ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນຳໃຊ້ຊັບ​ສິນ ຕຶກອາຄານ ໄດ້​ສອງ​ດ້ານ ພາໃຫ້ຊາວຈີນ ຕົກຢູ່ໃນສະພາບທີ່ບໍ່​ແນ່ນອນ


ແມ່ຍິງຊາວຈີນ ຄົນນຶ່ງ ຍ່າງຜ່ານປ້າຍໂຄສະນາຕຶກອາຄານ ຕໍ່ຕ້ານຜູ້ຢູ່ອາໄສ ໃນປັກກິ່ງ.
ແມ່ຍິງຊາວຈີນ ຄົນນຶ່ງ ຍ່າງຜ່ານປ້າຍໂຄສະນາຕຶກອາຄານ ຕໍ່ຕ້ານຜູ້ຢູ່ອາໄສ ໃນປັກກິ່ງ.

ການຕັດສິນໃຈຂອງລັດຖະບານໃນຫວ່າງມໍ່ໆມານີ້ ກ່ຽວກັບການນຳໃຊ້ຊັບ​ສິນຕຶກ
ອາຄານ ​ໄດ້​ສອງ​ດ້ານນັ້ນ ພາໃຫ້ຊາວຈີນ ຈຳນວນຫຼາຍພັນຄົນ ຕົກຢູ່ໃນສະພາບ
ທີ່ບໍ່​ແນ່ນອນ​ທາງດ້ານ​ຊັບ​ສິນແລະໃນທ້າຍສັບປະດາຜ່ານມານີ້ພວກຜູ້ຢູ່ອາໄສໃນ
ນະຄອນປັກກິ່ງແລະຊຽງໄຮ້ ໄດ້ເລີ່ມທຳການປະທ້ວງ ຢູ່​ຕາມຖະນົນຫົນທາງ ເພື່ອ
ສະແດງອອກຊຶ່ງຄວາມໂກດ​ແຄ້ນຕໍ່ນະໂຍບາຍທີ່ວ່ານີ້.

ທ້າຍສັບປະດາທີ່ຜ່ານມານີ້ ພວກເຈົ້າຂອງບ້ານ​ເຮືອນ ພາກັນອອກມາຮວມຕົວກັນຢູ່​ຮ້ານຊັບພະສິນຄ້າຕ່າງໆໃນນະຄອນຫຼວງ ຊຶ່ງມີບາງກຸ່ມ ​ໄດ້ຖືກຕຳຫຼວດຄຸມຕົວອອກ
ຈາກສະ ຖານທີ່ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມ ສ້າງຄວາມສົນໃຈຕໍ່ການຮ້ອງ
ທຸກຂອງພວກເຂົາເຈົ້າ. ລົດຕູ້ຕຳຫຼວດ ແລະເຈົ້າໜ້າທີ່ແມ່ນອອກມາລາດຕະເວນຕາມ
ຖະໜົນຫົນທາງ ເພື່ອຮັກສາຄວາມສະງົບໃນຫ້າງຊັບພະສິນຄ້າທີ່​ຄຸ້ມ Sanlitun ແລະ
Taikoo.

ການຕັດສິນ​ໃຈຂອງປັກກິ່ງ ແລະບັນດາເມືອງໃຫຍ່ອື່ນໆ ໃນທ້າຍເດືອນມີນາຜ່ານມາ
ນີ້ແມ່ນການເອົາບາດກ້າວທີ່ເຄັ່ງຄັດ ຕໍ່ການສ້າງຕຶກອາຄານຫ້ອງ​ແຖວທີ່ມີກົດລະບຽບ
ການກໍ່ສ້າງຕຶກ​ເຄັ່ງ​ຄັດຢູ່ແລ້ວນັ້ນ. ນັກຊ່ຽວຊານກ່າວວ່າ ກົດລະບຽບກໍ່ສ້າງອັນໃໝ່ນີ້ ແມ່ນເປັນກົດລະບຽບ​ຊັບສິນທີ່ເຄັ່ງຄັດທີ່ສຸດໃນປັດຈຸບັນນີ້. ການເອົາບາດກ້າວທີ່ວ່ານີ້ ແມ່ນຮວມທັງ ການເພີ່ມເງິນນຳ​ໄປ​ວາງ ໃນການກູ້ຢືມເງິນ ຮວມທັງ ຂໍ້ບັງຄັບຂອງການ
ຊື້ບ້ານ​ເຮືອນ.

ການເອົາບາດກ້າວຂອງລັດຖະບານທີ່ວ່ານີ້ ໄດ້ເຮັດໃຫ້ການຂາຍບ້ານ​ເຮືອນຢຸດຊະ
ງັກ ຊຶ່ງເຈົ້າຂອງທີ່ກ່າວວ່າ ຄ່າຂອງຊັບ​ສິນແມ່ນໄດ້ຕົກຮວບລົງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG