ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ເຈົ້າໜ້າທີ່ຂອງຈີນ ແລະຊາວອາເມຣິກັນຄົນນຶ່ງ ຖືກກ່າວຫາວ່າ ວາງແຜນກໍາຈັດ ຜູ້ທີ່ຕໍ່ຕ້ານລັດຖະບານປັກກິ່ງ


ໄອຍະການຂອງສະຫະລັດ ສໍາລັບເຂດເມືອງທາງທິດຕາເວັນອອກຂອງນິວຢອກ ທ່ານບຣິອອນ ພີສ, ເຂົ້າຮ່ວມປະຊຸມຖະແຫຼງຂ່າວຢູ່ທີ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 16 ມີນາ 2022. 

ປະຊາຊົນຊາວອາເມຣິກັນຄົນນຶ່ງແລະເຈົ້າໜ້າທີ່ຈາກກະຊວງຄວາມໝັ້ນຄົງແຫ່ງ ຊາດຂອງຈີນ 4 ຄົນ ໄດ້ຖືກກ່າວຫາວ່າ ມີການວາງແຜນອຸບາຍສົມຮູ້ຮ່ວມຄິດ ແລະສືບລັບເພື່ອກໍາຈັດຜູ້ທີ່ຕໍ່ຕ້ານລັດຖະບານປັກກິ່ງ, ເຊິ່ງໄດ້ຮັບການເປີດເຜີຍ ໂດຍກະຊວງຍຸຕິທໍາຂອງສະຫະລັດ.

ຢູ່ໃນສຳ​ນວນຟ້ອງທີ່ຖືກເປີດເຜີຍຢູ່ສານລັດຖະບານກາງໃນລັດນິວຢອກຂອງມື້ວັນອັງຄານ​ແລ້ວນີ້, ສະຫະລັດໄດ້ກ່າວ​ຫາ​ທ້າວຊູຈຸນ ຫວັງ (Shujun Wang) ປະຊາຊົນທີ່ອາໄສຢູ່ໃນລັດນິວຢອກ ແລະໄດ້ປ່ຽນສັນຊາດມາເປັນຊາວອາເມຣິກັນແລ້ວ, ໄດ້ປະຕິບັດໜ້າທີ່ເປັນໜ່ວຍສືບລັບ ໃຫ້ແກ່ລັດຖະບານຈີນ ເຊິ່ງໄດ້ແອບແຝງຢູ່ໃນຊຸມຊົນຂອງລາວເອງໂດຍ “ການສອດແນມແລະລາຍງານຂໍ້ມູນທີ່ລະອຽດອ່ອນ ກ່ຽວກັບນັກເຄື່ອນໄຫວທາງການເມືອງ ແລະອົງກອນເພື່ອປະ ຊາທິປະໄຕອື່ນໆ” ຢູ່ໃນສະຫະລັດ.

ສຳ​ນວນຟ້ອງ ໄດ້ກ່າວຫາ ທ້າວຫວັງ ຜູ້ທີ່ມີອາຍຸ 73 ປີວ່າ ໄດ້ມີການສົ່ງລາຍງານຫຼາຍໆສະບັບ ໃຫ້​ກັບ​ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຈີນທັງ 4 ເຊິ່ງລວມມີ ເຟັງ ຮີ (Feng He), ຈີ໋ ຈີ (Jie Ji), ມິງ ລີ (Ming Li), ແລະ ເຄຈິງ ລູ (Keqing Lu) ເຊິ່ງເຈົ້າໜ້າທີ່ກະຊວງຍຸຕິທໍາກ່າວວ່າ ເປັນ​ຜູ້​ກຳ​ກັບນຳ ທ້າວຫວັງ. ທ້າວຫວັງ ຖືກຈັບໃນວັນທີ 16 ມີນາ, ແຕ່ທັງ 4 ຄົນດັ່ງກ່າວແມ່ນຍັງບໍ່ທັນໄດ້ຖືກຈັບ​ເທື່ອ.

ໄອຍະການສະຫະລັດ ທ່ານບຣີອອນ ພີສ (Breon Peace) ກ່າວວ່າ “​ສຳ​ນວນຟ້ອງດັ່ງກ່າວໄດ້ຖືກເປີດເຜີຍ ແລະຂັດຂວາງການດໍາເນີນງານໂດຍຝ່າຍຈີນ ທີ່ໄດ້ຄຸກຄາມຕໍ່ຄວາມປອດໄພ ແລະອິດສະຫຼະພາບຂອງປະຊາຊົນຊາວຈີນທີ່ອາໄສຢູ່ໃນສະຫະລັດກ່ຽວກັບຄວາມເຊື່ອ ແລະຄໍາເວົ້າທີ່ສະໜັບສະໜຸນປະຊາ ທິປະໄຕຂອງພວກເຂົາເຈົ້າ.”

ຢູ່ໃນ​ສຳ​ນວນຟ້ອງ ໄດ້ອະທິບາຍວ່າ ທ້າວຫວັງ ເຊິ່ງ “ເປັນນັກວິຊາການ ແລະນັກຂຽນທີ່ມີຊື່ສຽງ, ເປັນຜູ້ເລີ້ມຕົ້ນກໍ່ຕັ້ງອົງກອນທີ່ສະໜັບສະໜຸນປະຊາທິປະ ໄຕ” ຢູ່ໃນລັດນີວຢອກ ທີ່ໄດ້ຕໍ່ຕ້ານຕໍ່ລະບົບການປົກຄອງແບບຄອມມູນິສຢູ່ໃນປະເທດຈີນ.

ແຕ່ ສະຫະລັດກ່າວຫາວ່າ ນັບ​ແຕ່ປີ 2011 ເປັນ​ຕົ້ນ​ມາທ້າວຫວັງໄດ້ໃຊ້ຖານະຂອງລາວ ແອບແຝງເຂົ້າໄປຢູ່ໃນຊຸມຊົນພັດຖິ່ນຊາວຈີນ ແລະຊຸມຊົນທີ່ຕໍ່ຕ້ານລັດຖະບານຈີນ ເພື່ອລວບລວມຂໍ້ມູນກ່ຽວກັບນັກເຄື່ອນໄຫວທາງການເມືອງຄົນສໍາຄັນ ແລະຜູ້ນໍາທາງດ້ານສິດທິມະນຸດ ຈາກນັ້ນກໍສົ່ງໄປໃຫ້ກະຊວງຄວາມໝັ້ນຄົງແຫ່ງຊາດຂອງຈີນ ໂດຍຜ່ານລະບົບຂໍ້ຄວາມທີ່ໃຊ້ລະຫັດ ຫຼືນໍາອອກມາເປີດ ເຜີຍໃນລະຫວ່າງການປະຊຸມໜ້າຕໍ່ໜ້າຢູ່ໃນປະເທດຈີນ.

ສຳ​ນວນຟ້ອງກ່າວວ່າ ເຈົ້າໜ້າທີ່ຮັກສາກົດໝາຍສະຫະລັດຄົ້ນພົບ “ໜັງສືບັນ ທຶກປະຈໍາວັນ” 163 ສະບັບ ກ່ຽວກັບຊຸມ​ຊົນ​ຊາວ​ຈີນ ​ທີ່ທ້າວຫວັງໄດ້ສົ່ງໄປໃຫ້​ຜູ້​ກຳ​ກັບຊາວຈີນທັງ 4 ຄົນຂອງລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG