ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດຈີນ ຍິງຝູງຊົນ ທີ່ລະນຶກເຖິງ ວັນປະສູດ ອົງດາໄລ ລາມະ


ຊາວທິເບດ ຢູ່​​ໃນພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​​ພາກັນ​ລະນຶກ​ເຖິງ ວັນຄ້າຍວັນ​ປະສູດ ຂອງອົງ​ດາ​ໄລ ​ຖືກຕໍາຫລວດຍິງ ຫຼາຍຄົນ​ບາດ​ເຈັບ.
ຊາວທິເບດ ຢູ່​​ໃນພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​​ພາກັນ​ລະນຶກ​ເຖິງ ວັນຄ້າຍວັນ​ປະສູດ ຂອງອົງ​ດາ​ໄລ ​ຖືກຕໍາຫລວດຍິງ ຫຼາຍຄົນ​ບາດ​ເຈັບ.
ແຫ​ລ່ງຂ່າວ​ ຊາວ​ທິ​ເບ​ດທີ່ລີ້​ໄພ​ໃນ​ຕ່າງປະ​ເທດ ​ກ່າວ​ວ່າ ກໍາລັງ​
ຮັກສາ​ຄວາມ​ປອດ​ໄພ ຢູ່ໃນພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​ໄດ້​ຍິງ
ຊາວ​ທິ​ເບ​ດຫຼາຍຄົນ​ບາດ​ເຈັບທີ່​ພວມ​ພາກັນ​ລະນຶກ​ເຖິງ ວັນ
​ຄ້າ​ຍວັນ​ປະສູດຂອງອົງ​ດາ​ໄລ ລາ​ມະຜູ້ນຳທາງ​ດ້ານ​ຈິດ​ໃຈ​ຂອງ​
ຊາວ​ທິ​ເບ​ດ.

​ແຫ​ລ່ງຂ່າວ ​ແຈ້ງ​ໃຫ້ວີ​ໂອ​ເອ ພະ​ແນ​ກພາສາທິ​ເບ​ດ ຊາບວ່າ ​ເຫດ​
ຮ້າຍ​ນີ້ໄດ້​ເກີດ​ຂື້ນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ​ຊຶ່ງເປັນ​ວັນ​ປະສູດ​ຄົບ
ຮອບ 78 ພັນ​ສາ​ຂອງອົງ​ດາ​ໄລ ລາມະ ຢູ່​ທີ່​ເມືອງ Ganzi ​ໃນ​ເຂດ​
ປົກຄອງ​ຕົນ​ເອງ​ຂອງທິ​ເບ​ດທີ່​ແຂວງ Sichuan.

​ເຂົາ​ເຈົ້າ​ກ່າວ​ວ່າ ຊາວ​ທິ​ເບ​ດຫລາຍ​ຮ້ອຍ​ຄົນ ຮວມ​ທັງ​ຄູບາແລະ​
ແມ່ຂາວ ທີ່ພະຍາຍາມ​ພາກັນຂຶ້ນ​ໄປ​ເທິງ​ພູ ຢູ່​ທີ່​ເມືອງ Daofu ​
ເພື່ອ​ຈູດ​ທູບ​ທຽນ ​ແລະ​ພາ​ວັນ ນາ​ໃຫ້​ແກ່ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​
ທາງ​ດ້ານຈິດໃຈທີ່​ລີ້​ໄພຢູ່​ໃນ​ຕ່າງປະ​ເທດ ຊຶ່ງ​ ລັດຖະບານຈີນປະ
ກາດ​ວ່າ ​ເປັນ​ຜູ້​ແບ່ງ​ແຍກດິນ​ແດນ​ນັ້ນ.

ຊາວ​ທີ​ເບ​ດ ທີ່​ລີ້​ໄພ​ກ່າວ​ວ່າ ກໍ​ງລັງ​ຮັກສາ​ຄວາມ​ປອດ​ໄພ​ຈີນ ​ໄດ້​ເປີດ​ສາກ​ຍິງ ​ປືນ​ເຂົ້າ
​ໃສ່ເພື່ອ​ຢຸດ​ຢັ້ງ​ບໍ່​ໃຫ້ຝູງ​ຊົນຈັດ​ພິທີ​ລະ​ນຶກ​ເຖິງວັນ​ປະສູດຂອງອົງ​ດາ​ໄລ ລາ​ມະ ເຮັດ​ໃຫ້​ມີຜູ້​ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ຄົນ ​ແລະ​ຖືກນໍາ​ສົ່ງໄປ​ຮັບ​ການ​ປິ່ນປົວ ທີ່ໂຮງໝໍ. ລັດຖະບາ​ນ
ຈີນບໍ່​ໄດ້​ມີ​ຖະ​ແຫລງ​ການ​ໃດໆ​ໃນທັນ​ທີກ່ຽວ​ກັບ​ເລື່ອງ​ນີ້.
XS
SM
MD
LG