ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນສະເໜີໃຫ້ເງິນລາງວັນ ແກ່ຜູ້ທີ່ສາມາດໃຫ້ເບາະແສ ກ່ຽວກັບການຈຸດໄຟເຜົາຕົວເອງ


Sebuah gondola yang digunakan untuk mengangkut penumpang menuju lokasi pertandingan biathlon dan ski 'cross country' terlihat seperti siluet saat melewati bulan di angkasa Krasnaya Polyana, Rusia.
Sebuah gondola yang digunakan untuk mengangkut penumpang menuju lokasi pertandingan biathlon dan ski 'cross country' terlihat seperti siluet saat melewati bulan di angkasa Krasnaya Polyana, Rusia.
ທາງ​ການ​ຈີນ​ໄດ້ສະ​ເໜີ​ໃຫ້​ເງິນລາງວັນ ​ໃນ​ຄວາມ​ພະຍາ​ຍາມ​
ເພື່ອຍຸດຕິ​ການ​ເຜົາ​ຕົວ​ເອງ​ຕາຍ ໃນ​ການ​ປະ​ທ້ວງນະ​ໂຍບາຍ
​ຂອງ​ຈີນ​ຂອງ​ພວກ​ຊົນ​ເຜົ່າ​ທິ​ເບ​ດ.

ເຈົ້າໜ້າທີ່​ໃນ​ເຂດ​ກໍາ​ແພງ​ນະຄອນ Kanlho ໄດ້​ປະກາດ​ໃນວັນ
​ພຸດ​ວານ​ນີ້​ ໃຫ້​ເງິນລາງວັນ​ຈໍານວນ $8,000 ​ແກ່ຜູ້​ໃດ​ກໍ​ຕາມທີ່
​ສາມາດໃຫ້​ເບາະ​ແສ​ແລະ​ຂໍ້​ມູນ​ຕ່າງໆ​ກ່ຽວ​ກັບ​ພວກທີ່​ວາງ​ແຜນ
​ທີ່​ຈະ​ຈຸດ​ໄຟ​ເຜົາ​ຕົນ​ເອງ​ນັ້ນ. ຄໍາ​ປະກາດ​ດັ່ງກ່າວ​ຍັງ​ໃຫ້​ຄໍາ​ໝັ້ນ
​ສັນຍາ​ວ່າ ຈະ​ມອບເງິນລາງວັນ ອີກ $30,000 ນັ້ນ​ ​ແກ່ຜູ້​ທີ່​ສາ
ມາດ​ໃຫ້​ເບາະ​ແສທີ່​ໜັກ​ແໜ້ນ​ແລະ​ເຊື່ອ​ຖື​ໄດ້ ກ່ຽວ​ກັບພວກ​ຈຸດ​
ໄຟ​ເຜົາ​ຕົນ​ເອງ ​ເທື່ອ​ຫລ້າ​ສຸດ ​ໃນ​ອາທິດ​ນີ້​.

​ມີ​ຊາວ​ທິ​ເບ​ດຢ່າງ​ນ້ອຍ 3 ຄົນທີ່​ໄດ້​ຈຸດ​ໄຟ​ເຜົາ​ຕົນ​ເອງ ​ເພື່ອ
ປະ​ທ້ວງການ​ປົກຄອງ​ຂອງ​ຈີນແລະ​ນະ​ໂຍບາຍ​ຂອງ​ລັດຖະບາ​ນຈີນ ​ໃນ​ໄລຍະ 5 ມື້ຜ່ານ
ມາ​ນີ້ ​ແລະ​ມີ 6 ຄົນແລ້ວ​ເສຍ​ຊີວິດ​ ຍ້ອນຈຸດ​ໄຟ​ເຜົາ​ຕົນ​ເອງ​ ໃນ​ເດືອນ​ນີ້.

ຈີນ​ໄດ້​ກ່າວ​ຫາ ຊາວ​ທິ​ເບ​ດພັດ​ຖິ່ນ ຕະຫລອດ​ມາ​ວ່າ ຈຸດ​ໄຟ​ເຜົາ​ຕົນ​ເອງ​ເພື່ອ​ໃຫ້​ເປັນ​ພາກ
ສ່ວນ​ນຶ່ງ​ຂອງ​ການ​ຕໍ່ສູ້​ເພື່ອ​ ແຍກດິນ​ແດນ ​ແລະປະນາມ​ເຂົາ​ເຈົ້າ​ວ່າເປັນພວກກໍ່​ການ​ຮ້າຍ.

​ໃນ​ວັນ​ພຸດ​ວານ​ນີ້ ​ໂຄສົກກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ​ໄດ້​ກ່າວ​ຫາອົງດາ​ໄລ
ລາ​ມະ ອີກຄັ້ງ​ນຶ່ງ​ວ່າ ຍຸຍົງ​ສົ່ງ​ເສີມ​ໃຫ້​ຊາວ​ທິ​ເບ​ດທໍາ​ການປະ​ທ້ວງແບບເຖິງ​ຕາຍນີ້ ​ໂດຍ​ກ່າວ​ວ່າ ​“ມັນ​ເປັນ​ການ​ກະທໍາ​ທີ່​ຊົ່ວ​ຮ້າຍ ​ແລະ​ສົມຄວນ​ໄດ້​ຮັບ​ການປະນາມ​ຈາກ​ປະຊາຊົນ.”

ອົງດາ​ໄລ ລາ​ມະ​ແລະ​ລັດຖະບານ​ທິ​ເບ​ດພັດ​ຖິ່ນ​ ກ່າວ​ວ່າ ພວກ​ຕົນຄັດຄ້ານ​ຕໍ່​ວິທີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທຸກ​ຢ່າງ.

XS
SM
MD
LG