ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກທາລົກ ເກີດໄດ້ 2 ມື້ ຖືກຊ່ອຍຊີວິດໄວ້ໄດ້ ຫຼັງຈາກຕິດ ຢູ່ໃນທໍ່ສ້ວມ 2 ຊົ່ວໂມງ (ວີດີໂອ)


ທາລົກນ້ອຍ ທີ່ຕິດຢູ່ໃນທໍ່
ທາລົກນ້ອຍ ທີ່ຕິດຢູ່ໃນທໍ່
ເດັກ​ທາ​ລົກຜູ້​ຊາຍ​ທີ່​ຫາ​ກໍ​ເກີດ​ໃໝ່ ໄດ້​ຖືກ​ຊ່ອຍຊີວິດ​ໄວ້​ທັນ​ ຈາກ​ທໍ່​ລະບາຍ​ນໍ້າໂສ​ໂຄກ ໃນ​ຕຶກ​ອາຄານ​ບ້ານ​ເຊົ່າ​ໃນ​ປະ​ເທດ​ຈີນ ຫຼັງຈາກທີ່​ໄດ້​ຖືກ​ຊັກໂຄກ ລົງ​ໄປ​ໃນ​ໂຖ​ສ້ວມ.

ທາງ​ການ​ຈີນ​ກ່າວ​ວ່າ ​ຜູ້​ອາ​ໄສ​ໃນ​ຕຶກ apartment ຫຼັງນັ້ນ
ໃນ​ເມືອງ Jinhua ໃນແຂວງ Zhejiang ທາງ​ພາກ​ຕາ​ເວັນ​ອອກ
ຂອງ​ປະ​ເທດ ​ໄດ້​ເອີ້ນ​ໜ່ວຍ​ດັບ​ເພີງ ຫຼັງ​ຈາກ​ທີ່​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ຂອງ​ເດັກທາລົກ ທີ່​ມີ​ອາຍຸ​ພຽງ 2 ມື້ ນັ້ນ​ ດັງອອກ​ມາ​ຈາກ​ທໍ່​ສ້ວ​ມ​ໃນ​ຫ້ອງ​ນໍ້າ ຊັ້ນ​ທີ 4 ຂອງຕຶກ.

​ຫຼັງຈາກ​ການ​ພະຍາຍາມຈະ​ດຶງ​ເອົາ​ເດັກນ້ອຍອອກ​ມາຈາກ​ທໍ່​
ບໍ່​ສໍາ​ເລັດ​ຜົນ ທາງພະນັກງານ​ກູ້​ໄພ ​ໄດ້ພາກັນ​ເອົາເລື່ອຍ ຕັດ​ທໍ່​ທີ່​ກ້ວາງ 10 ​ຊັງ​ຕິແມັດ ສ່ວນທີ່​ມີເດັກນ້ອຍ​ຢູ່ທາງ ​ໃນ​ນັ້ນ ອອກມາ.

ຫຼັງຈາກ​ນັ້ນ ພະນັກງານ​ດັບ​ເພີງ​ແລະ​ພວກ​ນາຍ​ໝໍ​ ກໍ​ໄດ້ຄ່ອຍໆ​ປາດທໍ່​ທາງ​ຍາວ ​ເພື່ອ​ແກະ​ເອົາ​ເດັກນ້ອຍ​ອອກ​ມາ ແລະໃນທີ​ສຸດ​ກໍ​ສາມາດ​ຊ່ອຍ​ເດັກທາລົກ​ຄົນນັ້ນ​ອອກ​ມາ​ໄດ້.

ສື່​ທາງ​ການ​ຈີນ​ກ່າວ​ວ່າ ​ ທາ​ລົກທີ່​ມີ​ນໍ້າ​ນັກ 2.3 ກິ​ໂລ​ກຣາມ ຄົນນັ້ນ​ ໄດ້ຄາ​ຢູ່​ໃນ​ທໍ່ ຢ່າງ​ນ້ອຍ 2 ຊົ່ວ​ໂມງ. ທາງ​ຕໍາຫຼວດ​ ​ກໍາລັງ​ຊອກຫາ​ພໍ່​ແມ່​ຂອງ​ເດັກຢູ່ ​ເວລານີ້.

ຕາມ​ປະ​ເພນີ​ແລ້ວ ຄອບຄົວ​ຄົນ​ຈີ​ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ ແມ່ນ​ຈະ​ນິຍົມ​ລູກ​ຜູ້​ຊາຍ ​ແຕ່​ວ່າ​ພວກ​ເດັກນ້ອຍ​ ທີ່ເກີດ​ຈາກ​ພໍ່​ແມ່​ທີ່​ບໍ່​ໄດ້​ແຕ່ງງານ​ກັນ​ນັ້ນ ບາງ​ເທື່ອ​ກໍ​ໄດ້​ປະປ່ອຍຖີ້ມ​ ຍ້ອນ​ຄວາມ​ກົດ​ດັນ​ທາງ​ສັງຄົມ​ແລະ​ການ​ເງິນ.

China Baby Rescue
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG