ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານສໍາຫຼວດ Yutu ຂອງຈີນ ເລີ່ມທໍາການ ສໍາຫຼວດໜ້າດິນ ຂອງດວງຈັນ (ວີດີໂອ)


İsviçre.
İsviçre.
ຍານ​ສໍາຫຼວດດວງ​ຈັນ ອັນທໍາ​ອິດ​ຂອງ​ຈີນ ​ໄດ້​ເລີ່​ມປະຕິບັດ​ການ​ສໍາຫຼວດ ດ້ານ​ວິທະ ຍາສາດ​ເປັນ​ເວລາ​ສາມ​ເດືອນ ຢູ່​ໜ້າດິນ​ຂອງ​ດວງ​ຈັນ ຫຼັງຈາກໄດ້ຖືກ​ປ່ອຍ​ລົງ​ສູ່​ດວງ​ຈັນ ​ຈາກຍານ​ອາ​ວະ​ກາດທີ່​ບໍ່​ມີ​ຄົນ​ຂັບ ຢ່າງ​ເປັນ​ຜົນ​ສໍາ​ເລັດ ​ເມື່ອ​ວັນ​ເສົາ​ວານ​ນີ້.

ການ​ລົງສູ່​ໜ້າ​ດວງ​ຈັນຢ່າງ​ຊ້າໆ ຂອງ​ຍານ​ສໍາຫຼວດຫົກ​ລໍ້ ທີ່​ໃຊ້​ພະລັງ​ແສງຕາ​ເວັນ ​ເອີ້ນ​ ຊື່ວ່າ Jade Rabbit ຫຼື Yutu ​ໃນ​ພາສາ​ຈີນກາງ ​ໄດ້​ກາຍ​ເປັນ​ຂ່າວໃຫຍ່ ຄອບງໍາໜັງສື
ພິມ ​ແລະ​ໂທລະພາບ​ຈີນ ​ເມື່ອ​ວັນ​ເສົາ​ວານ​ນີ້ ຫຼັງຈາ​ກການ​ເດີນທາງ​ເປັນ​ເວລາ 13 ວັນ ຈາກ​ໂລກ.

ການ​ສົ່ງ​ຍານ​ສໍາຫຼວດຂຶ້ນດວງ​ຈັນ​ຄັ້ງ​ນີ້ ​ໄດ້​ຖືກ​ໂອ້​ອວດ​ກັນ​ຢ່າງ​ໃຫຍ່​ໃນສື່​ມວນ​ຊົ​ນທາງ​ການ​ຂອງຈີນ ວ່າ​ເປັນຫຼັກຖານ​ຂອງ​ຄວາມ​ກ້າວໜ້າດ້ານ​ວິທະຍາສາດ ທີ່​ທະວີ​ຫຼາຍຂຶ້ນ​ໄປນັບ​ມື້​ຂອງ​ຈີນນັ້ນ. ​ໂທລະພາບ​ຈີນ​ໄດ້​ຖ່າຍ​ທອດ​ພາບຂອງ​ພວກ​ນັກວິ​ສະ​ວະ​ກອນ ຢູ່​
ສູນ​ຄວບ​ຄຸມອາ​ວະ​ກາດ​ທີ່​ປັກ​ກິ່ງ ທີ່ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ ​ກອດ​ກັນ ຖ່າຍຮູບໃຫ້​ກັນ
ດ້ວຍ​ໂທລະສັບມື​ຖື ​ຫຼັງຈາກທີ່​ຍານອາ​ວະ​ກາດ ​ບໍ່​ມີ​ຄົນ​ຂັບ Chang’e-3 ທີ່​ນໍາ​ເອົາ​ຍານ​ສໍາ​ຫຼວດ Jade Rabbit ​ໄປ​ຍັງ​ດວງ​ຈັນ​ນັ້ນ ລົງຈອດ​ເທິງດວງຈັນ.

ຈີນ​ເປັນ​ປະ​ເທດ​ທີ່​ສາມ ທີ່ເອົາ​ຍານ​ສໍາຫຼວດລົງ​ດວງ​ຈັນ ຕໍ່​ຈາກ​ສະຫະລັດ ​ແລະອະດີດ​ສະຫະພາບ​ໂຊ​ຫວຽດ ການ​ແລ່ນ​ລົງ​ວິທີ​ນັ້ນ ​ເກີດ​ຂຶ້ນ​ເມື່ອ​ປີ 1976.

China Moon Dec 15
please wait
Embed

No media source currently available

0:00 0:00:39 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG