ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕໍາຫຼວດຈີນ ຈັບແກ່ງ ຄ້າມະນຸດ ທີ່ລັກພາໂຕ ເດັກນ້ອຍ 92 ຄົນ


ແຜນທີ່ຈີນ
ແຜນທີ່ຈີນ
ສື່​ມວນ​ຊົນຂອງ​ທາງ​ການ​ຈີນ​ ກ່າ​ວວ່າ ຕໍາຫລວດ​ໄດ້​ຊ່ວຍ​ເຫລືອ
​ເດັກນ້ອຍ 92 ຄົນ ​ແລະ​ຜູ້ຍິງ​ສອງຄົນ ທີ່​ຖືກ​ລັກ​ພາ​ໂຕ ເພື່ອ​ນໍາ
ເອົາໄປ​ຂາຍ ໂດຍພວກແກ່ງຄ້າມະນຸດ.

ອົງການ​ຂ່າວ​ຊິນ​ຫົວ ຂອງທາງ​ການ​ຈີນ​ ລາຍ​ງານ​ໃນ​ວັນ​ສຸ​ກວານ
​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ໄດ້ຈັບຜູ້ຕ້ອງ​ສົງ​ໄສ 301 ທີ່​ພົວພັນ​ກັບ​ຄະ
ດີ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວວ່າ ຕໍາຫລວດ​ຈາກ 11 ​ແຂວງ​ໄດ້​ເຂົ້າ​ຮ່ວມການ​ປະຕິບັດ​ງານ ​ເພື່ອ​ທັບ​ມ້າງ​ຕາໜ່າງ​ການ​ຄ້າ​ມະ​ນຸດຂະໜາດ​ໃຫຍ່ ທີ່​ລັກແລະ​ຊື້​ເດັກ​ນ້ອຍ​ຢູ່ໃນແຂວງ Yunan ​ແລະ Sichuan ​ເພື່ອ​ນໍາ​ໄປ​ຂາຍໃນ​ຂົງ​ເຂດ​ອື່ນໆ.

ການ​ລັກ​ລອບ​ເດັກນ້ອຍ ​ເປັນ​ບັນຫາ​ໃຫຍ່​ທີ່​ສຸດ​ໃນ​ຈີນ. ກົດ​ລະບຽບ​ເຄັ່ງ​ຄັດທີ່​ໃຫ້​ມີ​ລູກໄດ້ຄົນ​ດຽວ​ແລະ​ປະ​ເພນີ​ຢາກ​ໃຫ້​ໄດ້​ແຕ່​ລູກ​ຊ​າຍນັ້ນ ​ໄດ້​ເປັນສາ​ເຫດກໍ່​ເກີດ​ມີ​ກາ​ນຄ້າເດັກ​ນ້ອຍ ​ແລະ​ຜູ້ຍິງ ​ໃນບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ລົດ​ລະດັບ​ຂອງ​ຈີນ ​ໃນ​ປີ​ນີ້​ ລົງ​ມາ​ຢູ່​ໃນ​ຖັນ
ແຖວບັນດາ​ປະ​ເທດ ທີ່ມີ​ປະຫວັດ​ຂີ້ຮ້າຍ​ສຸດ ໃນການ​ຄ້າ​ມະ​ນຸດ.

ລາຍງານການ​ຄ້າ​ມະນຸດ​ ປີ 2013 ​ໄດ້ພົບ​ເຫັນ​ວ່າ ​ເຖິງ​ແມ່ນ​ກຸງ​ປັກ​ກິ່ງ ​ໄດ້​ກໍ່ ຕັ້ງ​ການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ມີ​ການ​ຕື່ນ​ຕົວເຖິງ​ໄພ​ອັນຕະລາຍ​ຂອງ​ການ​ຄ້​າມະ ນຸດດີ​ຂື້ນກໍ​ຈິງ ແຕ່​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້ດຳ​ເນີນ​ຄວາມ​ພະຍາຍາມທີ່​ສໍາ​ຄັນເພື່ອ ທັບ​ມ້າງ​ບັນຫາດັ່ງ
ກ່າວນີ້.
XS
SM
MD
LG