ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຖານກົງສຸນຈີນ ກ່າວວ່າ ຄົນສັນຊາດຈີນ ເສຍຊີວິດ ໃນເຫດລະເບີດ ຢູ່ບອສຕັນ (ວີດິໂອ)


ເຈົ້າໜ້າທີ່ ສອງຄົນກໍາລັງປັກໝາຍ ຫລັກຖານ ຈາກການວາງ ລະເບີດ ທີ່ນະຄອນ ບອສຕັນ
ເຈົ້າໜ້າທີ່ ສອງຄົນກໍາລັງປັກໝາຍ ຫລັກຖານ ຈາກການວາງ ລະເບີດ ທີ່ນະຄອນ ບອສຕັນ
ສະຖານ​ກົງ​ສຸນຈີນ ປະ​ຈໍາ​ນະຄອນ​ນິວຢອກ ​ຖະ​ແຫລ​ງວ່າ ຄົນ
ສັນຊາດ​ຈີນເປັນ​ຜູ້​ເຄາະຮ້າຍຄົນ​ທີ່​ສາມ ທີ່​ເສຍ​ຊີວິດ​ ​ໃນ​ເຫດ
ວາງລະ​ເບີດຢູ່​ງານ ​ແຂ່ງຂັນແລ່ນ​ມາຣາ​ທອນ ທີ່​ນະຄອນ​
ບອສຕັນນັ້ນ.ສະຖານ​ກົງສຸນຈີນ ​ໄດ້​ອອກ​ຄໍາ​ຖະ​ແຫລ​ງສະບັບ
​ນຶ່ງ​ ໃນ​ຕອນ​ແລງ​ຂອງ​ວັນ​ອັງ ຄານ​ວານ​ນີ້​ ​ເວົ້າວ່າ ຄອບຄົວ
​ຂອງ​ຜູ້​ເຄາະ​ຮ້າຍ ​ໄດ້​ຂໍ​ຮ້ອງ​ບໍ່​ໃຫ້​ເປີດ​ເຜີຍ​ຊື່ຂອງ ຍິງ​ສາວຜູ້​
ເຄາະ​ຮ້າຍ​ນັ້ນ​.

ຄໍາ​ຖະ​ແຫລ​ງຂອງ​ກົງສຸນ ​ມີ​ຂື້ນ ຫລາຍໆຊົ່ວ​ໂມງຫລັງ​ຈາກ
ມະຫາວິທະຍາ​ໄລ ບອສຕັນ ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ແມ່ນນັກ​
ສຶກສາຈີນ​ລະດັບ​ປະລິນຍາ​ໂທ ຂອງ​ມະຫາວິທະຍາ​ໄລບອສ
ຕັນ ຫລື BU. ​ເວັບ​ໄຊ້ຂອງ​ມະຫາວິທະຍາ​ໄລ ກ່າວ​ວ່າ ນັກ​ສຶກ
ສາ​ທີ່​ເສຍ​ຊີວິດ ແມ່ນ ຜູ້ນຶ່ງ​ໃນ​ຈໍານວນ​ໝູ່​ເພື່ອນສາມ​ຄົນ ​ທີ່​ໄປ
ເບິ່ງ​ການ​ແຂ່ງຂັນ​ແລ່ນມາຣາທອນ​ນໍາ​ກັນ ​ແລະ​ຢືນ​ຢູ່ໃກ້ໆກັບ
​ບ່ອນ​ຫລັກ​ໄຊ ​ເວລາ​ລະ​ເບີດ​ໄດ້​ແຕກ​ຂື້ນ.

ຄໍາ​ຖະ​ແຫລ​ງກ່າວ​ວ່າ ໝູ່​ຄົນ​ນຶ່ງ ຊື່ວ່າ Zhou Danling ​ໄດ້​ຮັບ​
ບາ​ດເຈັບ​ຈາກ​ລະ​ເບີດ​ແຕກ ແຕ່ມີ​ອາການທຸ່ນ​ທ່ຽງ​ແລ້ວໃນຕອນ​ແລງວັນ​ອັງຄານ​ ຢູ່ໂຮງ
ໝໍແຫ່ງ​ນຶ່ງ​ ໃນບອສຕັນ. ສ່ວນ​ໝູ່ຄົນ​ທີ່​ສາມ​ ບໍ່​ໄດ້​ຮັບ​ອັນ​ຕະລາຍ.

ວີດິໂອ ກ່ຽວກັບ ການສືບສວນກ່ຽວກັບເຫດລະເບີດ:

Boston
please wait
Embed

No media source currently available

0:00 0:02:04 0:00
XS
SM
MD
LG