ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການຕໍາຫຼວດຈີນ ຂະຫຍາຍການຮ່ວມມືເພື່ອປາບປາມເຄືອຂ່າຍແກັ່ງອາຊະຍາກໍາຈີນ ໃນເຂດລຸ່ມແມ່ນໍ້າຂອງ


ສົ່ງສະມາຊິກແກັ່ງອາຊະຍາກອນຂອງຈີນ ໃຫ້ຕໍາຫຼວດຈີນ ເພື່ອເອົາກັບຄືນປະເທດ.
ສົ່ງສະມາຊິກແກັ່ງອາຊະຍາກອນຂອງຈີນ ໃຫ້ຕໍາຫຼວດຈີນ ເພື່ອເອົາກັບຄືນປະເທດ.

ທາງການຕໍາຫຼວດຈີນ ຂະຫຍາຍການຮ່ວມມືເພື່ອປາບປາມເຄືອຂ່າຍແກັ່ງອາຊະຍາກໍາຈີນໃນເຂດລຸ່ມແມ່ນໍ້າຂອງຢ່າງເດັດຂາດ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດ ແລະຫຼອກລວງສໍ້ໂກງ, ຊົງຣິດ ໂພນເງິນ ມີລາຍງານ.

ນາຍພົຍຕໍາຫຼວດໃນຝ່າຍປາບປາມອາຊະຍາກໍາຂ້າມຊາດຂອງໄທຢືນຢັນວ່າ ທາງການຕໍາຫຼວດ ຈີນ-ມຽນມາ-ລາວ-ໄທ-ກໍາປູເຈຍ-ຫວຽດນາມ ໄດ້ເລີ້ມປະຕິບັດການຮ່ວມກັນ ເຂົ້າໃນການປາບປາມອາຊະຍາກໍາທຸກຮູບແບບໃນເຂດລຸ່ມແມ່ນໍ້າຂອງ ນັບຈາກເດືອນກັນຍາ 2023 ເປັນຕົ້ນໄປ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດທີ່ມີການຈັດຕັ້ງເປັນຂະບວນການຂະໜາດໃຫຍ່ ແລະກໍ່ອາຊະຍາກໍາໃນທຸກຮູບແບບນັ້ນ ກໍຄືເປົ້າໝາຍສໍາຄັນທີ່ຈະຕ້ອງປາບປາມຢ່າງເດັດຂາດ ເພາະໄດ້ສ້າງບັນຫາທີ່ເປັນໄພຄຸກຄາມຕໍ່ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ ອັນລວມເຖິງແກັ່ງຫຼອກລວງປະຊາຊົນທາງອິນເຕີເນັດ ທີ່ເອີ້ນວ່າ ແກັ່ງ Call Centerດ້ວຍນັ້ນ, ດັ່ງທີ່ນາຍພົນຕໍາຫຼວດໄທໄດ້ໃຫ້ການຢືນຢັນວ່າ:

“ພຶດທິການກໍຄື ການຫຼອກລວງ ແລ້ວໂອນເງິນຕໍ່ໆໆໄປັຫັ້ນນະ ຈົນໄປເຖິງ Call enter ເນາະ, ມື້ນີ້ ເຮົາຮູ້ເຖິງທີ່ຕັ້ງແລ້ວ ໂຕຜູ້ຕ້ອງຫາກໍຈະມີທັງຊາວຈີນ ເພາະ ສະນັ້ນ ກໍຕ້ອງຝາກເຖິງປະຊາຊົນວ່າ ກໍລະນີມີໂທລະສັບມານັ້ນ ຫຼືວ່າ ມີ Story ຕ່າງໆນິ ເພາະສະນັ້ນ ໃນເລື້ອງຂອງການຫຼອກລວງກໍຈະມີຮູບແບບຊໍ້າໆ ເກົ່າໆ ເຊັ່ນຫຼອກລວງວ່າບັນຊີຂອງທ່ານນີ້ຢູ່ໃນລະຫວ່າງການຖືກກວດສອບເສັ້ນທາງການເງິນ ຂູ່ດໍາເນີນຄະດີເລື້ອງຢາເສບຕິດຫັ້ນນະ ທ່ານຕ້ອງໂອນເງິນຈາກບັນຊີນີ້ມາຫາບັນຊີນັ້ນຫັ້ນນະ ເພາະສະນັ້ນ ມື້ນີ້ກໍຕ້ອງໄລ່ໄປຈົນເຖິງຖານ Call Center ຫັ້ນນະ ກໍຕ້ອງເຮັດໃຫ້ເຖິງທີ່ສຸດ.”

ໂດຍຫຼ້າສຸດ ທາງການຕໍາຫຼວດ ໄທ ກັບ ຈີນ ແລະ ກໍາປູເຈຍ ກໍໄດ້ຮ່ວມມືກັນສະກັດຈັບແກັ່ງອາຊະຍາກໍາຈີນໃນກໍາປູເຈຍໄດ້ຫຼາຍກວ່າ 580 ຄົນ ສ່ວນທາງການຕໍາຫຼວດຢູ່ເຂດປົກຄອງຂອງຊົນຊາດວ່າ ຢູ່ເຂດຣັດສານ ໃນພາກເໜືອຂອງມຽນມາ ກໍໄດ້ສົ່ງມອບອາຊະຍາກອນຈີນຈໍານວນ 1,207 ຄົນ ໃຫ້ກັບທາງການຕໍາຫຼວດຈີນຢູ່ແຂວງຢຸນນານ ສ່ວນທາງການຕໍາຫຼວດລາວ ກໍໄດ້ສົ່ງມອບອາຊະຍາກອນຈີນ 179 ຄົນ ໃຫ້ທາງການຈີນ ຢູ່ສະໜາມບິນສາກົນວຽງຈັນ ເຊິ່ງທັງໝົດກະທໍາຄວາມຜິດໃນຂໍ້ຫາຫຼອກລວງສໍ້ໂກງທາງອິນເຕີເນັດ ໂດຍຜູ້ຕ້ອງຫາສ່ວນໃຫຍ່ຖືກຈັບກຸມໂຕໄດ້ໃນນະຄອນຫຼວງວຽງຈັນ ກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຢູ່ທີ່ເມືອງຕົ້ນເຜິ້ງ ໃນເຂດແຂວງບໍ່ແກ້ວ ເຊິ່ງມີຊາວຈີນເຂົ້າມາດໍາເນີນທຸລະກິດ ແລະຢູ່ອາໄສຈໍານວນຫຼາຍກວ່າ 60,000 ຄົນ ໃນປັດຈຸບັນ.

