ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນຍິນດີນໍາ ຄວາມສໍາພັນ ທີ່ດີຂຶ້ນ ກັບສະຫະລັດ


ປະທານປະເທດຈີນ ທ່ານຫູຈິນເຖົາ ໃຫ້ການສະໜັບສະ
ໜຸນຕໍ່ການມີຄວາມສຳພັນທີ່ດີຂຶ້ນກັບສະຫະລັດ ລຸນຫຼັງ
ທີ່ໄດ້ພົບກັບເຈົ້າໜ້າທີ່ອະວຸໂສ 2 ທ່ານ ຂອງລັດຖະບານ
ປະທານາທິບໍດີໂອບາມາ.

ໃນວັນພຸດທີ 8 ກັນຍານີ້ ທ່ານຫູໄດ້ພົບປະກັບທີ່ປຶກສາ
ທາງດ້ານເສດຖະກິດຂອງທຳນຽບຂາວ ທ່ານ Larry
Summers ແລະທ່ານ Tom Donilon ຮອງທີ່ປຶກສາ
ດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ທີ່ນະຄອນຫຼວງປັກກິ່ງ.
ການພົບປະທີ່ວ່ານີ້ ເປັນການມ້ວນທ້າຍການເຈລະຈາ
ເປັນເວລາ 3 ມື້ລະຫວ່າງເຈົ້າໜ້າທີ່ສະຫະລັດແລະເຈົ້າ
ໜ້າທີ່ອະວຸໂສຂອງຈີນ.

ໜັງສືພິມ South China Morning Post ທີ່ມີສຳນັກ
ງານຢູ່ຮົງກົງກ່າວວ່າ ຕົນໄດ້ຮູ້ມາຈາກເຈົ້າໜ້າທີ່ຈີນທີ່ບໍ່ປະສົງຈະອອກນາມຫຼາຍຄົນວ່າ
ທັງສອງລັດທະບານໄດ້ຕົກລົງທີ່ຈະຮື້ຟື້ນການເຈລະຈາກັນທາງທະຫານທີ່ຈີນໄດ້ງົດໄວ້
ເພື່ອປະທ້ວງຕໍ່ການຂາຍອາວຸດຂອງສະຫະລັດໃຫ້ແກ່ໃຕ້ຫວັນ

XS
SM
MD
LG