ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານຫູ ລາຍງານ ຕໍ່ກອງປະຊຸມໃຫຍ່ ພັກຄອມນິວນິສ ທີ່ກຸງປັກກິ່ງ (ວີດີໂອ)


Samoyed dogs are judged during the first day of the Crufts dog show in Birmingham, central England.
Samoyed dogs are judged during the first day of the Crufts dog show in Birmingham, central England.
ປະ​ທານ​ປະ​ເທດຈີນ ທ່ານ Hu Jintao ​ໄດ້​ຮຽກຮ້ອງ​ໃຫ້ພັກ
​ຄອມ​ມິ​ວນິສ ທີ່​ປົກຄອງ​ປະ​ເທດ​ ຢູ່​ໃນ​ເວລາ​ນີ້ ຈົ່ງ​ປາບ​ປາມ​
ການ​ສໍ້າລາດ​ບັງຫຼວງແລະ​ເສີມຂະຫຍາຍ​ການ​ປົກຄອງເພື່ອ​
ປ້ອງ​ກັນບໍ່​ໃຫ້​ເກີດ​ຄວາມ​ແຕກ ​ແຍກ ​ໃນ​ຂະນະ​ທີ່​ປະ​ເທດສື​ບ
ຕໍ່ເສັ້ນທາງ​ການ​ພັດທະນາ​ດ້ານ​ເສດ​ຖະກິດ.

ທ່ານ Hu ​ໄດ້​ກ່າວລາຍ​ງານ​ອັນ​ສໍາຄັນ​ທີ່ກຸງ​ປັກ​ກິ່ງ ​ໃນ​ວັນ​ພະຫັດວານ ​ນີ້ ທີ່ກອງ​ປະຊຸມ​ໃຫຍ່ຂອງ​ພັກ​ຄອມ​ມິ​ວນິສ ທີ່​ຈະ​ສະ​ເຫລີ​ມສະຫລອງ ການ​ເຂົ້າຮັບ​ຕຳ​ແໜ່​ງ ຂອງບັນດາ​ຜູ້​ນໍາ​ປ​ະ​ເທດຊຸດ​ໃໝ່. ​ໃນ​ການ​ກ່າວ​ຄຳປາ​ໄສ​ຕໍ່​ຜູ້ຕາງໜ້າ​ຫລາຍ​ກວ່າ 2000 ພັນ​ຄົນ​ຈາກ​ທົ່ວ​ປະ​ເທດນັ້ນ ປະທານ​ປະ​ເທດ Hu ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ພັດທະນາລະບົບ​ປ້ອງ​ກັນ​ປະ​ເທດຂອງ​ຈີນ​ໃຫ້ທັນ​ສະໄໝ ​ແລະ​ເສີມ​ສ້າງຈີນ​ໃຫ້​ກາຍ​ເປັນ​ມະຫາ ອໍານາດ​ທາງ​ທະ​ເລ. ​ແຕ່​ຂະນະ​ດຽວ​ກັນທ່ານ​ກໍ​ໄດ້ເນັ້ນໜັກ​ອີກ​ວ່າ ປັກ​ກິ່ງສືບ​ຕໍ່​ດໍາ​ເນີນ​ນະ​ໂຍບາຍ​ຕ່າງປະ​ເທດ​ແບບ​ສັນຕິ.

ທ່ານ​ກ່າວວ່າ ຈີີນແຜ່ນດີນ​ໃຫຍ່ ​ແລະເກາະໄຕ້​ຫວັນ ຄວນສ້າງ​ຕັ້ງກົນ ​ໄກ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ທະຫານ ແລະ​ບັນລຸ​ຂໍ້​ຕົກລົງສັນຕິ ພາບ​ໂດຍ​ຜ່ານ​ການ​ປຶ​ກສາ​ຫາລື​ກັນ ຊຶ່ງ​ທ່ານກ່າວ​ຢໍ້າວ່າ ຈີນຄັດ​ຄ້ານ​ຕໍ່ ການ​ເຄື່ອນ​ໄຫວ​ໃດໆ​ກໍ​ຕາມ ​ທີ່ຈະ​ເຮັດ​ໃຫ້ເກາະ​ເປັນ​ເອກ​ກະລາດ. ປັກ​ກິ່ງເນັ້ນ​ໜັກ​ວ່າ ​ໄຕ້​ຫວັນທີ່​ປົກຄອງ​ຕົນເອງ​ນັ້ນ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ ​ເຂດ​ນໍ້າແດນດິນຈີນ ​ເຖິງ​ແມ່ນ​ວ່າ​ໄດ້ແຍກອອກ​ຈາກ​ກັນ​ມາ​ເປັນ​ເວລາ 60 ກວ່າ​ປີ​ແລ້ວ​ກໍ​ຕາມ.

​ໃນຄໍາ​ຖະ​ແຫລ​ງກ່ຽວ​ກັບອະນາ​ຄົດ​ຂອງ​ພັກນັ້ນ ທ່ານ Hu ກ່າວ​ວ່າ ຈີນຈະ​ປະຕິ​ຮູບ​ໂຄງ​ສ້າງ​ທາງ​ດ້ານ​ການ​ເມືອງ​ຂອງ​ຕົນ ເພື່ອ​ໃຫ້​ມີ ການ ​ເປີດ​ກວ້າງແລະ​ເປັນ​ປະຊາທິປະໄຕຫຼາຍຂຶ້ນ ​ແຕ່ຈະ​ຮຽນ​ແບບລະບົບ​ການ​ເມືອງ ຂອງປະ​ເທດ​ຕາ​ເວັນ​ຕົກ​ໃດໆ.

​ໃນ​ລະຫວ່າງ​ກອງ​ປະຊຸມເປັນ​ເວລານຶ່ງ​ອາທິດນັ້ນ ​ເປັນ​ທີ່​ຄາດ​ກັນ​ວ່າ ປະທານ​ປະ​ເທດຈີນ ຜູ້​ທີ່​ຈະ​ລາ​ອອກ​ຈາກ​ຕໍາແໜ່​ງນັ້ນ ຈະ​ມອບ​ໜ້າ​ທີ່​ຜູ້​ນໍາ​ພັກ ​ໃຫ້​ແກ່​ຜູ້​ສືບ​ທອດ​ຕໍ່​ຈາກ​ທ່ານ
ຄືຮອງ​ປະທານ​ປະ​ເທດ Xi Jinping ຜູ້​ທີ່​ຈະ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ເດືອນ​ມີນາຈະ​ມານີ້.

ກ່ຽວຂ້ອງກັນ

XS
SM
MD
LG