ເຊິ່ງພາຍໃຕ້ສະພາບການທີ່ເກີດຂຶ້ນດັ່ງກ່າວ ທັງການຄ້າຢາເສບຕິດ ການຄ້າສິນຄ້າເຖື່ອນໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍນັ້ນ ກໍຍັງເຮັດໃຫ້ທາງການແຂວງບໍ່ແກ້ວຕ້ອງໄດ້ເພີ້ມມາດຕະການກວດກາຢ່າງເຂັ້ມງວດຢູ່ໃນເຂດ 39 ບ້ານ ທີ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາທີ່ມີຄົນຈີນເດີນທາງມາຫຼິ້ນການພະນັນທີ່ບໍອນກາສິໂນ King Roman ຫຼາຍເປັນພິເສດ ໂດຍທາງການລາວຈັບຊາວຈີນທີ່ກະທໍາຄວາມຜິດຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຫຼາຍກວ່າ 1,500 ຄົນ ທີ່ສໍ້ໂກງເງິນຊາວຈີນນໍາກັນ ຄິດເປັນມູນຄ່າຫຼາຍກວ່າ 1,700 ລ້ານຢວນ ໃນຊ່ວງປີ 2020-2022 ແຕ່ກໍຖືເປັນຈໍານວນຄົນສ່ວນນ້ອຍເທົ່ານັ້ນ ເມື່ອທຽບໃສ່ຈໍານວນປະຊາກອນຈີນທັງໝົດ, ດັ່ງທີ່ນັກທຸລະກິດຈີນໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ຄົນຈີນທົ່ວໄປ ຫຼືວ່າສະເລ່ຍບໍ່ແມ່ນແນວນີ້ ຕາມທີ່ວ່າມີກໍລະນີບໍ່ດີ ຫຼືວ່າມີປາກົດ ການຫຍໍ້ທໍ້ຫຼາຍເກີດຂຶ້ນຢູ່ໃນລາວ ຄົນຈີນຢູ່ໃນລາວນີ້ຍັງບໍ່ຫຼາຍ ຍັງບໍ່ເກີນ 1 ເປີເຊັນ ສ່ວນນ້ອນອີຫຼີເນາະ, ສະນັ້ນ ຄົນຈີນທີ່ຢູ່ໃນລາວຫັ້ນ ທີ່ວ່າມີຄວາມຮູ້ ຫຼືວ່າມີລະດັບ ຍັງໆບໍ່ຫຼາຍເນາະ ເປີເຊັນຍັງບໍ່ຫຼາຍ ສ່ວນຫຼາຍຄົນຈີນທີ່ມາລາວເຮັດຄ້າຂາຍ ກະແນ່ນອນທີ່ໄປຮັບການສຶກສາ ບາງຄັ້ງກະອາດຈະໜ້ອຍກວ່າຄົນທີ່ໄປຈົບມະຫາວິທະຍາໄລ ໄປເປັນພະນັກງານລັດ ພະນັກງານບໍລິສັດໃຫຍ່ໆ ແນ່ນອນ ບໍ່ຄືກັນຢູ່ແລ້ວ.”

ນອກຈາກນີ້ ທາງການຕໍາຫຼວດຈີນ-ມຽນມາ-ລາວ-ໄທ ຍັງໄດ້ຮ່ວມກັນ ລາດຕະ ເວນໂດຍທາງເຮືອໃນແນວແມ່ນໍ້າຂອງລະຫວ່າງ 4 ປະເທດມາແລ້ວເຖິງ 131 ຄັ້ງ ນັບແຕ່ເດືອນທັນວາປີ 2011 ເຖິງເດືອນກໍລະກົດປີ 2023 ໂດຍໃນແຕ່ລະຄັ້ງຈະໃຊ້ເວລາ 4-5 ມື້ ເພື່ອການລາດຕະເວນໃນເຂດແມ່ນໍ້າຂອງລະຫວ່າງ 4​ປະເທດ ທີ່ມີໄລຍະທາງຍາວ 620 ກິໂລແມັດ ໂດຍສະເພາະໃນປີ 2022 ນັ້ນ ກໍເຮັດໃຫ້ທາງການໄທ ສາມາດຈັບກຸມນັກຄ້າຢາເສບຕິດໄດ້ຫຼາຍກວ່າ 100,000 ຄົນ ແລະຢຶດຊັບຜູ້ຕ້ອງຫາໄດ້ຫຼາຍກວ່າ 17,000 ລ້ານບາດ ໃນຂະນະທີ່ທາງການລາວ ສາມາດຈັບນັກຄ້າຢາເສບຕິດໄດ້ 13,935 ແລະ ຢຶດຢາເສບຕິດກັບສານເຄມີໄດ້ຫຼາຍກວ່າ 81 ໂຕນ.

XS
SM
MD
LG