ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຜູ້​ນຳ​ຂອງ​ຈີນ ເດີນ​ທາງ​ໄປ​ຢ້ຽມ​ຢາມ ເມືອງ​ຫວູ​ຮານ ຂະ​ນະ​ທີ່ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ສູງ​ຂຶ້ນຮອດ 81 ຄົນ ແລ້ວ


ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ກຳ​ລັງ​ແນມ​ເບິ່ງ​ປ້າຍບ່ອນ​ລົດ​ເມ​ຈອດ ​ໃນ​ຂະ​ນະ​ທີ່ ປະ​ເທດ​ຖືກ​ກະ​ທົບ​ໂດຍ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ໂຣ​ນາ​ໄວ​ຣັ​ສ ຢູ່ນັ້ນ, ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ວັນ​ທີ 27 ມັງ​ກອນ 2020. REUTERS/Carlos Garcia Rawlins
ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ກຳ​ລັງ​ແນມ​ເບິ່ງ​ປ້າຍບ່ອນ​ລົດ​ເມ​ຈອດ ​ໃນ​ຂະ​ນະ​ທີ່ ປະ​ເທດ​ຖືກ​ກະ​ທົບ​ໂດຍ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ໂຣ​ນາ​ໄວ​ຣັ​ສ ຢູ່ນັ້ນ, ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ວັນ​ທີ 27 ມັງ​ກອນ 2020. REUTERS/Carlos Garcia Rawlins

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານຫລີ ເກີ້​ຈຽງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມືອງ​ຫວູ​ຮານ ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ແລະ​ກວດ​ກາ​ເບິ່ງ​ການ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ ເຊື້ອໄວຣັສໂຄໂຣນາທີ່​ໄດ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ 81 ຄົນ​ແລ້ວ.

ເມືອງ​ຫວູ​ຮານ ເປັນ​ສູນ​ກາງ​ຂອງ​ການ​ລະ​ບາດ ແລະ​ປະ​ຊາ​ຊົນ​ຢູ່​ແຫ່ງນັ້ນ ແລະ​ຢູ່​ໃນ​ເມືອງ​ອື່ນໆ​ ຈຳ​ນວນ​ນຶ່ງ ກໍ​ປະ​ເຊີນ​ກັບ​ຂໍ້​ຈຳ​ກັດຕໍ່​ການ​ເຄື່ອນ​ຍ້າຍຢ່າງ​ເຂັ້ມ​ງວດ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານພະ​ຍາ​ຍາມ​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ແຜ່ລາມ​ອອກ​ໄປ.

ບັນ​ດາ​ເຈົ້າ​ໜ້າ​ທີ່ຈີນ ໄດ້​ເອົາ​ບາດ​ກ້າວ​ເພີ້ມເຕີມ ໃນ​ວັນ​ອາ​ທິດ​ວານນີ້ ດ້ວຍ​ການ​ຂະ​ຫຍາຍ​ວັນ​ພັກ​ປີ​ໃໝ່​ຈີນ ຫລືກຸດ​ຈີນອອກ​ໄປ​ຕື່ມ​ອີກ 3 ວັນ ເພື່ອ​ຕັດການ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມນັ້ນລົງ.

​ຕົວ​ເລກຫຼ້າ​ສຸດທີ່​ລາຍ​ງານ​ອອກ​ມາ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນລວມ​ມີຫຼາຍກວ່າ 2,700 ກໍ​ລະ​ນີຂອງ​ປະ​ຊາ​ຊົນ​ທີ່​ລົ້ມ​ປ່ວຍ​ຍ້ອນ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ.

​ຍັງ​ໄດ້​ມີ​ລາຍ​ງານອີກວ່າ ມີກໍ​ລະ​ນີຄົນ​ຕິດ​ເຊື້ອ​ໄວ​ຣັ​ສດັ່ງ​ກ່າວຢູ່​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ, ກາ​ນາ​ດາ, ຝ​ຣັ່ງ, ຮົງ​ກົງ, ຍີ່​ປຸ່ນ, ມາ​ເກົ້າ, ມາ​ເລ​ເຊຍ, ເນ​ປາ​ລ, ປອກ​ຕຸຍ​ການ, ສິງ​ກະ​ໂປ, ເກົາຫຼີ​ໃຕ້, ໄຕ້​ຫວັນ, ໄທ, ສະ​ຫະ​ລັດ ແລະ​ຫວຽດ​ນາມ. ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ກໍ​ລະ​ນີ​ເຫຼົ່າ​ນັ້ນ​ ສ່ວນ​ໃຫຍ່​ແລ້ວແມ່ນພວກ​ຄົນ​ຜູ້​ທີ່ມີ​ປະ​ຫວັດ​ຂອງ​ການ​ເດີນທາງ​ໄປ​ໃນ​ເມືອງຫວູ​ຮານ ໂດຍມີ​ອີກຈຳ​ພວກ​ນຶ່ງ ​ໄດ້​ສຳ​ພັດ​ກັບ​ບຸກ​ຄົນ​ຜູ້ໃດ​ຜູ້ນຶ່ງ​ ​ທີ່​ໄດ້​ເດີນ​ທາງ​ໄປຫາ​ແຫ່ງ​ດັ່ງ​ກ່າວນັ້ນ.

