ຄູ່ຕໍາແໜ່ງຂອງທ່ານ ທີ່ມາຢ້ຽມຢາມຈາກປະເທດຈີນ ໄດ້ຕົກ
ລົງກັນ ທີ່ຈະແກ້ໄຂຂໍ້ຂັດແຍ້ງກັນເລື້ອງຊາຍແດນແລະຄວາມ
ເຄ່ງຕຶງອື່ນໆ ໃນຂະນະທີ່ນາຍົກລັດຖະມົນຕີຈີນ ທ່ານ Li
Keqiang ສືບຕໍ່ຢ້ຽມຢາມຕ່າງປະເທດ ຄັ້ງທໍາອິດຂອງທ່ານ
ນັບຕັ້ງແຕ່ໄດ້ເຂົ້າຮັບຕໍາແໜ່ງ.
ທ່ານ Li ໄດ້ເດີນທາງໄປເຖິງນະຄອນຫລວງນິວແດນລີ ໃນວັນ
ອາທິດວານນີ້ ແລະໄດ້ພົບປະກັບທ່ານ Singh ໃນວັນຈັນມື້ນີ້
ເພື່ອຫາລືກັນກ່ຽວກັບບັນຫາຫລາຍເລື້ອງ ອັນໂຮມທັງການຜິດ
ຖຽງກັນທີ່ມີມາດົນນານ ກ່ຽວກັບເລື້ອງຊາຍແດນຢູ່ໃນເຂດພູເຂົາ
ຫິມະໄລ ແລະຄວາມບໍ່ສົມດູນທາງກ້ານການຄ້າ ທີ່ອິນເດຍຂາດ
ທຶນໃຫ້ຈີນຢ່າງຫລວງຫລາຍນັ້ນ
.
ໃນກອງປະຊຸມຖະແຫລງຂ່າວຮ່ວມກັນນັ້ນ ທ່ານ Li ກ່າວວ່າ ທັງ
ສອງປະເທດມີຜົນປະໂຫຍດອັນດຽວກັນ ຫລາຍກ່ວາຄວາມ
ແຕກຕ່າງກັນ. ສ່ວນທ່ານ Singh ເວົ້າວ່າ ທັງສອງຝ່າຍຈະຕ້ອງ
ທໍາງານເພື່ອເສີມສ້າງຄວາມໄວ້ວາງໃຈ ແລະຄວາມເຊື່ອໝັ້ນໃນກັນແລະກັນ ໃຫ້ໜັກ
ແໜ້ນຂຶ້ນ ເພື່ອອໍານວຍໃຫ້ມີການຮ່ວມໄມ້ຮ່ວມມືກັນຫລາຍຂຶ້ນ.
ຜູ້ນໍາທັງສອງໄດ້ລົງນາມໃນສັນຍານ້ອຍໆ 8 ສະບັບ ແຕ່ທັງສອງທ່ານກ່າວວ່າ ສັນຍາລັກຂອງການພົບປະຂອງພວກທ່ານ ແມ່ນສໍາຄັນຫລາຍກ່ວາ.
ການຢ້ຽມຢາມເປັນເວລາສາມວັນ ໄດ້ມີຂື້ນ ບໍ່ຮອດສອງອາທິດ ຫລັງຈາກການສີ້ນສຸດລົງ
ຢ່າງສັນຕິ ຂອງຄວາມເຄັ່ງຕືງທາງທະຫານ ກ່ຽວກັບພື້ນທີ່ຫລາຍໝື່ນກິໂລແມັດມົນທົນ ຢູ່ໃນຂົງເຂດ Ladakh ທີ່ເປັນຂໍ້ໂຕ້ແຍ້ງກັນ ທີ່ຈີນແລະອິນເດຍ ຍັງບໍ່ເຄີຍໄດ້ຕົກລົງກັນ
ເລື່ອງຊາຍແດນຂອງເຂົາເຈົ້າຢູ່ທີ່ນັ້ນ ຢ່າງຄັກແນ່.