ບັນດານັກວິເຄາະກ່າວວ່າ ການສືບຕໍ່ດຳເນີນຄວາມພະຍາຍາມເພື່ອສ້າງຄວາມ ເປັນນໍ້ານຶ່ງ
ໃຈດຽວຂອງບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນກ່ຽວກັບບັນຫາ
ຂັດແຍ້ງ ເລື່ອງເຂດນໍ້າແດນດິນ ໃນທະເລຈີນໃຕ້ ກໍາລັງມີ ຄວາມສະລັບຊັບຊ້ອນຫຼາຍຂຶ້ນ
ຍ້ອນຈີນມີອິດທິພົນເພີ່ມຂຶ້ນ ຢູ່ໃນຂົງເຂດ.
ASEAN ຊຶ່ງເປັນກຸ່ມຂອງ 10 ປະເທດ ໃນເຂດອາເຊຍຕາເວັນອອກສຽງໃຕ້ ນັບເປັນຄັ້ງ
ທໍາອິດໃນປະຫວັດສາດ 45 ປີທີ່ບໍ່ສາມາດອອກຖະແຫຼງການຮ່ວມໄດ້ໃນກອງປະຊຸມສຸດ
ຍອດ ທີ່ກໍາປູເຈຍ ໃນອາທິດແລ້ວ ຊຶ່ງສະແດງໃຫ້ເຫັນວ່າ ມີຄວາມເຫັນແຕກຕ່າງກັນຢ່າງ
ໜັກກ່ຽວກັບບັນຫານີ້.
ຄວາມບໍ່ລົງລອຍກັນ ສ່ວນໃຫຍ່ແລ້ວແມ່ນມາຈາກການກົດດັນທາງການເມືອງ ຂອງຈີນ ຊຶ່ງ
ຢາກຈະເຈລະຈາແບບແຍກກັນກັບ 5 ປະເທດ ທີ່ຕົນມີການຂັດແຍ້ງທາງທະເລນຳ ແທນທີ່
ຈະເຈລະຈາຮ່ວມກັບສະມາຄົມ ASEAN.
ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa ກໍາລັງຢ້ຽມຢາມ
ປະເທດຕ່າງໆ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຢ່າງສຸກເສີນ ໃນການເດີນທາງທີ່ທ່ານ
ກ່າວວ່າ ເປັນຄວາມພະຍາຍາມເພື່ອ “ຟື້ນຟູການດຳ ເນີນງານຮ່ວມກັນແລະຄວາມເປັນນໍ້ານຶ່ງ
ໃຈດຽວຂອງປະເທດ ASEAN ກ່ຽວ ກັບບັນຫາທະເລຈີນໃຕ້.” ໃນການຖະແຫຼງ ທີ່ກຳປູເຈຍ
ໃນວັນພະຫັດມື້ນີ້ ທ່ານເວົ້າວ່າ ພວມມີຄວາມຄືບໜ້າບາງຢ່າງໃນເວລານີ້.
ແຕ່ມີຫຼາຍໆຄົນເວົ້າວ່າ ບໍ່ມີທ່າທາງວ່າຈະມີການບັນລຸຄວາມເປັນເອກກະພາບໄດ້ ຂະນະທີ່
ຈີນຍັງສືບຕໍ່ໃຊ້ຄວາມກົດດັນຢ່າງໜັກທາງດ້ານການເມືອງຕໍ່ປະເທດຕ່າງໆເຊັ່ນກຳປູເຈຍ ຊຶ່ງ
ກາງຕໍ່ການຊ່ອຍເຫຼືອທາງດ້ານເສດຖະກິດໃນມູນ ຄ່າຫຼາຍພັນລ້ານໂດລາຈາກປັກກິ່ງນັ້ນ.