ບໍ່​ໄດ້​ມີ​ລາຍ​ງານ​ຂອງ​ການ​ເສຍ​ຊີ​ວິດ​ໃດໆ ທີ່​ເຊື່ອມ​ໂຍງ​ກັບ​ເຊື້ອ​ໄວ​ຣັ​ສ ຢູ່ນອກ​ປະ​ເທດ​ຈີນ.

ຫົວ​ໜ້າຫ້ອງ​ການ​ຂອງອົງ​ການ​ສູນ​ກາງ​ຄວາມ​ຄຸມແລະ​ປ້ອງ​ກັນພະ​ຍາດຂອງ​ສະ​ຫະ​ລັດ ຫຼື CDC ​ທ່ານ​ນາງ​ແນນ​ຊີ ແມັ​ສ​ສັນ​ເນຍ (Nancy Messonnier) ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ວ່າ ມີ​ 5 ກໍ​ລະ​ນີ​ຜູ້​ຕິດເຊື້ອ​ໄວ​ຣັ​ສ​ນີ້ ທີ່​ໄດ້​ຮັບ​ການ​ຢືນ​ຢັນຢູ່ໃນ​ສະ​ຫະ​ລັດ ແລະ​ວ່າ ທັງ 5 ຄົນນີ້ ໄດ້​ສຳ​ພັດ​ໂດຍ​ກົງ​ກັບ​ຄົນ​ຜູ້​ອື່ນ​ຢູ່​ໃນ​ເມືອງ​ຫວູ​ຮານ.

ພວກ​ຄົນ​ປ່ວຍ​ດັ່ງ​ກ່າວ ໄດ້​ຮັບ​ການ​ຮັກ​ສາ​ຢູ່​ໃນ​ຫ້ອງ​ໂດດ​ດ່ຽວ​ປອດ​ພະ​ຍາດ ທີ່​ໂຮງ​ໝໍ​ແຫ່ງ​ຕ່າງໆ ໃນ​ຂະ​ນະ​ທີ່​ພວກ​ທ່ານ​ໝໍ ແລະ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ພ​ະ​ຍາ​ຍາມ ຈະຄົ້ນ​ຄວ້າກ່ຽວ​ກັບ​ເຊື້ອ​ໄວ​ຣັ​ສນີ້​ຕື່ມ​ອີກ. ອົງ​ການ CDC ກ່າວ​ວ່າ ຕົນ​ກຳ​ລັງ​ທຳ​ການ​ສືບ​ສວນ​ສອບ​ສວນກ່ຽວ​ກັບຜູ້​ຕ້ອງ​ສົງ​ໄສວ່າ​ຕິດ​ເຊື້ອ​ໄວ​ຣັ​ສນີ້ 100 ຄົນ ​ຢູ່​ໃນ 26 ລັດ​ຂອງປະ​ເທດ.

ລັດ​ຖະ​ມົນ​ຕີຄະ​ນະ​ກຳ​ມາ​ທິ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດຂອງ​ຈີ​ນ ທ່ານໝາ ຊ້ຽວ​ເວີຍ ໄດ້​ກ່າວ​ໃນ​ວັນ​ອ​າ​ທິດ​ວານນີ້ ວ່າ ເຮົາ​ຮູ້​ຈັກກ່ຽວ​ກັບ​ໄວ​ຣັ​ສນີ້ໜ້ອຍ​ດຽວ. ແຕ່​ບັນ​ດາ​ທ່ານ​ໝໍ ຮູ້​ຈັກ​ວ່າ ມັນ​ມີ​ໄລ​ຍະເພາະ​ໄ​ຂ່ ​ທີ່​ສາ​ມາດ​ຢູ່​ໃນ​ຊ່ວງ ຈາກ​ 1 ວັນ ຫາ 14 ວັນ. ທ່ານ​ໝາ ໄດ້​ກ່າວ​ວ່າ ເຊື້ອ​ໄວ​ຣັ​ສນີ້ ຕິດ​ແປດກັນ​ຢູ່​ໃນໄລ​ຍະທີ່​ມີ​ການ​ເພາະ​ໄຂ່ນີ້ ໃນ​ເມື່ອ​ມັນບໍ່​ມີຮ່ອງ​ຮອຍ ຫຼື ອາ​ການໃດໆ ຂອງ​ພະ​ຍາດ​ເລີຍ ​ຢູ່​ໃນ​ຮ່າງ​ກາຍ.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ກ່າວ​ວ່າ ຈີນ ກຳ​ລັງ​ປະ​ເຊີນ​ກັບ “ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ” ແລະ​ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ແຫລ່ງ​ຊັບ​ພະ​ຍາ​ກອນ​ທັງຫຼາຍ ຈະ​ຖືກ​ນຳ​ມາ​ສຸມ​ໃສ່ໃນ​ໂຮງ​ໝໍ​ແຫ່ງ​ຕ່າງໆໂດຍສະ​ເພາະ​ເຈາະ​ຈົງ ເພື່ອ​ຮັກ​ສາ​ປິ່ນ​ປົວພວກກໍ​ລະ​ນີເຈັບ​ປ່ວຍທີ່​ສາ​ຫັດ.

ອ່ານ​ຂ່າວນີ້​ຕື່​ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG