ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄາດ​ຕະ​ກອນ ທີ່​ຂ້ານັກ​ຄົ້ນ​ຄວ້າ​ຈີນ ຢູ່​​ມະ​ຫາ​ວິ​ທະ​ຍາ​ໄລ ສ​ຫ​ລ ຖືກ​ຕັດ​ສິນ​ຈຳ​ຄຸກ​ ຕະ​ຫຼອດ​ຊີ​ວິດ


ທ້າວ ເບ​ຣນ ຄ​ຣິ​ສ​ເຕັນ​ເຊັນ (Brendt Christensen) ທີ່​ມີ​ຄວາມ​ຜິດ​ຖານ​ລັກ​ພາ​ຕົວ, ຂົ່ມ​ຂືນ ແລະ​ຄາດ​ຕະ​ກຳ​ນາງ ຢິງ​ຢິງ ຊາງ, ນັກ​ຄົ້ນ​ຄວ້າ​ຈີນ ຖືກຕັດ​ສິນ​ໃຫ້ຈຳ​ຄຸກ ຕະ​ຫລອດ​ຊີ​ວິດ.
ທ້າວ ເບ​ຣນ ຄ​ຣິ​ສ​ເຕັນ​ເຊັນ (Brendt Christensen) ທີ່​ມີ​ຄວາມ​ຜິດ​ຖານ​ລັກ​ພາ​ຕົວ, ຂົ່ມ​ຂືນ ແລະ​ຄາດ​ຕະ​ກຳ​ນາງ ຢິງ​ຢິງ ຊາງ, ນັກ​ຄົ້ນ​ຄວ້າ​ຈີນ ຖືກຕັດ​ສິນ​ໃຫ້ຈຳ​ຄຸກ ຕະ​ຫລອດ​ຊີ​ວິດ.

ອະ​ດີດ​ນັກ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລອິລລີ​ນອຍອາ​ຍຸ 29 ປີ​ຈະ​ໄດ້​ໃຊ້​ເວ​ລາ​ໃນ​ຊ່ວງ​ສຸດ​ທ້າຍ​ຂອງ​ຊີ​ວິດ ຢູ່​ໃນ​ຄຸກ ຍ້ອນລາວ​ໄດ້​ລັກ​ພາ​ຕົວ ແລະ​ຄາດ​ຕະ​ກຳ​ນັກ​ຄົ້ນ​ຄວ້າ​ຈີນ ທີ່ມາ​ປະ​ຕິ​ບັດ​ງານ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລນັ້ນ ໃນ​ປີ 2017.

ໃນ​ຂະ​ນະ​ທີ່​ຄະ​ນະ​ຕຸ​ລາ​ການ ​ບໍ່​ສາ​ມາດ​ຕັດ​ສິນໄດ້​ວ່າ ຄວນ​ຈະ​ໃຫ້​ທ້າວ ເບ​ຣນ ຄ​ຣິ​ສ​ເຕັນ​ເຊັນ (Brendt Christensen) ຖືກ​ປະ​ຫານ​ຊີ​ວິດ ​ຫລືບໍ່ຢູ່ນັ້ນ ຜູ້​ພິ​ພາກ​ສາ​ຂອ​ງ​ລັດ​ຖະ​ບານ​ກາງ ເຈມ​ສ໌ ຊາ​ດິດ (James Shadid) ກໍ​ໄດ້​ຕັດ​ສິນ​ໂທດ ​ໃນ​ທັນ​ທີ​ທັນ​ໃດວ່າ ​ໃຫ້​ລາວ​ຖືກ​ຈຳ​ຄຸ​ຕະ​ຫລອດ​ຊີ​ວິດ​ ໂດຍບໍ່​ມີ​ການ​ຝາກ​ໂທດແຕ່​ຢ່າງ​ໃດ.

ທ້າວຄ​ຣິ​ສ​ເຕັນ​ເຊັນ (Christensen) ໄດ້​ລັກ​ພາ​ຕົວ ແລະ​ຄາດ​ຕະ​ກຳ​ນາງ ຢິງ​ຢິງ ຊາງ (Yingying Zhang) ໂດຍ​ໃຊ້​ຄ້ອນ​ທຸບ​ຕີ​ລາວ ແລະ​ຕັດ​ຫົວ​ລາວ​ອອກ.

ບໍ່​ມີ​ໃຜ​ພົບ​ເຫັນສົບ​ຂອງ​ລາວເລີຍ. ພໍ່​ແມ່​ຂອງ​ນາງຊາງ (Zhang) ໄດ້ເດີນ​ທາງ​ຈາກ​ຈີນມາ​ເມືອງແພວ​ເຣຍ (Peoria) ລັດ​ອິ​ລ​ລີ​ນອຍເພື່ອ​ເຂົ້າ​ຮ່ວ​ການ​ດຳ​ເນີ​ຄະ​ດີນີ້. ພວກ​ເຂົາ​ເຈົ້າ​ໄດ້​ຂໍ​ຮ້ອງ​ທ້າວ ຄ​ຣິ​ສ​ເຕັນ​ເຊັນ (Christensen) ໃຫ້​ເປີດ​ເຜີຍບ່ອນ​ທີ່​ລາວ​ເອົາສົບຂອງ​ນາງ​ໄປໄວ້.

"ຖ້າ​ຫາກ​ເຈົ້າ​ຍັງມີ​ຄວາມ​ເປັນ​ມະ​ນຸດ​ຢູ່ໃນ​ຫ້ວງ​ຄວາມ​ສຳ​ນຶກ​ຂອງ​ເຈົ້າ​ຢູ່​ແລ້ວ ຈົ່ງ​ຊ່ວຍ​ພວກ​ເຮົາ ໃຫ້​ປິດ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ນີ້​ລົງແດ່" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຄອບ​ຄົວ​ນາງ ທີ່​ຂຽນ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ.

ຢູ່​ໃນ​ຄຳ​ໃຫ້​ການ​ທີ່​ໜ້າ​ສະ​ອຶ້ນ​ໃຈ​ແບບ​ພິ​ເສດນັ້ນ ແມ່​ຂອງນາງ ຊາງ (Zhang) ຮ້ອງ​ໄຫ້​ຄ່ຳ​ຄວນ​ວ່າ​ ໂອ​ກາດທີ່​ລາວ​ຈະໄດ້ເຫັນ​ລູກ​ສາວ​ຂອງຕົນໃສ່​ຊຸດແຕ່ງ​ງານ ແລະ​ຄວາ​ມ​ຝັນ​ຂອງ​ລາວທີ່​ຈະ​ໄດ້​ເປັນ​ແມ່​ຕູ້​ຂອງ​ຫລານ ​ແມ່ນໄດ້​ຖືກ​ທຳ​ລາຍ​ໃຫ້​ສະ​ຫລາຍ​ໄປໝົດ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG