ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງສືພິມຈີນ ໄດ້ລຶບບົດບັນນາທິການ ທີ່ຮຽກຮ້ອງໃຫ້ເພີ້ມອິດສະຫຼະ​ພາບ ສໍາລັບສື່ມວນຊົນ ອອກຈາກເວັບໄຊ


ສໍາເນົາໜັງສືພິມ ໂກຼໂບລ ທາມສ໌ ຂອງລັດຖະບານຈີນ ທີ່ມີຫົວຂໍ້ຂ່າວກ່ຽວກັບການເລືອກຕັ້ງປະທານາທິບໍດີສະຫະລັດ ທີ່ຖືກວາງຂາຍທີ່ຊັ້ນຂາຍໜັງສືພິມ ໃນນະຄອນຫລວງປັກກິ່ງ, ວັນອັງຄານ, ວັນທີ 3 ພະຈິກ, ປີ 2020.
ສໍາເນົາໜັງສືພິມ ໂກຼໂບລ ທາມສ໌ ຂອງລັດຖະບານຈີນ ທີ່ມີຫົວຂໍ້ຂ່າວກ່ຽວກັບການເລືອກຕັ້ງປະທານາທິບໍດີສະຫະລັດ ທີ່ຖືກວາງຂາຍທີ່ຊັ້ນຂາຍໜັງສືພິມ ໃນນະຄອນຫລວງປັກກິ່ງ, ວັນອັງຄານ, ວັນທີ 3 ພະຈິກ, ປີ 2020.

ບັນນາທິການຂອງໜັງສືພິມຈີນ ຈົ່ມເສຍໃຈເຖິງການແຊກແຊງຂອງລັດຖະບານເຂົ້າໃນສື່ມວນ​ຊົນ ແລະ “ເພີ້ມຂໍ້ຈໍາກັດຂຶ້ນ” ສໍາລັບນັກຂ່າວຈີນ ໂດຍເຫັນໄດ້ຢ່າງຈະແຈ້ງວ່າ ມັນຖືກລຶບອອກໄປ ຈາກເວັບໄຊຂອງໜັງສືພິມແລ້ວ.

ບົດບັນ​ນາ​ທິ​ການພາສາອັງກິດ ໄດ້ຖືກພິມເຜີຍແຜ່ລົງເວັບໄຊ ໂກຼໂບ ທາມສ໌ (Global Times) ໃນມື້ວັນຈັນທີ່ຜ່ານມາ, ໜັງສືພິມ​ຫົວຊາດນິຍົມທີ່ຄວບຄຸມໂດຍພັກຄອມ​ມູນິສຈີນ.

“ຂ້າພະເຈົ້າຮູ້ສຶກວ່າ ການດໍາເນີນງານ ກ່ຽວກັບສື່​ມວນ​ຊົນ ແມ່ນມີຄວາມຍາກຫລາຍແລະຍາກຂຶ້ນເລື້ອຍໆ,” ບົດບັນນາທິການທີ່ບັນຍາຍໂດຍ ທ່ານຫູ ຊີຈິນ (Hu Xijin), ຫົວໜ້າບັນນາທິການຂອງ ໂກຼໂບລ ທາມສ໌.

ທ່ານຫູ ເປັນທີ່ຮູ້ຈັກກັນດີໃນເລື່ອງການກ່າວໂຈມຕີສະຫະລັດ, ໂດຍສະເພາະຢ່າງຍິ່ງ ເມື່ອຄວາມສໍາພັນລະຫວ່າງສະຫະລັດກັບຈີນໄດ້ມີຄວາມຊຸດໂຊມລົງ. ຢ່າງໃດກໍ່ຕາມ, ຢູ່ໃນບົດຄວາມຂອງທ່ານໃນມື້ວັນຈັນທີ່ຜ່ານມາ ທ່ານໄດ້ຕ້ອງຕິລັດຖະບານປັກກິ່ງແທນ.

“ຂໍເວົ້າຢ່າງເປີດເຜີຍ, ຜູ້ດໍາເນີນງານດ້ານສື່ມວນ​ຊົນ ໄດ້ຖືກແນເປົ້າໝາຍໃສ່ໃຫ້ເພີ້ມຂໍ້ຈໍາກັດມາໄດ້ຊ່ວງໄລຍະນຶ່ງແລ້ວ,” ທ່ານຫູ ກ່າວ. ທ່ານເຕືອນວ່າ, ການເຂົ້າມາແຊກແຊງນີ້ ອາດຈະ “ສົ່ງຜົນກະທົບຕໍ່ການປະຕິບັດງານຂອງສື່​ມວ​ນ​ຊົນ ໃນຖານະເປັນຜູ້ນໍາສະເໜີຂ່າວ” ແລະນໍາໄປສູ່ການສູນເສຍ “ຄວາມໜ້າເຊື່ອຖື ແລະປະສິດທິພາບຂອງການຕໍ່ສູ້ນັ້ນ.”

“ໃນຖານະທີ່ເປັນນັກລົບແ​ຖວໜ້າ, ພວກເຂົາເຈົ້າຄວນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະມີພື້ນທີ່ອິດສະຫລະ ໃນການນໍາສະເໜີນະວັດຕະກໍາອັນໃໝ່ ທີ່ແທດເໝາະກັບຄວາມຕ້ອງການຂອງຍຸກສະໄໝອອກມາ,” ທ່ານກ່າວເສີມ.

ມາເຖິງວັນພະຫັດມື້ນີ້, ບົດບັນນາທິການດັ່ງກ່າວ ບໍ່ສາມາດຊອກຫາໄດ້ຢູ່ໃນເວັບໄຊພາສາອັງກິດຂອງ ໂກຼໂບລ ທາມສ໌. ມັນຖືກແທນທີ່ດ້ວຍຂໍ້ຄວາມຜິດພາດ 404 “ບໍ່ພົບໜ້າ.” ບັນຊີທະວິດເຕີ້ຂອງໂກຼໂບລ ທາມສ໌ ໄດ້ຖືກລຶບອອກໄປກ່ອນແລ້ວ ເຊິ່ງບັນຊີນີ້ໄດ້ມີການເຊື່ອມໂຍງໄປໃສ່ບົດລາຍງານດັ່ງກ່າວ. ນອກຈາກນີ້ ຍັງບໍ່ສາມາດພົບເຫັນບົດບັນນາທິການນັ້ນຢູ່ທາງເວັບໄຊຂອງໜັງສືພິມທີ່ເປັນພາສາຈີນອີກດ້ວຍ.

ທ່ານຫູ ບໍ່ໄດ້ຕອບຄໍາຖາມຕ່າງໆຂອງ VOA ໃນທັນທີວ່າ ດ້ວຍເຫດໃດຈຶ່ງບໍ່ສາມາດເຂົ້າໄປຫາບົດຄວາມດັ່ງກ່າວນັ້ນໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG