ສື່ມວນຊົນທາງການຂອງຈີນກ່າວວ່າ ນັກການທູດຂັ້ນສູງສຸດຂອງຈີນໄດ້ທໍາການໂອ້ລົມສົນທະນາຢ່າງກົງໄປກົງມາແລະເລິກເຊິ່ງ ກັບທ່ານກິມຈົງອີລ ຜູ້ນໍາເກົາຫລີເໜືອ.
ລາຍງານຂ່າວດັ່ງກ່າວຈາກອົງການຂ່າວຊິນຫົວໃນວັນພະ
ຫັດມື້ນີ້ ມີຂຶ້ນທ່າມກາງຄວາມກົດດັນທີ່ກໍາລັງເພີ່ມທະວີຂຶ້ນ
ເພື່ອໃຫ້ຈີນເລີ່ມທໍາການຍັບຍັ້ງຫ້າມປາມພັນທະມິດເກົາ
ຫລີເໜືອຂອງຕົນ ຊຶ່ງນາຍພົນ Mike Mullen ຫົວໜ້າ
ເສນາທິການກອງທັບສະຫະລັດ ໄດ້ກ່າວຢໍ້າເຖິງເລື້ອງນີ້
ອີກຄັ້ງນຶ່ງໃນວັນພະຫັດມື້ນີ້ ທີ່ກຸງໂຕກຽວ ບ່ອນທີ່ທ່ານ
ໄດ້ຮຽກຮ້ອງໃຫ້ຍີ່ປຸ່ນເຂົ້າຮ່ວມກັບສະຫະລັດແລະເກົາ
ຫລີໃຕ້ ໃນການປະເຊີນໜ້າກັບການຮຸກຮານໃດໆຈາກ
ເກົາຫລີເໜືອໃນອະນາຄົດນັ້ນ.
ຢູ່ໃນລາຍງານສັ້ນໆທີ່ມາຈາກນະຄອນຫລວງຂອງເກົາຫລີເໜືອນັ້ນ ອົງການຂ່າວຊິນຫົວກ່າວວ່າ ທ່ານກິມຈົງອີລ ແລະທ່ານ Dai Bingguo ຫົວໜ້າສະພາປົກ ຄອງລັດຂອງຈີນ ໄດ້ບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບສາຍພົວພັນ ລະຫວ່າງສອງປະເທດແລະ ສະ
ຖານະການໃນແຫລມເກົາຫລີ. ຫລາຍຊົ່ວໂມງກ່ອນໜ້ານັ້ນ ພົນເຮືອເອກ Mike Mullen
ແຫ່ງສະຫະລັດກ່າວວ່າ ຈີນຈະຕ້ອງດໍາເນີນການຫລາຍຂຶ້ນ ເພື່ອນໍາພາເກົາຫລີເໜືອຫັນເຫ
ອອກຈາກໄພຄຸກຄາມທີ່ຈະເກີດສົງຄາມກັນ ທີ່ພວມເພີ່ມທະວີຂຶ້ນນັ້ນ.