ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ຫວັງ ຢີ, ອາ​ຈານ​ສອນ​ສາ​ສະ​ໜາຄ​ຣິ​ສ​ຕຽນຊາວ​ຈີນ ຖືກ​ຕັດ​ສິນ​ຈຳ​ຄຸກ 9 ປີ


ທ່ານ​ຫວັງ ຢີອາ​ຈານ​ສອນ​ສາ​ສະ​ໜາຄ​ຣິ​ສ​ຕຽນຊາວ​ຈີນ ​ຜູ້​ສ້າງ​ຕັ້ງໂບດ Early Rain Covenant Church ແລະ​ພັນ​ລະ​ຍາ​ຂອງ​ທ່ານ ຢູ່​ໃນ​ຮູບ
ທ່ານ​ຫວັງ ຢີອາ​ຈານ​ສອນ​ສາ​ສະ​ໜາຄ​ຣິ​ສ​ຕຽນຊາວ​ຈີນ ​ຜູ້​ສ້າງ​ຕັ້ງໂບດ Early Rain Covenant Church ແລະ​ພັນ​ລະ​ຍາ​ຂອງ​ທ່ານ ຢູ່​ໃນ​ຮູບ

ອາ​ຈານ​ສອນ​ສາ​ສະ​ໜາຄ​ຣິ​ສ​ຕຽນຊາວ​ຈີນ, ທ່ານ​ຫວັງ ຢີ (Wang Yi) ທີ່​ເປັນ​ຜູ້​ສ້າງ​ຕັ້ງໂບດເອີ​ລີ ເຣນ​ຄອບ​ເວີ​ແນນ​ທ໌ (Early Rain Covenant Church) ຂຶ້ນ​ມານັ້ນ ​ຖືກ​ຕັດ​ສິນ​ໃຫ້​ຈຳ​ຄຸກ 9 ປີ ​ໃນ​ຂໍ້​ຫາປຸກ​ລະ​ດົມຄົນ​ໃຫ້​ໂຄ່ນ​ລົ້ມ​ລັດ​ຖະ​ບານແລະ​ມີ​ການ​ດຳ​ເນີນ​ງານຢ່າງ​ຜິດ​ກົດ​ໝາຍ, ອີງ​ຕາມ​ສານ​ແຫ່ງ​ນຶ່ງ​ໃນ​ແຂວງ​ສີ​ສວນ (Sichuan) ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ທີ່​ກ່າວ​ໃນ​ວັນ​ຈັນ​ວານນີ້.

ນຶ່ງ​ປີ​ພາຍ​ຫລັງ​ທີ່​ຖືກ​ກັກ​ຂັງ​ໂດຍບໍ່​ໃຫ້​ມີ​ການຕິດ​ຕໍ່ກັບ​ຄົນ​ໃດ ແລະ​ການ​ດຳ​ເນີນ ຄະ​ດີ​ເມື່ອມໍ່ໆ​ມານີ້ແລ້ວ ​ທ່ານ​ຫວັງຍັງຖືກ​ກີດ​ກັນບໍ່​ໃຫ້​ໄດ້​ຮັບ​ສິດ​ທາງ​ການ​ເມືອງ​ຂອງ​ທ່ານ​ເປັນ​ເວ​ລາ 3 ປີ ໂດຍ​ມີ​ການຍຶດ​ເອົາ​ຊັບ​ສິນສ່ວນ​ຕົວ​ຂອງ​ທ່ານ​ທີ່​ມີ​ມູນ​ຄ່າ 50,000 ຢວນ ຫລື 7,157 ໂດ​ລາ, ອີງ​ຕາມ​ການ​ປະ​ກາດ​ຢູ່​ໃນ​ເວັບ​ໄຊ​ທ໌​ຂອ​ງ​ສານ​ດັ່ງ​ກ່າວ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ສານແຫ່ງ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຕໍ່​ສິ່ງ​ທີ່​ເອີ້ນ​ວ່າ ການ​ດຳ​ເນີນ​ຄະ​ດີ "ຢ່າງ​ເປີດ​ເຜີຍ” ​ທີ່​ທ່ານ​ຫວັງ​ໄດ້​ປະ​ເຊີນ​ຕໍ່​ແບບ​ເປັນ​ການ​ກ່າວ​ຫາ​ໃນ​ອາ​ທິດ​ແລ້ວນີ້.

