ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄໍາຂັວນທາງການເມືອງພາສາຈີນ ທີ່ຂຽນຢູ່ເທິງກໍາແພງ ໃນນະຄອນຫຼວງລອນດອນ ເຮັດໃຫ້ເກີດການໂຕ້ຖຽງ ແລະມີການປະທ້ວງຕໍ່ຕ້ານ


ຖະໜົນທີ່ຖືກປົກຄຸມໂດຍການແຕ້ມສິລະປະ ພົບເຫັນຢູ່ໃນນະຄອນຫຼວງລອນດອນ, ວັນທີ 7 ສິງຫາ 2023.
ຖະໜົນທີ່ຖືກປົກຄຸມໂດຍການແຕ້ມສິລະປະ ພົບເຫັນຢູ່ໃນນະຄອນຫຼວງລອນດອນ, ວັນທີ 7 ສິງຫາ 2023.

ໃນບໍລິເວນ Brick Lane ຂອງລອນດອນ, ເຊິ່ງມີຊື່ສຽງທາງດ້ານສິລະປະຢູ່ໃນຖະໜົນ, ເບິ່ງຄືວ່າເປັນການປະເຊີນໜ້າຄັ້ງຫຼ້າສຸດລະຫວ່າງ ຜູ້ສະໜັບສະໜຸນປະຊາທິປະໄຕ ແລະບັນດາຊາວຈີນທີ່ຈົງຮັກພັດດີ ຕໍ່ການປົກຄອງຂອງປະທານປະເທດ ທ່ານສີ ຈິ້ນຜິງ.

ໃນທ້າຍອາທິດແລ້ວນີ້, ມີໂຕໜັງສືຈີນສີແດງຂະໜາດໃຫຍ່ ໄດ້ຖືກແຕ້ມລົງພື້ນສີຂາວ, ໂດຍໄດ້ຮັບການຍ້ອງຍໍວ່າເປັນ “ແກນກາງຂອງຄຸນຄ່າທາງສັງຄົມນິຍົມ,” ທີ່ເປັນຄວາມເຊື່ອໝັ້ນທີ່ສະແດງອອກມາທໍາອິດໂດຍ ທ່ານຫູ ຈິນຕາວ, ເຊິ່ງເປັນຜູ້ດໍາລົງຕໍາແໜ່ງກ່ອນໜ້ານັ້ນ ຂອງ ທ່ານສີ, ແລະໂອບອ້ອມອາລີໂດຍພັກຄອມມູນິສຈີນ ຫຼື CCP.

ຄໍາຂັວນສ່ວນໃຫຍ່ເຫຼົ່ານັ້ນ ໄດ້ຖືກປົກຄຸມໂດຍຄວາມຮູ້ສຶກຕໍ່ຕ້ານພັກ CCP, ແລະນັກສຶກສາທີ່ເປັນຜູ້ນໍາໃນການຂຽນຄໍາຂັວນເຫຼົ່ານີ້ ກ່າວວ່າ ລາວໄດ້ຮັບຄໍາຂູ່ຂ້າຫຼາຍໆຄັ້ງ.

ໃນຕອນເຊົ້າວັນເສົາແລ້ວນີ້, ຜູ້ຄົນໄດ້ພາກັນທໍາຄວາມສະອາດພາກສ່ວນງານສິລະປະຢູ່ໃນຖະໜົນ, ແລະສີດສະເປຣສີເປັນ 12 ຄໍາຂອງພາສາຈີນທີ່ຂຽນເປັນຄູ່. ຄໍາສັບເຫຼົ່ານັ້ນລວມມີ “ປະຊາທິປະໄຕ,” “ເອື້ອເຟື້ອເພື່ອແຜ່,” “ອິດສະຫຼະພາບ,” “ຄວາມເທົ່າທຽມ,” “ຄວາມຍຸຕິທໍາ” ແລະ “ກົດລະບຽບທາງກົດໝາຍ.”

ເນື່ອງຈາກຄໍາຂັວນເຫຼົ່ານັ້ນ ດຶງດູດຄວາມສົນໃຈໃນທາງລົບຢູ່ໃນອອນລາຍ, ດັ່ງນັ້ນ ປະຊາຊົນຈຶ່ງພາກັນໄປຖະໜົນ Brick Lane ເພື່ອແຕ້ມຄໍາເວົ້າວິຈານຕໍ່ປັກກິ່ງ ເຊັ່ນວ່າ “ປົດປ່ອຍຊາວວີເກີ” ແລະ “ປົດປ່ອຍທິເບດ.” ນອກນັ້ນ, ຍັງໄດ້ອ້າງອີງຂໍ້ມູນເຖິງການສັງຫານໝູ່ທີ່ນອງເລືອດຢູ່ໃນຈັດຕຸລັດທຽນອັນເໜິນ ເມື່ອປີ 1989 ນໍາອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG