ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເອເຊຍ ຫລາຍກວ່າ 1 ພັນລ້ານຄົນ ຢູ່ທົ່ວໂລກ ຕ້ອນຮັບ ປີງູ (ສະໄລດ໌)


ນັກຟ້ອນສະແດງການຟ້ອນງູໃຫຍ່ ຢູ່ຖ້າມກາງເສດເຫລັກ ທີ່ແຕກອອກຈາກກະໂພກ -ຄືກັນກັບແສງໄຟ ໃນຂະນະສະແດງສິນລະປະພື້ນເມືອງ ໃນໂອກາດ ປີໃໝ່ຈີນ ທີ່ສວນພິພິດທະພັນດ້ານສິນລະປະໃນ ກຸງປັກກິ່ງ, ວັນທີ 10 ກຸມພາ 2013.
ນັກຟ້ອນສະແດງການຟ້ອນງູໃຫຍ່ ຢູ່ຖ້າມກາງເສດເຫລັກ ທີ່ແຕກອອກຈາກກະໂພກ -ຄືກັນກັບແສງໄຟ ໃນຂະນະສະແດງສິນລະປະພື້ນເມືອງ ໃນໂອກາດ ປີໃໝ່ຈີນ ທີ່ສວນພິພິດທະພັນດ້ານສິນລະປະໃນ ກຸງປັກກິ່ງ, ວັນທີ 10 ກຸມພາ 2013.
ຊາວເອເຊຍຫລາຍກວ່າພັນລ້ານຄົນຢູ່ທົ່ວໂລກ ກໍາລັງຕ້ອນ
ຮັບປີໃໝ່ທາງຈັນທະຄາດ ຫລືປີງູ ດ້ວຍການຈູດບັ້ງໄຟດອກ,
ສະເຫລີມສະຫລອງ, ກິນລ້ຽງ ແລະໄປຢາມຄອບຄົວ.

ສ່ວນໃຫຍ່ຢູ່ໃນຈີນເວລານີ້ ແມ່ນຢູ່ໃນສະພາວະຂອງການ
ຍ້າຍຖິ່ນ ປະຈໍາລະດູໃບໄມ້ບົ່ງ ຫລື “chunyun” ຕາມທີ່
ຈີນເອີ້ນ ໂດຍທີ່ມີກໍາມະກອນເຄື່ອນທີ່ ຫລາຍຮ້ອຍລ້ານຄົນ
ພາກັນຂີ່ລົດໄຟ, ລົດເມ, ເຮືອບິນ ແລະເຮືອຢ່າງອັ່ງອໍ ເພື່ອ
ໄປສະຫລອງບຸນເປັນເວລາ 15 ວັນກັບຄອບຄົວຂອງເຂົາເຈົ້າ. ສໍາລັບຊາວຈີນຫລາຍໆຄົນ ໂອກາດນີ້ ແມ່ນເປັນວັນພັກງານ ໂອກາດດຽວຂອງເຂົາເຈົ້າໃນປີນຶ່ງ.

ນະຄອນຫລວງປັກກິ່ງໄດ້ຈັດງານສະແດງໃຫຍ່ຫລາຍຢ່າງ
ໃນໄລຍະທີ່ມີການນັບຖອຍ ຫລັງໄປຫາວັນປີໃໝ່ໃນຄໍ່າຄືນວັນເສົາວານນີ້ ຊຶ່ງໄດ້ມີການ ໄປຮ່ວມຂອງດາລາ ເປັນຈໍານວນຫລວງຫລາຍ ຊຶ່ງລວມທັງນັກຮ້ອງການາດາຊື່ດັງ Celine
Dion ຊຶ່ງຮ້ອງເພັງພື້ນເມືອງເດີມຂອງຈີນ (Jasmine Flower) ເປັນພາສາຈີນ. ແຕ່ຢ່າງ ໃດກໍຕາມ ການສະແດງການຍິງບັ້ງໄຟດອກປີນີ້ບໍ່ໄດ້ເກີດຂຶ້ນຍ້ອນວ່າ ລັດຖະບານມີ ຄວາມເປັນຫ່ວງເລື້ອງມົນລະພິດ ຢູ່ໃນນະຄອນຫລວງ.

ປະມວນພາບການສະຫລອງປີໃໝ່ຈີນຢູ່ຈີນ:
XS
SM
MD
LG