ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຈີນ 3 ຄົນ ຖືກ​ຂ້າ​ຕາຍ ໃນ​ການ​ໂຈມ​ຕີ ຢູ່​ອາ​ຟ​ຣິ​ກາ​ກາງ


ແຜນ​ທີ່ ສາ​ທາ​ລະ​ນະ​ລັດ ອາ​ຟ​ຣິ​ກາ​ກາງ
ແຜນ​ທີ່ ສາ​ທາ​ລະ​ນະ​ລັດ ອາ​ຟ​ຣິ​ກາ​ກາງ

ມີ​ປະ​ຊາ​ຊົນຈີນ ຢ່າງ​ໜ້ອຍ 3 ຄົນ​ ເສຍ​ຊີ​ວິດແລະ​ອີກ 3 ຄົນໄດ້​ຮັບ​ບາດ​ເຈັບສາ​ຫັດ
ຍ້ອນ​ຖືກ​ຊາວ​ບ້ານ​ທຸບ​ຕີ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ສາ​ທາ​ລະ​ນະ​ລັດ​ ອາ​
ຟ​ຣິ​ກາ​ກາງ​ ໃນວັນ​ພະ​ຫັດ​ວານນີ້ ຊຶ່ງ​ພວກ​ເຂົາ​ເຈົ້າ​ໄດ້​ຖິ້ມ​ໂທດ​ໃສ່​ຊາວ​ຈີນວ່າ ເຮັດ
​ໃຫ້​ຜູ້​ຊາຍ​ທີ່​ສຳ​ຄັນ​ຄົນ​ນຶ່ງ​ໃນທ້ອງ​ຖິ່ນ ຈົມ​ນ້ຳ​ຕາຍ.

ຜູ້​ຊາຍ​ຊາວ​ຈີນ​ປະ​ມານ 10 ຄົນ ໄດ້​ເກນ​ເອົາ​ທ້າວອິກ​ນາ​ເຊ ດິມ​ເບ​ເລ​-ນາ​ໂກເອ ຫົວ
​ໜ້າ​ຊາວ​ໜຸ່ມ ພ້ອມ​ທັງ​ເປັນ​ນ້ອງ​ຊາຍ​ຮອງ​ປະ​ທານ​ຜູ້​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດເພື່ອ
​ຊ່ອຍ​ນຳ​ທາງພວກ​ເຂົາ​ເຈົ້າໄປຕາມ​ແມ່​ນ້ຳ​ກາ​ເດ (Kadei) ​ຈາກ​ບ້ານ​ແຫ່ງນີ້ ຫາ​ບໍ່​ຄຳ
ອີງ​ຕາມ​ລາຍ​ງານ​ຂ່າວ​ຢູ່​ໃນ​ທ້ອງ​ຖິ່ນ. ເຮືອ​ຂອງ​ພວກ​ເຂົາເຈົ້າ​ໄດ້​ຫຼົ້ມ ໃນ​ລະ​ຫວ່າງ​ທີ່​
ເດີນ​ທາງ ແລະ ​ທ້າວອິກ​ນາ​ເຊ ດິມ​ເບ​ເລ​-ນາ​ໂກເອໄດ້​ຫາຍ​ສາບ​ສູນ. ສົບ​ຂອງ​ຜູ້​ກ່ຽວ
​ໄດ້​ຖືກ​ພົບ​ເຫັນ​ໃນ​ເວ​ລາ​ຕໍ່​ມາ.

ເວ​ລາ​ພວກ​ທີ່​ໄປ​ບໍ່​ຄຳ ​ກັບ​ຄືນ​ມາ ເພື່ອ​ໃຫ້​ການ​ຊີ້​ແຈງ​ ຢູ່​ທີ່​ປ້ອມ​ຕຳ​ຫຼວດ ​ປະ​ຈຳ​ບ້ານ
ພວກ​ຊາວ​ບ້ານ​ທີ່​ມີ​ຄວາມ​ໂກດ​ແຄ້ນ ໄດ້​ໃຊ້​ໄມ້​ຄ້ອນ​ທຸບ​ຕີ​ພວກ​ເຂົາ. ມີ​ຕຳ​ຫຼວດພຽງ​
ບໍ່​ເທົ່າ​ໃດ​ຄົນ ຢູ່​ທີ່​ປ້ອມ​ແຫ່ງ​ດັ່ງ​ກ່າວ.

ການ​ທຸບ​ຕີ​ດັ່ງ​ກ່າວ ເຮັດ​ໃຫ້​ຜູ້​ຊາຍ​ຊາວ​ຈີນ 3 ຄົນ​ ເສຍ​ຊີ​ວິດ. ສ່ວນ​ອີກ 3 ຄົນ​ໄດ້​ຮັບ
​ບາດ​ເຈັບ​ສາ​ຫັດ ແລະ​ໄດ້​ຮັບ​ການ​ປິ່ນ​ປົວ ​ຢູ່​ທີ່​ໂຮງ​ໝໍ ເມືອງ​ເບີ​ບາ​ຣາ​ຕີປະ​ມ​ານ 65
ກິ​ໂລ​ແມັດ ຢູ່​ທາງ​ເໜືອ​ເມືອງຊາ​ສ​ໂຊ-ນາ​ກອມ​ໂບ ອີງ​ຕາມ​ການບອກ​ເລົ່າ​ຂອງ​ເຈົ້າ
​ໜ້າ​ທີ່​ໂຮງ​ໝໍຕໍ່​ວີ​ໂອ​ເອ. ສົບ​ຂອງ​ພວກ​ທີ່​ເສຍ​ຊີ​ວິດ ​ໄດ້​ຖືກ​ສົ່ງໂດຍ​ທາງ​ເຮືອ​ບິນ​ ໄປ​
ຍັງ​ນະ​ຄອນ​ຫຼວງ​ບັງ​ກີ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ທີ່​ນະ​ຄອນ​ບັງ​ກີ ​ໃນ​ວັນ​ສຸກວານນີ້ ໂຄ​ສົກ​ຂອງ​ລັດ​ຖະ
ບານ ທ່ານ​ອັງ​ເກ ກາ​ຊາ​ກີ ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ ບໍ່​ແມ່ນ​ວ່າ​ຈະ​ບໍ່ໄດ້​ຮັບ​ການ​
ລົງ​ໂທດ.

ອົງ​ກ​ານ​ຂ່າວ​ເອ​ພີ​ ລາຍ​ງານ​ວ່າ ສະ​ຖານ​ທູດ​ຈີນ ​ທີ່​ນະ​ຄອນ​ຫຼວງ​ບັງ​ກີ ບໍ່​ໄດ້​ຕອບຕໍ່
​ການ​ຂໍ​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ເລື້ຶ້ອງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG