ອງ​ໂຮ​ຄໍາ​ຂວັນ
ດ້ວຍ​ຄວາມ​ໃຈ​ຮ້າຍ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ເດີນຂະບວນ
​ປະ​ທ້ວງ ການ​ຈັບ​ກຸມນັກ​ເຄື່ອນ​ໄຫວຊາວ​ຈີນ ທີ່ໄປຂຶ້ນເກາະ
ດັ່ງກ່າວ​ໃນ​ອາທິດແລ້ວ​ນີ້ ຊຶ່ງ​ເປັນ​ເກາະ​ທີ່ເອີ້ນ​ກັນ​ຢູ່​ໃນຍີ່​ປຸ່ນ
ວ່າ Senkaku ​ແລະໃນ​ຈີນວ່າ Diaoyu. ຢູ່​ໃນ​ບາງ​ຕົວ​ເມືອງ
ພວກ​ປະ​ທ້ວງ​ພາກັນ​ທໍາລາຍລົດ​ທີ່​ເຮັດ​ຢູ່ຍີ່ປຸ່ນ ​ແລະ​ປະ​ທະ​ກັນ​
ກັບຕໍາຫລວດ ​ທີ່​ພະຍາຍາມ​ຈະຂັດຂວາງ​ພວກ​ເຂົາ​ເຈົ້າ.

ໃນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດວານ​ນີ້ ນັກ​ເຄື່ອນ​ໄຫວ​ຍີ່​ປຸ່ນ 10 ຄົນ ຮວມ​ທັງ​ສະມາຊິກ​ສະພາ​ປົກຄອງ​ທ້ອງ​ຖິ່ນ​ຈໍ​ານວນ​ນນຶ່ງ ໄດ້ພາກັນລອຍເຂົ້າ​ໄປຝັ່ງ ​ແລະ​ປັກທຸງຍີ່​ປຸ່ນຢູ່​ເກາະ​ນຶ່ງ​ໃນ​ຈໍານວນຂອງ​ໝູ່​ເກາະ​ທີ່​ເປັນ​ບັນຫາ​ຂັດແຍ້​ງ ກັນນັ້ນ ຫລັງ​ຈາກ​ທີ່ຂະ​ບວນເຮືອ​ນ້ອຍ
ຈໍານວນ​ນຶ່ງ ​ໄດ້​ນໍາພາ​ປະຊາຊົນ ປະມານ 150 ຄົນ​ ​ເດີນທາງ​ໄປ​ຍັງ​ໝູ່​ເກາ​ະ ດັ່ງກ່າວ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ອອກ​ຖະ​ແຫລ​ງການ “ປະ​ທ້ວງ​ຢ່າງ​ແຮງ​ຕໍ່​ການ​ຂຶ້ນ​ໄປ​ເທິງ​ເກາະນັ້ນ.” ເອກ​ອັກ​ຄະ​ລັດຖະທູດຍີ່​ປຸ່ນ ປະ​ຈໍາ​ຈີນ ທ່ານ Uichirio Niwa ​ບໍ່​ຮັບ​ຮູ້​ການ​ປະ​ທ້ວງ ​ແລະ​ຮຽກຮ້ອງ​ໃຫ້​ປັກ​ກິ່ງ ຈົ່ງ​ປົກ​ປ້ອງ​ຊັບ​ສົມບັດ​ຂອງຍີ່​ປຸ່ນ ຢູ່​ໃນເມືອ​ງ
ຕ່າງໆ ​ຂອງ​ຈີນນັ້ນ ​ໄວ້ຈາກ​ການຖືກ​ທໍາລາຍ.

ທັງ​ຈີນ ​ແລະຍີ່​ປຸ່ນ ຕ່າງ​ກໍພາກັນ​ອ້າງ​ເອົາ​ກໍາມະສິດ​ໃນ​ໝູ່​ເກາະທີ່​ບໍ່​ມີ​ຄົນ​ຢູ່ ຊຶ່ງ​ຕັ້ງ​ຢູ່​ໃນ​ຂົງ​ເຂດທີ່ ​ອຸດົມ​ສົມ​ບຸນ​ໄປ​ດ້ວຍ​ ຊັບພະ​ຍາກ​ອນທໍາ​ມະ​ຊາດ.

ໃຕ້​ຫວັນ ​ກໍ​ອ້າງ​ເອົາ​ເຂດນ່ານ​ນໍ້າໃນ​ບໍລິ​ເວນ​ນັ້ນເຊ່​ນດຽວ​ກັນ ​ແລະ​ກະຊວງການ​ຕ່າງປະ​ເທດຂອງ​ໄຕ້​ຫວັນ ​ກໍໄດ້​ປະ​ທ້ວງ ຕໍ່​ການທີ່​ນັກ​ເຄື່ອນ​ໄຫວຍີ່​ປຸ່ນ ​ໄດ້​ຂຶ້ນ ໄປເທິງ​ເກາະໃນ​ວັນ​ອາທິດແລ້ວນີ້.
XS
SM
MD
LG