ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານປະເທດ ຈີນ ກ່າວປ້ອງກັນ ໂຄງການ "ນຶ່ງແລວທາງ ນຶ່ງເສັ້ນທາງ ໃນ ອາຟຣິກາ


ບັນດາຜູ້ແທນ ອາຟຣິກາ ຍ່າງຜ່ານໜ້າຈໍ ທີ່ສະແດງໃຫ້ເຫັນ
ຮູບຂອງ ປະທານປະເທດ ຈີນ ທ່ານ ສີ ຈິ່ນ ຜິງ ກັບ ນາຍົກ
ລັດຖະມົນຕີ ເອທິໂອເປຍ ທ່ານ ອາບີ ອາເມັດ ກ່ອນ ກອງ
ປະຊຸມການຮ່ວມມື ຈີນ-ອາຟຣິກາ, ປັກກິ່ງ. 3 ກັນຍາ, 2018.
ບັນດາຜູ້ແທນ ອາຟຣິກາ ຍ່າງຜ່ານໜ້າຈໍ ທີ່ສະແດງໃຫ້ເຫັນ ຮູບຂອງ ປະທານປະເທດ ຈີນ ທ່ານ ສີ ຈິ່ນ ຜິງ ກັບ ນາຍົກ ລັດຖະມົນຕີ ເອທິໂອເປຍ ທ່ານ ອາບີ ອາເມັດ ກ່ອນ ກອງ ປະຊຸມການຮ່ວມມື ຈີນ-ອາຟຣິກາ, ປັກກິ່ງ. 3 ກັນຍາ, 2018.

ປະທານປະເທດ ຈີນ ທ່ານ ສີ ຈິ່ນ ຜິງ ໄດ້ກ່າວຕໍ່ບັນດາຜູ້ນຳການເມືອງ ແລະ ທຸລະກິດ
ຂອງ ອາຟຣິກາ ໃນວັນຈັນມື້ນີ້ວ່າ ການລົງທຶນຂອງ ຈີນ ໃນທະວີບດັ່ງກ່າວ ແມ່ນໄດ້ມີ
ຂຶ້ນດ້ວຍຈຸດປະສົງໃນການປັບປຸງການພັດທະນາຂອງທະວີບ ອາຟຣິກາ, ແລະ ບໍ່ແມ່ນ
“ໂຄງການເພື່ອຫາຜົນປະໂຫຍດສ່ວນຕົວ” ເທົ່ານັ້ນ.

ຄຳປາໄສຂອງປະທານ ສີ ໃນກອງປະຊຸມ ທີ່ເກີດຂຶ້ນທຸກໆສາມປີ ກ່ຽວກັບ ການຮ່ວມ
ມືລະຫວ່າງ ຈີນ ກັບ ອາຟຣິກາ ໃນນະຄອນຫຼວງ ປັກກິ່ງ ນັ້ນ ໄດ້ເພັ່ງເລັ່ງໃສ່ການຮັບ
ປະກັນການມີໜ້າຂອງ ອາຟຣິກາ ໃນໂຄງການລິເລີ່ມ “ນຶ່ງແລວທາງ ແລະ ນຶ່ງເສັ້ນ
ທາງ” ຂອງທ່ານ ເພື່ອໃຫ້ເງິນກູ້ຢືມຫຼາຍພັນລ້ານໂດລາ ແກ່ບັນດາປະເທດ ເອເຊຍ
ແລະ ອາຟຣິກາ ສຳລັບທຶນ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່. ບັນ
ດາຜູ້ວິພາກວິຈານ ກ່ຽວກັບ ແຜນການຂອງທ່ານ ສີ ເວົ້າວ່າ ໜີ້ສິນຢ່າງຫຼວງຫຼາຍຈະ
ເຮັດໃຫ້ປະເທດພວກນີ້ ເປັນໜີ້ບຸນຄຸນຕໍ່ ຈີນ.

ທ່ານ ສີ ໄດ້ເວົ້າຕໍ່ກຸ່ມດັ່ງກ່າວວ່າ “ການລົງທຶນຂອງ ຈີນ ໃນ ອາຟຣິກາ ໄດ້ເກີດຂຶ້ນໂດຍ
ບໍ່ມີເສັ້ນສາຍເຊື່ອມຕໍ່ທາງການເມືອງ. ຈີນ ຈະບໍ່ແຊກແຊງບັນຫາພາຍໃນຂອງ ອາຟຣິ
ກາ ແລະ ຈະບໍ່ບັງຄັບໃຫ້ ອາຟຣິກາ ເຮັດຕາມສິ່ງທີ່ຕົນຕ້ອງການ.”

ຈີນ ໄດ້ເຂົ້າໄປໃນທະວີບ ອາຟຣິກາ ເມື່ອສອງສາມປີທີ່ຜ່ານມາ, ໄດ້ເຮັດຂໍ້ຕົກລົງການ
ຄ້າ ແລະ ພື້ນຖານໂຄງລ່າງກັບຫຼາຍປະເທດ. ປະທານປະເທດ ສີ ໄດ້ສັນຍາວ່າ ຈະ
ໃຫ້ເງິນກູ້ຢືມ 60 ພັນລ້ານໂດລາ ແລະ ການຊ່ວຍເຫຼືອສຳລັບທະວີບ ອາຟຣິກາ ໃນ
ກອງປະຊຸມລະຫວ່າງ ຈີນ ກັບ ອາຟຣິກາ ຄັ້ງທີ່ຜ່ານມາ ໃນປີ 2015, ເຊິ່ງໄດ້ຈັດຂຶ້ນ
ໃນປະເທດ ອາຟຣິກາໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG