ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ຕຳຫຼວດຈີນ ບຸກເຂົ້າໄປໃນບ້ານ ຂອງ ອາຈານສອນກະສຽນ ໃນ ມ. ຊານດົງ ໃນຂະນະທີ່ ມີ ລາຍການຖ່າຍທອດ ອອກອາກາດ


ຕຳຫຼວດຈີນ ໄດ້ບຸກເຂົ້າໄປໃນບ້ານເຮືອນຂອງອາຈານສອນ
ກະສຽນຂອງມະຫາວິທະຍາໄລຊານດົງ ຜູ້ຊຶ່ງເປັນຄົນສຳຄັນ
ດ້ານສິດທິມະນຸດຂອງຈີນ ໃນຂະນະທີ່ເພິ່ນໄດ້ສະແດງອອກ ຜ່ານການສຳພາດທາງໂທລະສັບ ຄວາມຄິດເຫັນຂອງເພິ່ນ ໃນລາຍການ Issues&amp Opinions ທາງໂທລະພາບ
ຂອງສຽງອາເມຣິກາ ຫຼື ວີໂອເອ ພາກພາສາຈີນກາງ.
ຕຳຫຼວດຈີນ ໄດ້ບຸກເຂົ້າໄປໃນບ້ານເຮືອນຂອງອາຈານສອນ ກະສຽນຂອງມະຫາວິທະຍາໄລຊານດົງ ຜູ້ຊຶ່ງເປັນຄົນສຳຄັນ ດ້ານສິດທິມະນຸດຂອງຈີນ ໃນຂະນະທີ່ເພິ່ນໄດ້ສະແດງອອກ ຜ່ານການສຳພາດທາງໂທລະສັບ ຄວາມຄິດເຫັນຂອງເພິ່ນ ໃນລາຍການ Issues&amp Opinions ທາງໂທລະພາບ ຂອງສຽງອາເມຣິກາ ຫຼື ວີໂອເອ ພາກພາສາຈີນກາງ.

ຕຳຫຼວດຈີນ ໄດ້ບຸກເຂົ້າໄປໃນບ້ານເຮືອນຂອງອາຈານສອນກະສຽນຂອງມະຫາວິ
ທະຍາໄລຊານດົງ ຜູ້ຊຶ່ງເປັນຄົນສຳຄັນດ້ານສິດທິມະນຸດຂອງຈີນ ໃນຂະນະທີ່ເພິ່ນ
ໄດ້ສະແດງອອກ ຜ່ານການສຳພາດທາງໂທລະສັບ ຄວາມຄິດເຫັນຂອງເພິ່ນ ໃນລາຍ
ການ Issues&amp Opinions ທາງໂທລະພາບຂອງສຽງອາເມຣິກາ ຫຼື ວີໂອເອ ພາສາຈີນກາງ.

ວິທະຍຸສຽງອາເມຣິກາ ພາສາຈີນກາງ ພະຍາຍາມ ທີ່ຈະເຂົ້າເຖິງອາຈານວາງກວາງ
ຊັນ
ທາງໂທລະສັບມືຖື ແລະ WeChat, ຊຶ່ງເປັນສື່ສັງຄົມທີ່ນິຍົມໃຊ້ຫຼາຍ, ຫຼັງຈາກ
ທີ່ເພິ່ນໄດ້ຖືກນຳຕົວອອກຈາກບ້ານເຮືອນຂອງເພິ່ນໄປ ໃນແລງວັນພຸດວານນີ້ ຕອນທີ່
ທາງລາຍການຖ່າຍທອດອອກອາກາດ. ອາຈານ ຜູ້ຊຶ່ງຢູ່ໃນເມືອງຈີນານ ເມືອງຫຼວງ
ຂອງແຂວງຊານດົງ ທາງພາກຕາເວັນອອກຂອງປະເທດ ຍັງບໍ່ທັນໄດ້ຕອບຮັບແຕ່
ຢ່າງໃດ.

“ຂ້າພະເຈົ້າມີສິດໃນການສະແດງອອກຊຶ່ງຄວາມຄິດຂອງຂ້າພະເຈົ້າ. ນີ້ແມ່ນສິດ
ເສລີໃນການປາກເວົ້າ,”
ຊຶ່ງນັ້ນແມ່ນສຽງຫຼ້າສຸດຂອງອາຈານ ໃນລາຍການຜ່ານທາງ
ໂທລະສັບ.

ທ່ານຍີບິງ ເຟັງ ນັກຂ່າວຂອງສຽງອາເມຣິກາ ໃນປັກກິ່ງ ໄດ້ໂທຫາພະແນກຂ່າວ
ສານຂໍ້ມູນຂອງ ກະຊວງການຕ່າງປະເທດຈີນເພື່ອຂໍຄວາມເຫັນ, ແຕ່ວ່າ ໂທລະສັບ
ມືຖືທີ່ເປີດໃຫ້ສາທາລະນະຊົນໄດ້ຖືກປິດລົງ ແລະໂທລະສັບຕັ້ງໂຕະກໍແມ່ນບໍ່ມີຜູ້ຮັບ.
ນອກນັ້ນ ທ່ານເຟັງ ຍັງໄດ້ຕິດຕໍ່ຫ້ອງການຮັກສາຄວາມປອດໄພຂອງມະຫາວິທະ
ຍາໄລຊານດົງແລະປ້ອມຕຳຫຼວດຖະໜົນຊານດາຂອງຫ້ອງຫານຮັກສາຄວາມປອດ
ໄພສາທາລະນະຂອງເມືອງຈີນານ ຊຶ່ງທັງສອງຫ້ອງການແມ່ນບໍ່ໄດ້ໃຫ້ຄວາມເຫັນໃດໆ,

“ໃນຂະນະທີ່ ລາຍລະອຽດຕ່າງໆຂອງເຫດການທີ່ວ່ານີ້ ຍັງບໍ່ທັນໄດ້ຮັບການຢືນຢັນ,
ວີໂອເອ ກໍແມ່ນພວມຊິ້ງຊອມຕິດຕາມເບິ່ງສະພາບການຢ່າງໃກ້ຊິດຢູ່ ແລະຈະນຳ
ສະເໜີຂໍ້ມູນທີ່ຫຼ້າສຸດໃນລາຍການ ເພື່ອໃຫ້ທ່ານຜູ້ຊົມ ໄດ້ຮັບຊາບຢ່າງທົ່ວເຖິງ ໃນຕອນທີ່ພ້ອມແລ້ວ,”
ຊຶ່ງນັ້ນແມ່ນຄຳເວົ້າຂອງທ່ານນາງໂຄສົກ ບຣິດຈິຕ ເຊີຣ໌ຊັກ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG