ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດຈີນ ສັງຫານ ຊາວວີເກີ້ ສາມຄົນ ທີ່ຖືກກ່າວຫາວ່າ ເປັນຜູ້ກໍ່ການຮ້າຍ


ເມືອງ Urumqi ໃນແຂວງ Xinjiang ຂອງຈີນ.
ເມືອງ Urumqi ໃນແຂວງ Xinjiang ຂອງຈີນ.

ຕຳຫລວດ​ຈີນ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍິງ​ສັງຫານ​ສາມ​ຄົນ ທີ່ກ່າວ
ກັນ​ວ່າ ​ເປັນ​ພວກ​ຫົວ​ຮຸນ​ແຮງ ​ຖື​ມີດ​ໄລ່​ແທງຄົນ ຈາກເຂດ
Xinjiang ທາງພາກຕາເວັນຕົກຂອງປະເທດທີ່ປະຊາຊົນສ່ວນ
ໃຫຍ່ນັບຖືສາສະໜາອິສລາມ.

ສ່ວນຜູ້​ທີສີ່​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດຮ້າຍທີ່​ໄດ້​ເກີດ​ຂື້ນໃນ​ວັນ
​ຈັນ​ວານ​ນີ້ ຢູ່ທີ່ເມືອງ Shenyang ທາງ​ພາກ​ຕາ​ເວັນ​ອອກສຽງ​
ເໜືອຂອງຈີນ ​ອີງ​ຕາມລາຍ ງານ​ສື່ສັງຄົມ ທີ່ພິມເຜີຍ​ແຜ່​ໂດຍ​
ຕຳຫລວດໃນເມືອງດັ່ງກ່າວ.

​ຖ​ະ​ແຫລ​ງການກ່າວວ່າ “ຜູ້​ກໍ່​ການ​ຮ້າຍ​ສີ່​ຄົນ​ທີ່ມີມີດເປັນອາວຸດ
ໄດ້ຂັດ​ຂືນຕໍ່​ການ​ຈັບ​ກຸມ ​ແລະ​ຕຳຫລວດ​ໄດ້​ຍິງເຂົາເຈົ້າ ​ຫລັງຈາກ​ພວກ​ຜູ້​ກໍ່​ການ​ຮ້າຍດັ່ງ
ກ່າວ ບໍ່​ຫົວຊາ​ນຳ​ຄຳເຕືອນ.”

ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ​ສື່ມວນຊົນຂອງ​ລັດ​ອະທິບາຍ​ວ່າ ພວກ​ຜູ້​ຊາຍເຫຼົ່ານີ້ເປັນ​ຊົນ​ເຜົ່າ​
ວີ​ເກີ້ ຈາກ​ເຂດ Xinjiang ທີ່ີ​ເຫັນ​ວ່າ​ໄດ້ເພີ້​ມການ​ລົບ​ກວນດ້ວຍການໂຈມຕີ​ທີ່ຮຸນ​ແຮງຕໍ່
ເຈົ້າ​ໜ້າ​ທີ່ ​ແລະ​ເປົ້າ​ໝາຍ​ພົນລະ​ເຮືອນ.

ຊາວ​ວີ​ເກີ້​ພັດ​ຖິ່ນ​ຫລາຍ​ຄົນ ມອງເຫັນ​ຄວາມ​ຮຸນ​ແຮງ​ວ່າ​ເປັນ​ການ​ຕອບ​ໂຕ້ແບບສິ້ນຫວັງ
ຕໍ່ການ​ຈຳແນກກີດກັນທາງດ້ານ​ສາສະໜາ ​ແລະ​ເສດຖະກິດ​ຕໍ່​ຊາ​ວວີ​ເກີ້ ຜູ້​ທີ່​ໄດ້​ລົບ​ໜີ​
ຈາກຂົງເຂດ ​ແລະ​ແມ່ນແຕ່ປະ​ເທດ​ຢ່າງເປັນ​ຂະ​ບວນການ.

ພວກ​ທີ່​ຖືກ​ຍິງ​ໃນ​ວັນ​ຈັນວານນີ້ ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ພະຍາຍາມ​ຫລົບ​ໜີ​ຜ່ານ​ຊາຍ​ແດນ
​ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ ​ອີງ​ຕາມກຸ່ມສະພາ​ໂລກຂອງຊາວ​ວີ​ເກີ້. ​ໂຄສົກ​ຂອງ​ກຸ່ມ
ທ່ານ Dilxat Raxit ກ່າວ​ວ່າ ພວກ​ຜູ້​ຊາຍເຫຼົ່ານີ້ແມ່ນ​ພາ ກັນ​ຂັດ​ຂືນຕໍ່​ການ​ຈັບ​ກຸມຂອງ
​ຕຳຫລວດ.

ເມືອງ Shenyang ບ່ອນ​ເກີດ​ການ​ຍິງ​ກັນນັ້ນ ແມ່ນປະມານ 3000 ​ໄມ​ລ໌ຫ່າງຈາກ​ເມືອງ Urumqi ນະຄອນຫລວງ​ຂອງ​ເຂດ Xinjiang. ຕຳຫລວດ​ກ່າວ​ວ່າ ບໍ່ມີຜູ້ຄົນທີ່​ຢູ່​ໃກ້ໆກັບ
ເຫດການ​ໄດ້​ຖືກ​ສັງຫານ​ໃນ​ເຫດຮ້າຍຄັ້ງນີ້ ຜູ້ຍິງ​ຊາວ​ວີ​ເກີ້ ຄົນ​ນຶ່ງ ​ແລະ​ເດັກນ້ອຍ​ສາມ
ຄົນ​ໄດ້​ຖືກ​ນຳ​ໄປ​ກັກ​ຂັງ​ໄວ້.

ລັດຖະບານ​ຈີນ​ກ່າວ​ວ່າ ຕົນ​ກຳລັງ​ຕໍ່ສູ້​ກັບພວກນັກລົບສົງຄາມສັກສິດຫຼື jihad ທີ່​ໜຸນ​
ຫລັງ​ໂດຍ​ຕ່າງປະ​ເທດ ຊຶ່ງພະຍາຍາມສ້າງ​ຈັດ​ຕັ້ງ​ລັດນຶ່ງຂຶ້ນຕ່າງຫາກຢູ່ໃນເຂດ Xinjiang
ເຖິງ​ແມ່ນ​ວ່າ ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອກ່ຽວກັບຂອບເຂດຂອງ​ຄວາມ​ບໍ່​ສະຫງົບດັ່ງກ່າວ
ແມ່ນ​ໄດ້​ວາງ​ແຜນ​ໂດຍ​ກຸ່ມ​ໃດ​ກຸ່ມ​ນຶ່ງ.

ປັກ​ກິ່ງ ​ໄດ້​ປະຕິ​ເສດ​ກ່ຽວກັບການຈຳແນກກີດກັນຕໍ່​ຊາວ​ວີ​ເກີ້​ທີ່​ປາກ​ພາສາ​ເທິ​ກີ ​ໂດຍ​ກ່າວ
​ວ່າ ​ຕົນໄດ້​ທຸມ​ເທ​ເງິນ​ເຂົ້າ​ໄປໃນ​ຂົງ​ເຂດດັ່ງກ່າວ​ ​ແລະ​ປັບປຸງ​ມາດຕະຖານການ​ເປັນ​ຢູ່
ໃຫ້ດີຂຶ້ນ.

XS
SM
MD
LG