ບັນດາເຈົ້າໜ້າທີ່ຈີນ ກ່າວວ່າ ເຂົາເຈົ້າໄດ້ຈັບຜູ້ຊາຍຄົນນຶ່ງ ທີ່
ສົງໄສວ່າ ເປັນຜູ້ວາງລະເບີດຢ່າງຕໍ່ເນື່ອງ ຢູ່ນອກຕຶກຫ້ອງການ
ປົກຄອງພັກຄອມມິວນິສ ໃນພາກເໜືອຂອງຈີນ ທີ່ເຮັດໃຫ້ມີຜູ້
ເສຍຊີວິດນຶ່ງຄົນ ແລະໄດ້ຮັບບາດເຈັບອີກແປດຄົນ.
ພວກເຈົ້າໜ້າທີ່ ໃນແຂວງ Shangxi ກ່າວວ່າ ທ້າວ Feng
Zhijun ອະດີດນັກໂທດອາຍຸ 41 ປີ ໄດ້ຖືກຈັບໃນວັນສຸກມື້ນີ້
ໃນເມືອງຫຼວງ Taiyuan ບ່ອນທີ່ເຫດຮ້າຍດັ່ງກ່າວໄດ້ເກີດຂຶ້ນ
ແລະຜູ້ກ່ຽວກໍໄດ້ຮັບສາລະພາບຕໍ່ການໂຈມຕີນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ຕໍາຫລວດຄົ້ນພົບລະເບີດທີ່ເຮັດເອົາ
ເອງ ແລະອຸບປະ ກອນເຮັດລະເບີດຢູ່ທີ່ເຮືອນຂອງທ້າວ Feng.
ຕໍາຫລວດກ່າວວ່າ ທ້າວ Feng ເຄີຍຕິດຄຸກເກົ້າປີມາກ່ອນ
ຈາກການລັກຂະໂມຍ.
ບໍ່ມີການໃຫ້ເຫດຜົນໃດໆກ່ຽວກັບຈຸດປະສົງໃນການໂຈມຕີດັ່ງ
ກ່າວນີ້.
ເຫດຮ້າຍນີ້ເກີດຂື້ນພຽງນຶ່ງອາທິດຫລັງຈາກລົດຄັນນຶ່ງໄດ້ແລ່ນຕໍາຄົນຕາຍແລະເກີດລະ
ເບີດຂຶ້ນ ທີ່ຈະຕຸລັດ Tiananmen ໃນກຸງປັກກິ່ງ ທີ່ລັດຖະບານໄດ້ຖິ້ມໂທດໃສ່ພວກມຸສ
ລິມແບ່ງແຍກດິນແດນ.
ຢູ່ໃນອຸບັດເຫດດັ່ງກ່າວ ບັນດາເຈົ້າໜ້າທີ່ເວົ້າວ່າ ສາມຄົນຈາກເຂດ Xinjiang ໄດ້ຂັບລົດ
ແລ່ນຕໍານັກທ່ອງທ່ຽວກຸ່ມນຶ່ງ ແລະຈູດລົດຂອງເຂົາເຈົ້າ. ທັງສາມຄົນທີ່ຢູ່ໃນລົດ ແລະນັກ
ທ່ອງທ່ຽວອີກສອງຄົນ ໄດ້ເສຍຊີວິດ. ນອກນັ້ນຍັງມີຫລາຍສິບຄົນໄດ້ຮັບບາດເຈັບ.
ເຂດ Xinjiang ເປັນບ່ອນຢູ່ຂອງຊາວມຸສລິມເຜົ່າ Uighur ເປັນສ່ວນໃຫຍ່ ຊຶ່ງບາງຄົນໄດ້
ພາກັນຈົ່ມວ່າກ່ຽວກັບການກົດຂີ່ທາງສາສະໜາແລະວັດທະນາທໍາ ໂດຍລັດຖະບານຈີນ.