ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ​​ ອອກ​ຄໍາ​ສັ່ງໃຫ້ ​ລາດຕະ​ເວນ ເຂດວຸ້ນວາຍ ຂອງແຂວງ Xinjiang 24 ຊົ່ວ​ໂມງ​


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດຂອງ​ຈີນ ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ລາດຕະ​ເວນ
ຮັກສາ​ຄວາມ​ປອດ​ໄພ ຕະຫລອດ 24 ຊົ່ວ​ໂມງ​ຢູ່​ໃນເຂດ Xinjiang
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດຂອງ​ຈີນ ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ລາດຕະ​ເວນ ຮັກສາ​ຄວາມ​ປອດ​ໄພ ຕະຫລອດ 24 ຊົ່ວ​ໂມງ​ຢູ່​ໃນເຂດ Xinjiang
ເຈົ້າ​ໜ້າ​ທີ່​ກົດໝາຍ​ຂັ້ນ​ສູງ​ສຸດຂອງ​ຈີນ ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້
​ລາດຕະ​ເວນ ຮັກສາ​ຄວາມ​ປອດ​ໄພ ຕະຫລອດ 24 ຊົ່ວ​ໂມງ
​ຢູ່​ໃນເຂດ Xinjiang ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ໃນ​
ການຕ​ອບ​ໂຕ້​ຕໍ່​ການ​ກໍ່ຄວາມ​ຮຸນ​ແຮງທີ່​ໜັກໜ່ວງ​ທີ່​ສຸດ ​ ໃນ​
ຮອບ​ຫລາຍປີ​ ຢູ່​ໃນ​ເຂດ​ທີ່​ມີ​ຫລາຍ​ຊົນເຜົ່າອາ​ໄສຢູ່​ປະ​ປົນ
​ກັນ​ ແຫ່ງ​ນັ້ນ.

ສື່ແຫ່ງ​ລັດ ກ່າວ​ວ່າ ທ່ານ Meng Jianzhu ​ໄດ້​ໄປ​ຢ້ຽມຢາມ
Urumqi ​ ເມືອງ​ຫລວງຂອງ​ຂົງເຂດ​ ໃນ​ວັນ​ເສົາວານ​ນີ້ ​ເພື່ອ​
ອອກ​ຄໍາ​ສັ່ງ​ໃຫ້​ທໍາ​ການລາດ ຕ​ະ​ເວນຢ່າງ​ບໍ່​ຢຸດ ຢູ່​ໃນ​ເຂດ
​ປະຊາ​ຄົມຕ່າງໆ​ຂອງ Xinjiang ​ໃນ “ທຸກໆສະພາບ​ດິນ​ຟ້າ
ອາກາດ."​

ຄໍາ​ສັ່ງ​ຂອງ​ທ່ານ ​ມີ​ຂື້ນ​ ສາມ​ມື້ ຫລັງ​ຈາກ​ມີ​ການ​ກໍ່​ຈະລາ​ຈົນ ​ຢູ່ໃນ​ເມືອງ Shanshan ​
ທີ່ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 35 ຄົນ​ ຊຶ່ງ​ເປັນຄວາມ​ຮ້າຍ​ແຮງ​ທີ່​ສຸດຢູ່ໃນ​ຂົງ​ເຂດ​
ນັບ​ຕັ້ງ​ແຕ່ ​ປີ 2009 ​ເວລາເກີດ​ເຫດ​ຈະລາຈົນ ທີ່​ສົ່ງ​ຜົນ​ໃຫ້ປະມານ 200 ຄົນ​ເສຍ​ຊີວິດ​
ໃນ​ການ​ຕໍ່ສູ້​ກັນ ລະຫວ່າງຊົນເຜົ່າ​ ​ຢູ່​ໃນ​ເມືອງ Urumqi​. ​ເຂດ Xinjiang ​ໄດ້ປະສົບັບ​
ຄວາມ​ເຄັ່ງ​ຕຶງ​ມາເປັນ​ເວລາ​ຫລາຍ​ປີ ລະຫວ່າງຊາວພື້ນ​ເມືອງ Uighurs ຊຶ່ງ​ສ່ວນໃຫຍ່​
ນັບຖື​ສາສະໜາ​ອິສລາມ ​ແລະຊາວຈີນ​ເຜົ່າ ຮັນ (Han) ທີ່​ເປັນ​ຊົນ​ກຸ່ມ​ໃຫຍ່​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG