ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​ສາສະດາຈານ ​​ຈີນ ທີ່ຖືກຈັບ ຍ້ອນໃຫ້ສຳພາດ ກັບ ວີໂອເອ ຖືກປ່ອຍແລ້ວ


​​​​ສາສະດາຈານ​ ຊັນ ​ເວິນ​ກວງ ກ່າວຢູ່ເຮືອນຂອງທ່ານ ທີ່ເມືອງຈີນານ, ໃນແຂວງຊານດົງ ທາງພາກຕາເວັນອອກຂອງຈີນ, 28 ສິງຫາ 2013.
​​​​ສາສະດາຈານ​ ຊັນ ​ເວິນ​ກວງ ກ່າວຢູ່ເຮືອນຂອງທ່ານ ທີ່ເມືອງຈີນານ, ໃນແຂວງຊານດົງ ທາງພາກຕາເວັນອອກຂອງຈີນ, 28 ສິງຫາ 2013.

ສາສະດາຈານ​ຊາວ​ຈີນທີ່ອອກບຳນານແລ້ວຄົນ​ນຶ່ງ ຜູ້​ທີ່​ໄດ້​ຖືກ​ຈັບ​ກຸມໂດຍ​ເຈົ້າ​ໜ້າ​ທີ່​ຈີນ ​ໃນ​ຂະນະ​ທີ່ໃຫ້ການ​ສຳພາດ​ສົດທາງ​ໂທລະພາບ​ ກັບ​ວິທະຍຸ​ສຽງ​ອາ​ເມຣິກາພາກ​ພາສາ ​ຈີນ​ກາງ ປະມານ​ເກືອບ​ສອງ​ສັບປະດາ​ແລ້ວນັ້ນ ​ແມ່ນ​ໄດ້​ຮັບ​ອະນຸຍາດ ​ໃຫ້​ກັບ​ຄືນ​ເມືອ​ບ້ານ​ຂອງ​ຜູ້ກ່ຽວແລ້ວ​ແຕ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ດູ​ແລ​ຢ່າງ​ໃກ້ຊິດ ອີງຕາມຄຳເວົ້າຂອງພວກເພື່ອນ​ສະ​ນິດ​ຂອງ​ທ່ານ ​ທີ່ໄດ້​ບອກ​ກັບ​ວີ​ໂອ​ເອ ​ໃນວັນຈັນມື້ນີ້.

ທ່ານ ຊັນ ​ເວິນ​ກວງ ​ໄວ 84 ປີ ​ໄດ້​ບອກ​ກັບພວກ​ໝູ່ເພື່ອນ​ວ່າ ຫຼັງ​ຈາກ​ທີ່ເພິ່ນ​ໄດ້ຖືກ​ຈັບ​ກຸມ ​ໃນ​ວັນ​ທີ 1 ສິງຫາ​ນັ້ນ​ແລ້ວ ​ເພິ່ນ​ໄດ້​ຖືກ​ຍ້າຍ ໄປຍັງສະຖານທີ່ຫຼາຍແຫ່ງ ຊຶ່ງ ​ຮວມທັງເຮືອນຫຼັງນຶ່ງ ທີ່ຄ້າຍ​ທະຫານເຂດຈີ​ນານ​ ໃນ​ເຂດ​ຮ່ອມ​ພູຢັນສີ ​ຊຶ່ງ​ແມ່ນໂຮງ​ແຮມ ​ແລະ​ສູນກາງຮັບຮອງ​ ​ທີ່​ພົວພັນ​ກັບ​ພວກ​ທະຫານ ​ໃນ​ເຂດ​ຈີນານ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ອັນເປັນບ້ານ​ເກີດ​ຂອງ​ທ່ານ. ​ເພິ່ນ​ໄດ້​ຖືກ​ຍ້າຍ​ໄປຍັງສະຖານ​ທີ່ 4 ແຫ່ງ, ຊຶ່ງຈະໃຫ້ພັກຢູ່ ນຶ່ງ ​ຫຼື ສອງ​ມື້ ​ພາຍໃຕ້​ການກວດ​ກາສິ້ງຊອມ​ດ້ານ​ຄວາມ​ປອດ​ໄພ​ຢ່າງ​ເຂັ້ມງວດ, ອີງຕາມຄຳເວົ້າຂອງໝູ່​ຂອງ​ທ່ານ​.

ຫຼັງ​ຈາກ​ທີ່​ໄດ້​ໂອ້​ລົມ​ກັບ​ເພິ່ນ​ໃນ​ວັນ​ຈັນ​ມື້​ນີ້​ແລ້ວ, ໝູ່​ຂອງ​ເພິ່ນ​ ໄດ້​ກ່າວ​ວ່າ ສາສະດາຈານ​ຮ້ອງຂໍ​ໃຫ້ພວກເຂົາເຈົ້າ ​ຕິດ​ຕໍ່​ກັບວີ​ໂອ​ເອ ​ແລະ​ບອກ​ວ່າ ທ່ານ​ນັ້ນ ​ແມ່ນ​ໄດ້​ປອດ​ໄພ ກັບ​ຄືນ​ບ້ານຂອງ​ທ່ານ​ແລ້ວ. ພວກ​ໝູ່​ເພື່ອນ​ໄດ້​ບອກ​ວ່າ ທ່ານ​ເວິນ​ກວງ ບອກ​ກັບ​ພວກ​ເຂົາ​ເຈົ້າ​ວ່າ ທະ​ຫານ
ຮັກສາ​ຄວາມ​ປອດ​ໄພ ​ໄດ້ທຳການ​ກວດ​ຄົ້ນບ້ານ​ຂອງ​ເພິ່ນ ​ແລະ​ໄດ້​ເອົາ​ໂທລະສັບ​ມື​ຖື​ໄປ, ​ໂທລະສັບ​ຕັ້ງ​ໂຕະ ​ແລະ​ເຄື່ອງຄອມ​ພິວ​ເຕີ. ບັນຊີ​ຕາໜ່າງ​ສື່​ສັງຄົມ​ຂອງ​ເພິ່ນ ​ແມ່ນ​ຖືກ​ປິດ, ອີງຕາມຄຳເວົ້າພວກ​ໝູ່​ຂອງ​ທ່ານທີ່​ໄດ້​ບອກ​ໄວ້.

ຕຳຫຼວດຈີນ ໄດ້ພັງປະຕູເຂົ້າໄປໃນເຮືອນ ຂອງທ່ານ ຊັນ ເວິນກວງ, ສາສະດາຈານ ຜູ້ທີ່ໄດ້ກະສຽນແລ້ວ ຈາກມະຫາ ວິທະຍາໄລ ຊານດົງ (Shandong University) ຜູ້ທີ່ໄດ້ຕິຕຽນ ປະວັດສິດທິມະນຸດ ຂອງຈີນ, ໃນຂະນະທີ່ທ່ານ ໃຫ້ສຳພາດ ທາງໂທລະສັບ ກັບ ວີໂອເອ ພະແນກພາສາຈີນກາງ ໃນລາຍການ ໂທລະພາບ (Issues & Opinions) ທີ່ອອກອາກາດສົດຢູ່ນັ້ນ.
ຕຳຫຼວດຈີນ ໄດ້ພັງປະຕູເຂົ້າໄປໃນເຮືອນ ຂອງທ່ານ ຊັນ ເວິນກວງ, ສາສະດາຈານ ຜູ້ທີ່ໄດ້ກະສຽນແລ້ວ ຈາກມະຫາ ວິທະຍາໄລ ຊານດົງ (Shandong University) ຜູ້ທີ່ໄດ້ຕິຕຽນ ປະວັດສິດທິມະນຸດ ຂອງຈີນ, ໃນຂະນະທີ່ທ່ານ ໃຫ້ສຳພາດ ທາງໂທລະສັບ ກັບ ວີໂອເອ ພະແນກພາສາຈີນກາງ ໃນລາຍການ ໂທລະພາບ (Issues & Opinions) ທີ່ອອກອາກາດສົດຢູ່ນັ້ນ.

ວີ​ໂອ​ເອ ​ໄດ້​ພະຍາຍາມ​ທີ່​ຈະ​ຕິດ​ຕໍ່​ທ່ານ​ເວິນ​ກວງ ​ໃນ​ວັນ​ຈັນ​ມື້​ນີ້ ​ແຕ່​ວ່າ ບໍ່​ສາມາດ
​ຕິດ​ຕໍ່​ໄດ້. ​ທາງ​ການ​ຈີນ ​ໄດ້​ປະຕິ​ເສດ ທີ່ຈະ​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ເລື້ອງ​ນີ້.

​ທ່ານເວິນ​ກວງ ໄດ້​ຖືກຈັບກຸມໃນ​ຂະນະ​ທີ່ໃຫ້​ສຳພາດທາງ​ໂທລະພາບ​ສົດ​ ກັບ​ວິທະຍຸ
​ສຽງ​ອາ​ເມຣິກາ ໃນລາຍການບັນຫາແລະຄວາມເຫັນ ຫຼື Issues & Opinions ​
ໃນ​ຂະນະ​ທີ່​ທ່າ​ນ​ໄດ້ກ່າວ​ຕຳ​ໜິຕິຕຽນ​ການ​ຊ່ອຍ​ເຫຼືອ​ຂອງ​ຈີນ​ຕໍ່​ຕ່າ​ງປະ​ເທດແລະ
​ແຜນ​ຍຸດ​ທະ​ສາດ​ທາງ​ດ້ານ​ການ​ທູດ ​ໃນ​ອາ​ຟຣິກາ. ​ໃນ​ຂະນະ​ທີ່​ໃຫ້ສຳພາດ​ຢູ່​ນັ້ນ
ທ່ານ ຊັນ ​ໄດ້​ບອກ​ກັບ​ວີ​ໂອ​ເອວ່າ ​ເຈົ້າ​ໜ້າ​ທີ່​ແມ່ນ​ໄດ້​ບຸກ​ເຂົ້າ ​ໄປ​ໃນ​ບ້ານ​ຂອງ​ເພິ່ນ
​ແລະ​ພະຍາ ຍາມ​ທີ່​ຈະ​ບໍ່​ໃຫ້ທ່ານ​ໄດ້​ສະ​ແດງຄວາມ​ຄິດ​ເຫັນ ຕໍ່ຕ້ານ​ລັດຖະບານ.

ສາສະດາຈານ​ທ່ານ​ນີ້ ​ໄດ້​ກັບ​ຄືນ​ເມືອເຮືອນ​ຂອງທ່ານ​ແລ້ວ ຫຼັງ​ຈາກ ມີ​ພວກ​ສິດ​ເກົ່າ
​ທີ່​ມະຫາວິທະຍາ​ໄລ​ຊານ​ດົງ​ຈຳນວນຫຼາຍ​ກວ່າ 150 ຄົນ ບ່ອນ​ທີ່​ທ່ານ​ໄດ້​ສິດສອນ ​
ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ​ນັ້ນ ​ໄດ້​ຂຽນ​ຈົດໝາຍ​ເປີດຊອງ​ໄປ​ຫາ​ເຈົ້າໜ້າທີ່
ຮຽກຮ້ອງ​ໃຫ້​ທາງ​ມະຫາວິທະຍາ​ໄລ ຄ້ຳປະກັນ​ຄວາມ​ປອດ​ໄພ ​ແລະ​ສິດ​ເສລີພາບ
​ຂອງ​ເພິ່ນ.

ທ່ານຫວັງ ຊູ​ຈຸນ ຜູ້​ຮ່ວມຂຽນ​ຈົດໝາຍ​ດັ່ງກ່າວ ​ໄດ້​ບອກ​ກັບວີ​ໂອ​ເອວ່າ ທ່ານ​ແມ່ນ
​ຕົກ​ໃຈ​ກ່ຽວ​ກັບ​ເຫດການ​ຄັ້ງ​ນີ້, ບ່ອນ​ທີ່​ທ່ານ​ຄິດ​ວ່າ​ ມັນເປັນເລື້ອງ ທີ່ໜ້າໂກດແຄ້ນ ບໍ່ມີຄວາມສີວິໄລ​ແລະ​ຂັດຕໍ່ລັດຖະທຳ​ມະນູນ. ທ່ານ​ໃຫ້ຂໍ້ສັງເກດ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່
​ທ້ອງ​ຖິ່ນ​ໃນ​ເຂດ​ຈີ​ນານ​ ຊຶ່ງ​ເປັນ​ເມືອງ​ຫຼວງ​ຂອງ​ແຂວງ​ຊານ​ດົງ​ແມ່ນ​ໄດ້​ສ້າງຄວາມ
ເສຍຫາຍ ​ຢ່າງຮ້າຍແຮງຕໍ່ພາບ​ພົດ​ຂອງ​ຈີນ ໃນ​ເວທີສາກົນ​ ​ໂດຍ​ປະຕິບັດແບບ
ບໍ່​ມີ​ມາລະຍາດ​ແລະ​ຂາດຄວາມຮັບຜິດຊອບ ຕໍ່ພວກຕ້ອງຕິລັດຖະບານ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG