ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການສ້າງທາງ ລົດໄຟຄວາມໄວສູງ ເຊື່ອມຕໍ່ຈີນກັບລາວ ຍັງຈະດໍາເນີນໄປຢູ່


ຕົວຢ່າງຂອງລົດໄຟຄວາມໄວສູງທີ່ຈະແລ່ນຈາກຊາຍແດນຈີນມາຫານະຄອນວຽງຈັນຂອງລາວ
ຕົວຢ່າງຂອງລົດໄຟຄວາມໄວສູງທີ່ຈະແລ່ນຈາກຊາຍແດນຈີນມາຫານະຄອນວຽງຈັນຂອງລາວ

ນາຍົກລັດຖະມົນຕີຈີນຢືນຢັນວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ລະຫວ່າງ ລາວກັບຈີນ ຈະຍັງຄົງດໍາເນີນການຕໍ່ໄປ ເຖິງແມ່ນວ່າຈະປະສົບກັບບັນຫາຊັກຊ້າ ໃນ ໄລຍະທີ່ຜ່ານມາກໍ່ຕາມ.

ການຢືນຢັນວ່າ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ລະຫວ່າງລາວ
ກັບຈີນ ຍັງຈະມີການດໍາເນີນໂຄງການຕໍ່ໄປໃນຄັ້ງນີ້ ເປັນການຢືນຢັນໂດຍທ່ານເຫວີນ
ເຈຍບາວ ນາຍົກລັດຖະມົນຕີຂອງຈີນ ຊຶ່ງໄດ້ມີຂຶ້ນໃນໂອກາດການພົບປະເຈລະຈາກັບ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ທີ່ໄດ້ເດີນທາງໄປຢ້ຽມຢາມນະຄອນ
ຫລວງປັກກິ່ງຂອງຈີນຢ່າງເປັນທາງການ ໃນທ້າຍເດືອນພຶດສະພາທີ່ຜ່ານມານີ້. ທັງນີ້ ໂດຍໂຄງສ້າງຂອງການດໍາເນີນໂຄງການນັ້ນ ກໍຈະຍັງຄົງເດີມ ກໍຄືເປັນການຮ່ວມທຶນ
ລະຫວ່າງທາງການຈີນກັບລາວ ໃນຮູບຂອງວິສາຫະກິດຮ່ວມທຶນທີ່ມີສັດສ່ວນ 70%
ຕໍ່ 30% ຂອງມູນຄ່າການລົງທຶນທັງໝົດ 7,000 ລ້ານໂດລາ ດັ່ງທີ່ທ່ານ ສົມສະຫວາດ
ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານໃນດ້ານເສດຖະກິດຂອງລັດຖະ
ບານລາວໄດ້ໃຫ້ການຊີ້ແຈງວ່າ:

ທ່ານທອງສິງທໍາມະວົງ, ນາຍົກລັດຖະມົນຕີລາວ ແລະທ່ານເຫວີນ ເຈຍບາວ ນາຍົກລັດຖະມົນຕີຈີນ ຈັບມືກັນເນື່ອງໃນໂອກາດທີ່ທ່ານ ທອງສິງ ໄປຢ້ຽມຢາມນະຄອນປັກກິ່ງ ໃນທ້າຍເດືອນເມສາ ທີ່ຜ່ານມານີ້
ທ່ານທອງສິງທໍາມະວົງ, ນາຍົກລັດຖະມົນຕີລາວ ແລະທ່ານເຫວີນ ເຈຍບາວ ນາຍົກລັດຖະມົນຕີຈີນ ຈັບມືກັນເນື່ອງໃນໂອກາດທີ່ທ່ານ ທອງສິງ ໄປຢ້ຽມຢາມນະຄອນປັກກິ່ງ ໃນທ້າຍເດືອນເມສາ ທີ່ຜ່ານມານີ້

`ໃນ MOU ໄດ້ລະບຸວ່າ
ຈີນ-ລາວຮ່ວມກັນລົງທຶນ
ເພື່ອກໍ່ສ້າງ ຄຸ້ມຄອງບໍລິ
ຫານ
ບົນພີ້ນຖານຕ່າງ
ຝ່າຍຕ່າງໄດ້ຮັບຜົນປະ
ໂຫຍດ ແລະພັດທະນາ
ຮ່ວມກັນ ແລ້ວສ້າງຕັ້ງ
ບໍລິສັດຮ່ວມທຶນລາວ-
ຈີນ. ຢູ່ໃນນີ້ກໍແມ່ນຝ່າຍ
ຈີນຈະປະກອບສ່ວນ
ເປັນ
ເງິນສົດ ແລະອຸປະ
ກອນ ຖືຫຸ້ນນີ້ແມ່ນ
70%
ສ່ວນຝ່າຍລາວຖືຫຸ້ນ 30%. ໃນນີ້
ກະຮ່ວ
ມມືຄ່າເວນຄືນທີ່ດິນ ຍົກຍ້າຍຈັດສັນປະຊາຊົນ ຫຼືວ່າຄ່າເກັບກູ້ລະເບີດບໍ່ທັນແຕກ.”

ຫາກແຕ່ວ່າ ໂຄງການດັ່ງກ່າວກໍຍັງຕ້ອງປະສົບກັບບັນຫາຊັກຊ້າຕໍ່ໄປອີກ ເພາະຍັງບໍ່ມີ
ກໍານົດເວລາ ທີ່ຊັດເຈນວ່າ ທາງການຈີນຈະເລີ້ມລົງມືດໍາເນີນການກໍ່ສ້າງຕົວຈິງໄດ້ເມື່ອ
ໃດ ເຖິງແມ່ນວ່າທາງການຈີນຈະໄດ້ຢືນຢັນກັບທາງການລາວວ່າ ການສຶກສາຄວາມເປັນ
ໄປໄດ້ຂອງໂຄງການໃນຂັ້ນສຸດທ້າຍ ຈະມີຂຶ້ນໃນໝໍ່ໆ ນີ້ກໍຕາມ ຫາກແຕ່ກໍບໍ່ມີກໍານົດ
ເວລາຂອງການດໍາເນີນງານທີ່ຊັດເຈນ ເຊ່ນດຽວກັນ.

ນອກຈາກນີ້ ນະໂຍບາຍຂອງລັດຖະບານໄທ ກ່ຽວກັບແຜນການກໍ່ສ້າງທາງລົດໄຟຄວາມ
ໄວສູງໃນໄທ ເພື່ອເຊື່ອມຕໍ່ກັບລາວແລະຈີນນັ້ນ ກໍເປັນອີກປັດໃຈນຶ່ງ ທີ່ໄດ້ສົ່ງຜົນກະທົບ ເຖິງໂຄງການໃນລາວອີກດ້ວຍ. ເນື່ອງຈາກວ່າລັດຖະບານໄທ ໄດ້ມີການປ່ຽນແປງແຜນ ການກໍ່ສ້າງທາງລົດໄຟຄວາມໄວສູງຈາກເດີມ ທີ່ໃຫ້ຄວາມສໍາຄັນກັບການເຊື່ອມຕໍ່ຈາກ
ນະຄອນວຽງຈັນ ຜ່ານໜອງຄາຍມາຍັງບາງກອກນັ້ນ ໄດ້ມີການປັບປ່ຽນມາໃຫ້ບຸລິມະ
ສິດ ກັບເສັ້ນທາງທີ່ເຊື່ອມຕໍ່ ຈາກບາງກອກໄປຊຽງໃໝ່ ເປັນໂຄງການທໍາອິດ.

ການພົບປະກັນລະຫວ່າງຄະນະຜູ້ແທນລັດຖະບານລາວ ທີ່ນໍາພາໂດຍ ທ່ານທອງສິງ ທໍາມະວົງ ແລະຄະນະລັດຖະບານຈີນ ທີ່ນະຄອນປັກກິ່ງ ໃນທ້າຍເດືອນພຶດສະພາ, 2012 ທີ່ຜ່ານມານີ້
ການພົບປະກັນລະຫວ່າງຄະນະຜູ້ແທນລັດຖະບານລາວ ທີ່ນໍາພາໂດຍ ທ່ານທອງສິງ ທໍາມະວົງ ແລະຄະນະລັດຖະບານຈີນ ທີ່ນະຄອນປັກກິ່ງ ໃນທ້າຍເດືອນພຶດສະພາ, 2012 ທີ່ຜ່ານມານີ້

ສ່ວນໂຄງການເຊື່ອມຕໍ່ທາງ
ລົດໄຟຄວາມໄວສູງກັບລາວ
ນັ້ນ ນອກຈາກຈະຍັງບໍ່ມີກໍາ
ນົດເວລາຂອງການເລີ່ມລົງ
ມືກໍ່ສ້າງທີ່ຊັດເຈນແລ້ວ ກໍ
ຍັງປະກົດວ່າ ທາງການໄທ
ໄດ້ຕັດສິນໃຈທີ່ຈະດໍາເນີນ
ການກໍ່ສ້າງທາງລົດໄຟທີ່ມີ
ໄລຍະທາງສັ້ນລົງອີກດ້ວຍ
ຊຶ່ງກໍຄືການກໍ່ສ້າງທາງລົດ
ໄຟຄວາມໄວສູງ ເຊື່ອມຕໍ່
ຈາກບາງກອກເຖິງຈັງຫວັດ
ນະຄອນລາດຊະສີມາ ຫຼື ໂຄລາດ ເທົ່ານັ້ນ.

ຊຶ່ງດ້ວຍແຜນການ ແລະນະໂຍບາຍດັ່ງກ່າວຂອງລັດຖະບານໄທ ກໍໄດ້ເປັນຜົນເຮັດໃຫ້
ທາງການຈີນເຫັນວ່າ ຍັງບໍ່ມີຄວາມຈໍາເປັນທີ່ຈະຕ້ອງເລັ່ງດໍາເນີນການກໍ່ສ້າງທາງລົດໄຟ
ຄວາມໄວສູງໃນລາວ ເພາະວ່າການທີ່ຈະເຮັດໃຫ້ການລົງທຶນກໍ່ສ້າງທາງລົດໄຟຄວາມໄວ
ສູງໃນລາວ ໄດ້ຮັບຜົນປະໂຫຍດສູງສຸດນັ້ນ ຈະຕ້ອງສາມາດເຊື່ອມຕໍ່ກັບໄທໄປມາເລເຊຍ
ແລະສິງກະໂປໄດ້ອີກດ້ວຍ.

ທາງລົດໄຟທີ່ເຊື່ອມຕໍ່ຈາກໜອງ ຄາຍມາຫາທ່ານາແລ້ງ, ຊານ ເມືອງຂອງນະຄອນວຽງຈັນ
ທາງລົດໄຟທີ່ເຊື່ອມຕໍ່ຈາກໜອງ ຄາຍມາຫາທ່ານາແລ້ງ, ຊານ ເມືອງຂອງນະຄອນວຽງຈັນ

ແຕ່ຢ່າງໃດກໍ່ຕາມ ການທີ່ທ່ານທັກສິນ ຊິນນະວັດ
ອະດີດນາຍົກລັດຖະມົນຕີໄທ ໄດ້ໃຫ້ການຢືນຢັນເມື່ອ
ບໍ່ນາມມານີ້ວ່າ ຈະຊຸກຍູ້ໃຫ້ມີການເຊື່ອມຕໍ່ທາງລົດໄຟ
ຄວາມໄວສູງລະຫວ່າງລາວ ໄທແລະຈີນໃຫ້ໄດ້ໄວທີ່ສຸດ
ນັ້ນ ກໍ່ນັບເປັນປັດໄຈສໍາຄັນ ທີ່ຈະເຮັດໃຫ້ການເຊື່ອມຕໍ່
ທາງລົດໄຟຄວາມໄວສູງດັ່ງກ່າວ ສາມາດທີ່ຈະເກີດຂຶ້ນ
ໄດ້ຢ່າງເປັນຮູບປະທໍາ ເນື່ອງຈາກເປັນທີ່ຮັບຮູ້ກັນໂດຍ
ທົ່ວໄປວ່າ ທ່ານທັກສິນ ກໍຄືບຸກຄົນທີ່ມີອິດທິພົນ ທີ່ຢູ່
ເບື້ອງຫຼັງຄະນະລັດຖະບານໄທ ແລະເປັນອ້າຍຂອງ
ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີຄົນປັດຈຸບັນຂອງໄທອີກດ້ວຍນັ້ນ ຈຶ່ງເຊື່ອ
ວ່າ ທ່ານທັກສິນ ຈະຊ່ວຍຊຸກຍູ້ໃຫ້ລັດຖະບານໄທ ຫັນມາໃຫ້ບຸລິມະສິດກັບໂຄງການກໍ່ສ້າງ
ທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ກັບລາວ ແລະຈີນໃນໝໍ່ໆນີ້.

ເບິ່ງວີດີໂອລາຍງານພາສາລາວ ກ່ຽວກັບລົດໄຟຄວາມໄວສູງຂອງອີຕາລີ:

XS
SM
MD
LG