ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສະໜັບສະໜູນກຣິສ


ນາຍົກຈີນ ເຫວິນ ເຈ້ຍບາວ ກັບນາຍົກລັດຖະມົນຕຣີກຣີສ ທ່ານ George
Papandreou ຕອນໄປຢ້ຽມຢາມກຣີສເມື່ອບໍ່ນານມານີ້
ນາຍົກຈີນ ເຫວິນ ເຈ້ຍບາວ ກັບນາຍົກລັດຖະມົນຕຣີກຣີສ ທ່ານ George Papandreou ຕອນໄປຢ້ຽມຢາມກຣີສເມື່ອບໍ່ນານມານີ້

ນາຍົກລັດຖະມົນຕີຈີນ ທ່ານ ເຫວິນ ເຈ້ຍບາວ ໄດ້ ບອກບັນດາສະມາ ຊິກສະພາ​ແຫ່ງຂອງກຣີສວ່າ ກຸງ ປັກກິ່ງແມ່ນສະໜັບສະໜຸນເງິນຢູ​ໂຣທີ່ທຸ່ນທ່ຽງ ແລະ ຈະບໍ່ລົດຈໍານວນພັນທະບັດຂອງຢູ​ໂຣບ ທີ່ຕົນມີ​ຢູ່​ນັ້ນ ລົງແຕ່ຢ່າງໃດ.

ໃນຄໍາ​ປາ​ໃສຕໍ່ສະພາ​ແຫ່ງ​ຊາດຂອງກຣີສນັ້ນ ນາຍົກລັດ ຖະມົນຕີ ເຫວິນ ເຈ້ຍບາວ ກ່າວວ່າ ຈີນກໍາລັງດໍາເນີນ​ງານເພື່ອປັບປຸງສະພາບແວດ​ລ້ອມ​ດ້ານການລົງທຶນຂອງ ຕົນ ພິທັກປົກປ້ອງຊັບສິນທາງປັນຍາ ແລະພັດທະການ ຮ່ວມມືກັນໃນດ້ານເທັກໂນໂລຈີ.

ທ່ານ ເຫວີນ ເຈຍບາວ, ນາຍົກລັດຖະມົນຕີຈີນ ພົບປະກັບ ທ່ານ Karolos Papoulias ປະທານາທິບໍດີ ກຣີສ ທີ່ນະຄອນຫລວງ Athens ໃນວັນທີ 3 ຕຸລາ, 2010.
ທ່ານ ເຫວີນ ເຈຍບາວ, ນາຍົກລັດຖະມົນຕີຈີນ ພົບປະກັບ ທ່ານ Karolos Papoulias ປະທານາທິບໍດີ ກຣີສ ທີ່ນະຄອນຫລວງ Athens ໃນວັນທີ 3 ຕຸລາ, 2010.

ວັນເສົາວານນີ້ ທ່ານເຫວິນ ໄດ້ພົບປະກັບທ່ານ George Papandreou ນາຍົກລັດຖະ ມົນຕີກຣີສ ໃນກຸງເອເທັນ ແລະຫລັງຈາກການ​ພົບ​ປະກັນ ທ່ານເຫວິນ ກໍໄດ້ປະກາດວ່າ ກຣີສເປັນປະເທດພາຄີ ທີ່ໜ້າເຊຶ່ອຖືຫລາຍທີ່ສຸດຂອງຈີນ ໃນພາກພື້ນຢຸໂຣບ.

ຜູ້ນໍາຈີນກ່າວວ່າ ກຸງປັກກິ່ງຈະຊື້ພັນທະບັດຂອງລັດຖະບານກຣີສ ເວລາໃດກຣີສເລີ່ມ​ເອົາ​ພັນທະບັດ​ອອກ​ຂາຍ​ໃນຕະຫລາດສາກົນ​ເພື່ອຫາ​ເງິນ​ມາ​ຖົມ​ຂຸມ​ງົບປະມານອີກ. ນອກນີ້ ແລ້ວທ່ານເຫວິນຍັງໄດ້ເຊັນຂໍ້ຕົກລົງຫລາຍ​ສະບັບທີ່​ແນ​ໃສ່ເພື່ອ​ເສີມຂະຫຍາຍການຄ້າ ແລະ ຊ່ວຍຊຸກຍູ້ອຸດສາຫະກໍາການ ລໍາລຽງ​ຂົນສົ່ງສິນຄ້າຂອງກຣີສນັ້ນນໍາ. ນາຍົກລັດຖະມົນຕີ ກຣີສ​ໄດ່ກ່າວຂອບອົກຂອບໃຈຈີນ ສໍາລັບການສະໜັບສະໜຸນຂອງຈີນນັ້ນ ໂດຍ​ເວົ້າວ່າ ຂໍ້ຕົກລົງຕ່າງໆທີ່ຫາກໍເຊັນກັນນັ້ນ ແມ່ນຈະສ້າງຜົນຮັບທີ່ສໍາຄັນ.

XS
SM
MD
LG