ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເດັກ​ທາລົກຈີນ ທີ່ຄາໃນທໍ່ສ້ວມ​ ​ອອກ​ຈາກ​ ໂຮງພະຍາບານ​​ແລ້ວ (ວີດິໂອ)


Chinese Newborn Rescued from Toilet Pipe, in Stable Condition
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ
ເດັກ​ທາຣົກຜູ້​ຊາຍ​ຜູ້​ທີ່​ໄດ້​ຖືກ​ຊ່ອຍໄວ້ ​ຈາກ​ທໍ່​ສ້ວມໃນ​ຕຶກ​
apartment ເຮືອນ​ເຊົ່າໃນ​ຈີນ​ນັ້ນ​ ໄດ້​ອອກ​ຈາກ​ໂຮງພະຍາ
ບານແລ້ວ ​ແລະເວລາ​ນີ້ ຢູ່​ໃນ​ຄວາ​ມ​ດູ​ແລ​ຂອງຄອບຄົວ.

ອົງການ​ຂ່າວ ຊິນ​ຫົວ​ ຂອງທາງ​ການ​ຈີນ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ຕໍາຫຼວດ ທີ່​ກ່າວວ່າ ​ແມ່​ຂ​ອງເດັກ ທີ່​ມີອາຍຸ 22 ປີ ​ແລະ​ພໍ່​ເຖົ້າ​ແມ່​ເຖົ້າ ພ້ອມ​ດ້ວຍ​ຜູ້​ທີ່​ກ່າວ​ກັນວ່າ​ເປັນ​ພໍ່​ຂອງ​ເດັກນັ້ນ​ ຈະ​ເປັນ​ຜູ້​ເບິ່ງ​ແຍງ​ດູ​ແລ​ເດັກ​ທາລົກ​ຄົນ​ນີ້.

ລາຍ​ງານຂ່າວ​ຍັງ​ໄດ້​ກ່າວ​ວ່າ ຜູ້​ຊາຍ​ທີ່ກ່າວ​ກັນ​ວ່າ​ເປັນ​ພໍ່​ຂອງ​ເດັກ​ນັ້ນ ​ຕັ້ງ​ໃຈ​ທີ່​ຈະພິສູດ​ວ່າ ​ເດັກນ້ອຍຄົນ​ນັ້ນ ​ເປັນ​ລູກ​ຂອງ​ລາວ​ ​ແທ້​ຫຼື​ບໍ່?

ຕໍາຫຼວດກ່າວ​ວ່າ ຍິງ​ຜູ້​ເປັນ​ແມ່​ໄດ້​ປິດ​ບັງ​ການ​ມີທ້ອງຂອງ​ນາງ​ແລະໄດ້​ເກີດ​ລູກ​ໃນ​ວັນເສົາ
ແລ້ວ​ນີ້ ​ໃນ​ຫ້ອງ​ນໍ້າແບບນັ່ງຢ່ອງຢໍ້ ​ໃນ​ຕຶກ​ apartment ​ໃນ​ເມືອງ Jinhua.

ອີງ​ຕາມ​ອົງການ​ຂ່າວ​ຊິນ​ຫົວ ​ແມ່ຍິງໄດ້​ກ່າວ​ວ່າ ລາວ​ພະຍາຍາມ​ທີ່​ຈະ​ຮັບ​ເອົາ​ລູກ​ທີ່​
ອອກ​ມາ​ນັ້ນ ກ່ອນ​ທີ່​ເດັກ​ຈະ​ຫຼົ່ນ​ລົງໃນ​ໂຖ​ສ້ວມ ​ແຕ່​ວ່າ​ຕົນ​ໂຕ​ເດັກ​ມື່ນໂພດ. ຕໍາຫຼວດ​
ໃນ​ທ້ອງ​ຖິ່ນກ່າວ​ວ່າ ຫຼັກ​ຖານ​ທີ່​ເຂົາ​ເຈົ້າ​ໄດ້​ມາ ແມ່ນ​ສະໜັບ​ສະນຸນຄໍາ​ກ່າວ​ອ້າງ​ຂອງ​ນາງ
​ແລະ​ວ່າ ນາງ​ເອງ​ເປັນ​ຜູ້​ແຈ້ງ​ເຈົ້າ​ຂອງ​ຕຶກວ່າ ມີ​ເດັກ​ຄ້າງ​ຢູ່​ໃນ​ທໍ່.

ຕໍາຫຼວດ​ຈຶ່ງ​ຖືຄະດີ​ດັ່ງກ່າວ​ນີ້​ວ່າ ​ເປັນ​ອຸປະຕິ​ເຫດ ​ແລະ​ແມ່​ຂອງ​ເດັກນ້ອຍກໍ​ຍັງ​ບໍ່ທັນໄດ້​ ຖືກ​ຂໍ້​ຫາ​ໃດໆ.

ລູກ​ຂອງ​ນາງ​ໄດ້​ໄຫລ​ລົງ​ທໍ່​ໄປ​ຄາ ຢູ່​ບ່ອນ​ໂຄ້ງ​ຂອງ​ທໍ່. ພວກ​ນັກດັບ​ເພີງ​ແລະ​ນາຍ​ໝໍໄດ້​ຊ່ອຍ​ຊີວິດ​ເດັກນ້ອຍ​ຄົນ​ນີ້ ຫລັງຈາກໄດ້​ຕັດທໍ່​ອອກ​ມາ. ​

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG