ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຈີນ ທ່ານ Li ກ່າວວ່າ ​ເສດຖະກິດ​ ປະ​ເຊີນ​ກັບ ຄວາມ​ຫຍຸ້ງຍາກ​


China Economy
please wait
Embed

No media source currently available

0:00 0:00:48 0:00

ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ​ໄດ້​ກ່າວ​ໃນ​ວັນ​ພະຫັດ​
ມື້​ນີ້​ວ່າ ​ເສດຖະກິດ​ຂອງ​ປະ​ເທດ​ ແມ່ນ​ກຳລັງ​ປະ​ເຊີນ​ກັບ
ຄວາມຫຍຸ້ງຍາກ​ຫຼາຍໆ​ປະການ ​ແລະ​
ພວມຖືກ​ກົດ​ດັນ​ໄປ​ໃນ​
ທາງ​ລົບ,”
ແຕ່​ກໍໄດ້ສະ​ແດງ​ອອກ​ເຖິງຄວາມ​ໝັ້ນ​ໃຈວ່າ ​ເສດຖະກິດ
ຈະບໍ່​ປະສົບ ໃນ​ອັນ​ທີ່​ທ່ານເອີ້ນ​ວ່າ “hard landing” ຫຼື​ການ​ລົງ​
ຈອດ​ແບບແບບບໍ່ເປັນທ່າ​ນັ້ນ.

​ໃນ​ການຖະ​ແຫຼ​ງການ​ທີ່​ກອງ​ປະ​ຊຸມ​ເສດຖະກິດ​ໂລກ ຫຼື World Economic Forum ​ໃນ ​ເມືອງ Dalian, ທ່ານ Li ໄດ້ກ່າວອ້າງເຖິງການຊັກຊ້າລົງຂອງເສດຖະກິດໂລກນັ້ນວ່າເປັນ ການທ້າທາຍຕໍ່ການເຕີບໂຕຂອງເສດຖະກິດຈີນ. ນອກນັ້ນທ່ານຍັງກ່າວວ່າ ເສດຖະກິດຈີນ “ແມ່ນຍັງຢູ່ໃນຂອບເຂດທີ່ສົມເຫດສົມຜົນ.”

​ທ່ານ Li ກ່າວ​ວ່າ​: “ເສດຖະກິດຈີນແມ່ນຍັງຢູ່ໃນທ່າທີ່ດີໃນຂະນະທີ່ມັນຊັກຊ້າລົງ ໃນ
ຈັງຫວະໄປສູ່ການມີສະຖຽນລະພາບເພີ້ມຂຶ້ນ ບໍ່ແມ່ນວ່າ ບໍ່ມີຄວາມຫຍຸ້ງຍາກໃດໆ ແລະ​ໂດຍ​ພາບ​ລວມໆ​ແລ້ວ ​ມັນ​ໄດ້​ສະ​ແດງ​ອອກເຖິງ​ໂອກາດ​ຫຼາຍ​ກວ່າ​ການ​ທ້າ​ທາຍ​ຕ່າງໆ.”

ນອກນັ້ນ ທ່ານ​ຍັງ​ໄດ້ສະ​ແດງ​ອອກ​ເຖິງ​ຄວາມ​ໝັ້ນ​ໃຈ​ທີ່​ວ່າ ຈີນ ຈະ​ບັນລຸ​ເປົ້າ​ໝາຍ​ທີ່ສຳຄັນ
ທາງ​ເສດຖະກິດ​ໃນປີ​ນີ້.

ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ຕໍ່​ການ​ຊັກ​ຊ້າ​ລົງທາງ​ດ້ານ​ເສດຖະກິດຂອງຈີນ ຊຶ່ງ​ເປັນ​ເສດຖະກິດ
​ທີ່​ໃຫຍ່​ທີສອງ​ຂອງ​ໂລກ ​ໄດ້ມີຜົນ​ກະທົບ​ຕໍ່​ຕະຫຼາດ​ຮຸ້ນໃນ​ທົ່ວໂລກ ​ໃນຊ່ວງ​ໄລຍະ 2-3 ​ເດືອນ​ຜ່ານ​ມາ​ນີ້ ​ໂດຍ​ທີ່ດັດຊະນີຮຸ້ນຂອງຈີນເອງ ທີ່ນະຄອນຊຽງ​ໄຮ້ ​ກໍໄດ້ຕົກລາຄາ 40% ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາເປັນຕົ້ນມາ.

​ໃນ​ເດືອນ​ແລ້ວ​ນີ້ ຈີນ​ຫລຸດຄ່າເງິນ​ຢວນຂອງຕົນລົງ ຢ່າງບໍ່ຄາດຝັນ. ປັກ​ກິ່ງ ​ໄດ້​ກ່າວ​ວ່າ
ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້​ ແມ່ນ​ມີ​ຈຸດປະສົງ​ເຮັດ​ໃຫ້​ເງິ​ນຢວນ ​ໃຊ້ກັນຫຼາຍ​ຂຶ້ນຢູ່ໃນຕະຫຼາດ ​ແຕ່​ວ່າ​ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ຜູ້ນຳ​ຈີນ​ເປັນ​ຫວ່ງ​ເຖິງເລື້ອງ
ການ​ເຕີບ​ໂຕ​ທີ່​ຊັກ​ຊ້າລົງນັ້ນໜ້ອຍຫຼາຍປານໃດ. ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ຍັງໄດ້ຖືກຕິຕຽນ ​ຄັ້ງໃໝ່ຈາກພວກ​ທີ່​ເຄີຍ​ໄດ້​ກ່າວ​ວ່າ ຈີນ ປັບປ່ຽນຄ່າ​ເງິນຕາ​ຂອງ​ຕົນ.

ທ່ານ Li ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ຈະ​ຮັກສາອັດຕາແລກປ່ຽນ​ເງິນຕາ “​ໃຫ້​ຢູ່​ໃນ​ລະດັບ​ທີ່​ມີ​ເຫດຜົນ​ພຽງພໍ​ແລະ​ທຸ່ນ​ທ່ຽງ.”

XS
SM
MD
LG