ພວກ​ນັກ​ເຄື່ອນ​ໄຫວ​ທາງ​ສາ​ສະ​ໜາ ເອີ້ນ​ການ​ຕັດ​ສິນ​ລົງ​ໂທດ​ຕໍ່​ທ່ານ​ຫວັງ​ວ່າ ເປັນ​ການ​ລົງ​ໂທດຮ້າຍ​ແຮງ​ທີ່​ສຸດຢູ່​ໃນ​ຮອບ​ທົດ​ສະ​ວັດ ທີ່​ໄດ້​ເຮັດ​ໃຫ້​ພາ​ບ​ພົດ​ຂອງການ​ປາບ​ປາມ​ທີ່​ນຳ​ພາ​ໂດຍຂອງ​ລັດ​ຖະ​ບານຈີນ ຢູ່​ພາຍ​ໃຕ້ການ​ນຳ​ພາ​ຂອງ​ປະ​ທານ​ປະ​ເທດ ທ່ານ​ສີ ​ຈິ້ນ​ຜິງ ​ຂອງ​ຈີນນັ້ນ ມືດ​ມົວ.

ທ່ານ​ຫວັງ ນອນ​ຢູ່​ໃນ​ພວກ​ທີ່​ໄປ​ໂບດ ແລະ​ຜູ້​ນຳ​ສາ​ສະ​ໜາ​ຫລາຍ​ສິບ​ຄົນ ລວມ​ທັງ​ພັນ​ລະ​ຍາ​ຂອງ​ທ່ານ ໄດ້​ຖືກ​ຕຳ​ຫລວດກັກ​ຂັງໃນ​ເດືອນ​ທັນ​ວາ 2018 ແຕ່​ວ່າ​ເກືອບ​ໝົດ​ທຸກ​ຄົນ​ໃນ​ນັ້ນ​ ໄດ້​ຖືກ​ປ່ອຍ​ໃນ​ເວ​ລາ​ຕໍ່​ມາ.

ອາ​ຈານ​ສອນ​ສາ​ສະ​ໜາ​ອາ​ຍຸ 46 ປີ​ທ່ານນີ້ ຍັງ​ເປັນ​ນັກ​ຂຽນ​, ນັກ​ເ​ຄື່ອນ​ໄຫວ​ທາງ​ສັງ​ຄົມເກັ່ງ ແລະອະ​ດີດ​ນັກ​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ເຊັງ​ດູ (Chengdu) ກ່ອນ​ທີ່​ຈະ​ມາ​ຮັບ​ຕຳ​ແໜ່ງ​ເປັນ​ຜູ້​ສອນ​ທາງ​ສາ​ສະ​ໜານັ້ນ.

ອີງ​ຕາມ​ທ່ານ ບອບ ຟູ (Bob Fu) ຜູ້​ສ້າງ​ຕັ້ງ​ອົງ​ການ China Aid ຫລື​ ການ​ຊ່ວຍ​ເຫລືອ​ຂອງ​ຈີນ ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂອງຊາວ​ຄ​ຣິ​ສ​ຕ​ຽນ ທີ່​ສົ່ງ​ເສີມ​ເສ​ລີ​ພາບ ​ໃນ​ການ​ນັບ​ຖື​ສາ​ສະ​ໜາ ແລະ​ການ​ປົກ​ຄອງ​ໂດຍ​ຕົວ​ບົດ​ກົດ​ໝາຍ​ຢູ່​ໃນ​ຈີນແລ້ວ ຄຳ​ຕັດ​ສິນຈຳ​ຄຸກ​ຂອງ​ທ່ານ​ຫວັງ ຍັງເປັນ​ການຕັດ​ສິນ​ຈຳ​ຄຸກ​ຍາວ​ທີ່​ສຸດ ຕໍ່​ຜູ້​ນຳ​ໂບດ​ຂອງ​ຊົນ​ເຜົ່າ​ຈີນ​ ໃນ​ຮອບ​ທົດ​ສະ​ວັດ​ ກ່ອນ​ຈະ​ມີ​ການ​ຕັດ​ສິນ ໃຫ້​ຜູ້​ນຳໂບດ​ຊົນເຜົ່າຊາວ​ວີ​ເກີ, ທ່ານອາ​ລິ​ມູ​ຈຽງ ຢິມ​ມິ​ຕີ (Alimujiang Yimiti) ຈາກ​ແຂວງ​ຊິນ​ຈຽງ ຖືກ​ຈຳ​ຄຸກ 15 ປີ ​ໃນ​ປີ 2008.

ທ່ານ​ຟູ​ກ່າວ​ວ່າ "ເຫດ​ການນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ ລະ​ບອບ​ການ​ປົກ​ຄອງ​ຂອງ​ປະ​ທານ​ປະ​ເທດ​ສີ ແມ່ນ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ສັດ​ຕູ​ກັບ​ຄ່າ​ນິ​ຍົມ​ທົ່ວ​ໄປ ແລະ ເສ​ລີ​ພາບ​ທາງ​ສາ​ສະ​ໜາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG