ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເນັດຈີນ ໂພສສະແດງຄວາມເຫັນທີ່ເຕັມໄປດ້ວຍຄວາມກຽດຊັງ ຢູ່ບັນຊີອອນລາຍຂອງສະຖານທູດອິສຣາແອລ


ຜູ້ຮັກສາຄວາມປອດໄພນອກເຄື່ອງແບບຄົນນຶ່ງ ຢືນຍາມຢູ່ດ້ານນອກສະຖານທູດອິສຣາແອລ ໃນນະຄອນຫຼວງປັກກິ່ງ, ວັນທີ 13 ຕຸລາ 2023.
ຜູ້ຮັກສາຄວາມປອດໄພນອກເຄື່ອງແບບຄົນນຶ່ງ ຢືນຍາມຢູ່ດ້ານນອກສະຖານທູດອິສຣາແອລ ໃນນະຄອນຫຼວງປັກກິ່ງ, ວັນທີ 13 ຕຸລາ 2023.

ຫຼັງຈາກກຸ່ມຮາມາສ ໂຈມຕີຕໍ່ອິສຣາແອລ, ສະຖານທູດຂອງອິສຣາແອລ ຢູ່ໃນນະຄອນຫຼວງປັກກິ່ງ ໄດ້ເລີ້ມລົງເລື້ອງລາວໃນສື່ສັງຄົມທີ່ເອີ້ນວ່າ ວີໂອ (Weibo) ຂອງຈີນ. ຄວາມພະຍາຍາມທາງອອນໄລນ໌ດັ່ງກ່າວ ເພື່ອຮຽກຮ້ອງການສະໜັບສະໜູນຈາກມະຫາຊົນນັ້ນ ປາກົດວ່າ ໄດ້ຮັບຜົນທາງກົງກັນຂ້າມຂະນະທີ່ຄວາມເຫັນຕ່າງໆນາໆດ່າວ່າປະເທດຂອງພວກຊາວຢິວ ແລະຕົບມືໃຫ້ ກຸ່ມຮາມາສ ແລະຍົກຍ້ອງ ເອດອລຟ໌ ຮິດເລີ (Adolf Hitler).

ບັນຊີຂອງສະຖານທູດດັ່ງກ່າວ ຊຶ່ງມີຜູ້ຄົນຕິດຕາມ 24 ລ້ານຄົນ ສະແດງໃຫ້ເຫັນວ່າ ໄດ້ມີການໂພສລົງເກືອບ 100 ຄັ້ງ ນັບຕັ້ງແຕ່ການໂຈມຕີ ໃນວັນທີ 7 ຕຸລາ. ໂພສບາງອັນແມ່ນເປັນສິ່ງທີ່ສະເທືອນໃຈ ເຊັ່ນວ່າ ຮູບພາບນຶ່ງຂອງສົບເດັກທາລົກ ທີ່ຖືກໄຟໄໝ້ໃນການໂຈມຕີ. ໂພສອື່ນໆ ສະເໜີແນະເຖິງຄວາມສູ້ຊົນຂອງຊາວອິສຣາແອລ ເຊັ່ນວ່າ ເລື້ອງລາວຂອງຄົນຜູ້ນຶ່ງທີ່ໄດ້ຮັບບາດເຈັບຢູ່ທີ່ບຸນເທດສະການ ໂນວາ ແຕ່ໄດ້ຖືກຊ່ອຍເຫຼືອໂດຍຄົນອື່ນໆຈຳນວນນຶ່ງທີ່ໄປທ່ຽວງານບຸນດົນຕີ ຫຼັງຈາກຖືກໂຈມຕີ.

ພື້ນທີ່ຂອງຄວາມເຫັນໄດ້ລັ່ງໄຫລເຂົ້າມາດ້ວຍການເວົ້າທີ່ເຕັມໄປດ້ວຍຄວາມກຽດຊັງເຊັ່ນວ່າ “ພວກຮາມາສເປັນວິລະຊົນ ເຮັດດີຫຼາຍ!” ແລະ “ຮິດເລີ ເປັນຜູ້ສະຫຼາດ” ໂດຍອ້າງເຖິງ ຜູ້ນຳເຢຍຣະມັນ ຜູ້ທີ່ໄດ້ບົງການການການເຂັ່ນຂ້າຊາວຢິວ 6 ລ້ານຄົນ ກ່ອນໜ້າ ແລະໃນລະຫວ່າງ ສົງຄາມໂລກ ຄັ້ງທີ 2. ຫຼາຍໆຄົນ ໄດ້ປ່ຽນຮູບອາວາຕານວີໂບຂອງພວກເຂົາ ມາເປັນທຸງຊາດຂອງອິສຣາແອລ ໂດຍມີ ເຄື່ອງໝາຍ ສວາຕິກາຂອງນາຊີ ຢູ່ກາງທຸງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG