ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາຍ​ຈີນ ຄົນ​ນຶ່ງ ​ຖືກ​ຕັດສິນ ​ໃຫ້ຕິດ​ຄຸກ 10 ປີ ​ໃນຖານ​ ລັກ​ຂະ​ໂມ​ຍ ຄວາມ​ລັບ ດ້ານ​ການ​ຄ້າ


​ພາບ​ຂອງເວຈຽງ ຊັງ ທີ່​ເຫັນ​ໃນ​ເຂດ ​ແວນ​ດັອຕ (Wyandotte County), ລັດ​ແຄນ​ຊັສ, ທີ່​ສູນ​ກາງກັກ​ຂັງ ພາບ​ຈາກ​ອົງການ​ຂ່າວຣອຍ​ເຕີ, 12 ທັນວາ 2013.
​ພາບ​ຂອງເວຈຽງ ຊັງ ທີ່​ເຫັນ​ໃນ​ເຂດ ​ແວນ​ດັອຕ (Wyandotte County), ລັດ​ແຄນ​ຊັສ, ທີ່​ສູນ​ກາງກັກ​ຂັງ ພາບ​ຈາກ​ອົງການ​ຂ່າວຣອຍ​ເຕີ, 12 ທັນວາ 2013.

​ນັກວິ​ທະ​ຍາ​ສາດ​ຈີນຄົນ​ນຶ່ງ ​ໄດ້ຖືກຕັດສິນໂທດ ໃຫ້ຕິດຄຸກລັດຖະບານ​ກາງ​ສະຫະລັດ
ດົນ​ກວ່າ 10 ປີ ​ໃນ​ວັນ​ພຸດວານ​ນີ້ ​ໃນຖານ​ລັກ​ຂະ​ໂມ​ຍ​ເມັດພັນເຂົ້າ​ທີ່​ມີ​ຄຸ່ນຄ່າ​ສູງ ​ຈາກ
​ບໍລິສັດ​ຊີວະເພ​ສັດ​ຊະ​ກຳ ໃນ​ລັດ​ແຄນ​ຊັສ.

​ເວຈຽງ ຊັງ (Weiqiang Zhang) ​ເປັນ​ຄົນ​ສັນຊາດ​ຈີນ ​ຜູ້​ຊຶ່ງຖື​ບັດ​ຂຽວທີ່ໄດ້ຮັບອະນຸ
ຍາດໃຫ້ອາ​ໄສ​ຢູ່​ໃນ​ສະຫະລັດຢ່າງ​ເປັນ​ການ​ຖາວອນ​ໄດ້ ​ໃນ​ເມືອງ​ແມນ​ແຮ​ຕຕັນ
ລັດ​ແຄນ​ຊັສ.

ລາວ​ໄດ້​ຖືກ​ພົບເຫັນວ່າ​ກະທຳ​ຄວາມຜິດ ​ໃນ​ປີ​ກາຍ​ນີ້ ​ໃນ​ຄະດີ​ລັກ​ຂະ​ໂມ​ຍ ຄວາມ​ລັບ
ດ້ານ​ການ​ຄ້າ ຫຼັງຈາກທີ່​ໄດ້​ລັກຂະ​ໂມ​ຍ ເມັດພັນເຂົ້າຮ້ອຍ​ກວ່າ​ເມັດ ຈາກ​ ​ບໍລິສັດ​ເວັນ
​ເທຣຍ ​ໄບ​ໂອ​ໄຊເອັນສ໌ (Ventria Bioscience) ທີ່ເປັນນາຍຈ້າງ.

ໂດຍ​ທົ່ວ​ໄປ​ແລ້ວ ບໍລິສັດ​ເວັນ​ເທຣຍ ​ແມ່ນ​ເຮັດ​ໂຄງການ​ເຂົ້າ ​ເພື່ອ​ຈະ​ເພີ້ມ​ໂປຣຕີນ​
ແບບ​ຈຳລອງສຳລັບ​ມະນຸດ. ​ໂປຣຕີນ​ທີ່​ກັ່ນ​ອອກ​ມາ​ຈາກ​ເຂົ້າ ​ແລະ​ໃຊ້​ໃນ​ພວກ​ຢາ​
ທັງຫຼາຍ ​ແລະ​ການ​ບຳບັດ​ທາງ​ການແພດ​ອື່ນໆ.

ບັນດາ​ໄອ​ຍະ​ການ​ສະຫະລັດ ​ໄດ້​ກ່າວ​ວ່າ ທ້າວ​ຊັງ ​ໄດ້​ລັກ​ຂະ​ໂມຍເມັດ​ເຂົ້າ​ພວກ​ນີ້ ​
ແລະ​ເກັບ​ໄວ້​ໃນ​ບ້ານ​ຂອງ​ລາວ. ລາວ​ໄດ້​ມອບເຂົ້າພວກ​ນີ້ ​ໃຫ້​ພວກທີ່​ມາ​ຢາມ​ລາວ​
ຈາກ​ສູນ​ກາງ​ ຄົ້ນ​ຄ້ວາ​ຂອງ​ຈີນ ​ໃນ​ປີ 2013.

​ເຈົ້າ​ໜ້າ​ທີ່​ພາສີ​ສະຫະລັດ ​ໄດ້​ພົບ​ເຂົ້າ​ພວກ​ນີ້ ​ໃນ​ຫີບ​ເດີນທາງຂອງ​ພວກ​ເຂົາ​ເຈົ້າ​
ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພວມກະກຽມເດີນທາງ​ກັບຄືນປະ​ເທດ​ຈີນ.

​ບັນດາ​ໄອ​ຍະ​ການ​ສະຫະລັດ ​ໄດ້​ກ່າວ​ວ່າ ບໍລິສັດ​ເວັນ​ເທຣຍ ​ໄດ້​ໃຊ້​ເງິນ​ຈຳນວນ
ຫຼາຍ​ລ້ານ​ໂດ​ລາ ​ແລະ​ຫຼາຍໆ​ປີ ​ໃນ​ການ​ວິ​ໄຈ ຄົ້ນ​ຄ້ວາ ເພື່ອ​ຊອກ​ຫາ​ວິທີ​ທາງ​ທີ່​
ສົມບູນ​ທີ່​ສຸດ ​ໃນ​ການ​ແຍກ​ໂປຣຕີນ​ອອກ​ຈາກເມັດເຂົ້າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG