ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຈີນ ແລະ ອິນເດຍ ຕ້ອງສ້າງຕັ້ງ ສາຍສຳພັນ ທີ່ເຂັ້ມແຂງ ດ້ານເສດຖະກິດ


ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ທີ່ນະຄອນມຸມບາຍ, ວັນທີ 21 ພືດສະພາ 2013.
ນາຍົກລັດຖະມົນຕີຈີນ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ແລະ​ອິນ​ເດຍ
ມີ​ຄວາມ​ຈໍາ​ເປັນທີ່ຈະ​ຕ້ອງ ​ສ້າງຕັ້ງສາ​ຍພົວພັນດ້ານ​ເສດຖະກິດ
ທີ່ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

​ໃນ​ຄໍາ​ຖະ​ແຫຼ​ງ​ຕໍ່​ບັນດາຜູ້​ນໍາທຸລະກິດ ​ໃນ​ລະຫວ່າງ​ການ​ຢ້ຽມ
ຢາມ​ນະຄອນຫລວງນີວ​ເ​ເດ​ລ ລີ ​ໃນ​ວັນ​ອັງຄານ​ມື້​ນີ້ ນາຍົກ
ລັດຖະມົນຕີຈີນ ທ່ານ Li Keqiang ​ໄດ້​ກ່າວວ່າ ການຮັດ​ແໜ້ນ
​ການຮ່ວມ​ມືທາງ​ດ້ານ​ເສດຖະກິດ​ໃຫ້ເຂັ້ມ​ແຂງຍິ່ງ​ຂຶ້ນນັ້ນ ​ແມ່ນ​ຈະ
ນໍາ​ໄປ​ສູ່​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ ຢູ່​ໃນ​ທັງ​ສອງ​ປະ​ເທດ​.

​ໃນ​ວັນ​ຈັນ​ວານ​ນີ້ ນາຍົກລັດຖະມົນຕີ​ອິນ​ເດຍ ທ່ານ Manmohan
Singh ​ແລະ​ທ່ານ Li ​ໄດ້ຕົກລົງ​ເຫັນ​ພ້ອມ​ກັນ ທີ່​ຈະແກ້ໄຂບັນຫາ​ຜິດ​ຖຽງ​ກັນ​ ກ່ຽວ​ກັບເຂດ​
ຊາຍ​ແດນ​ ແລະຄວາມ​ເຄັ່ງຕຶງ​ອື່ນໆ​. ສ່ວນທ່ານ Singh​ ນັ້ນກ່າວ​ວ່າ ທັງ​ສອງ​ຝ່າຍ​ຈະ​ຕ້ອງ
ທໍາງານ​ເພື່ອ​ເສີມ​ສ້າງ​ຄວາມ​ໄວ້​ວາງ​ໃຈ ​ແລະ​ຄວາມ​ເຊື່ອ​ໝັ້ນໃນ​ກັນ​ແລະ​ກັນ ​ໃຫ້ໜັກ​ແໜ້ນ
ຂຶ້ນເພື່ອ​ອໍານວຍ​ໃຫ້​ມີ​ການຮ່ວມ​ໄມ້​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ.

ນາຍົກລັດຖະມົນຕີຈີນ Li ​ແມ່ນ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ອິນ​ເດຍ​ ເປັນ​ເວລາ 3 ມື້
ແລະ​ຄາດ​ວ່າ ທ່ານ​ຈະ​ໄປ​ຢ້ຽມຢາມ ນະຄອນມູມບາຍ ​ທີ່​ເປັນ​ສູນ​ກາງ​ການ​ເງິນ​ຂອງ
​ອິນ​ເດຍເພື່ອ​ພົບ​ປະ​ກັບ​ບັນດາ​ຜູ້​ບໍລິຫານ​ທຸລະ​ກິດສູງສຸດ​ຈີນ​ກ່າວ​ວ່າການຈັດ​ໃຫ້​
ອິນ​ເດຍເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທໍາ​ອິດ ​ຂອງ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງນາຍົກລັດຖະ
ມົນຕີຈີນຄົນ​ໃໝ່ ແມ່ນສະ​ແດງໃຫ້​ເຫັນ​ເຖິງ​ຄວາມ​ສໍ​າຄັນ​ທີ່ປັກກິ່ງ ມອບໃຫ້​ອິນ​ເດຍ​
ໃນ​ເລື້ອງ​ຄວາມ​ສໍາພັນ​ລະຫວ່າງ​ທັງ​ສອງ​ປະ​ເທດນັ້ນ.

ຈີນ​ແມ່ນ​ເປັນ ຄູ່​ພາຄີ​ການ​ຄ້າ​ທີ່​ໃຫຍ່​ສຸດ ​ຂອງ​ອິນ​ເດຍຫຼັງ​ຈາກ​ເສັດ​ສິ້ນ​ການ​ຢ້ຽມຢາມ​
ອິນ​ເດ​ຍ​ແລ້ວ ທ່ານ Li ຈະເດີນທາງ​ໄປ ປາ​ກີ​ສຖານ Switzerland ​ແລະ​ເຢຍລະ​ມັນ ​
ໃນ​ຄວາມ​ພະຍາຍາມ​ ນໍ​າສະ​ເໜີຂໍ້ຄວາມທີ່ວ່າ ຈີນ​ນັ້ນ​ແມ່ນ​ຕ້ອງການ​ທີ່​ຈະມີສາຍ​ພົວພັນ
​ແບບ​ເປີດ​ເຜີຍ​ແລະ​ເປີ​ດກ້ວາງ​ ແລະ​ບໍ່​ຄວນ​ເຫັນ​ວ່າ​ຈີນເປັນໄພຂົ່ມຂູ່​.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG