ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ທະ​ຫານ​ບ້ານ​ຈີນ ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ຊ້ອມ​ລົບ ກອງ​ທັບ​ເຮືອອິນ​ເດຍ ກັບ​ອາ​ຊຽນ ໃນ​ທະ​ເລ​ຈີນ​ໃຕ້


​ແຟ້ມ - ກຳ​ປັ່ນ​ລົບ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ແລ່ນ​ຢູ່ນອກ​ເຂດ​ເສດ​ຖະ​ກິດ​ພິ​ເສດ ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 15 ກໍ​ລະ​ກົດ 2014.
​ແຟ້ມ - ກຳ​ປັ່ນ​ລົບ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ແລ່ນ​ຢູ່ນອກ​ເຂດ​ເສດ​ຖະ​ກິດ​ພິ​ເສດ ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 15 ກໍ​ລະ​ກົດ 2014.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໃນ​ວັນ​ອັງ​ຄານ​ວານນີ້ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ກ່າວ​ຫາ​ທີ່​ວ່າ ກຳ​ປັ່ນ​ທີ່​ເປັນ​ຂອງ​ກຳ​ລັງ​ທະ​ຫານ​ບ້ານ​ທາງ​ທະ​ເລ​ຂອງ​ຈີນ ໄດ້​ຕັ້ງ​ໃຈ​ແລ່ນ​ເຂົ້າ​ໄປ​ໃນ​ບໍ​ລິ​ເວນ​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່ກອງ​ທັບ​ເຮືອ​ຂອງ​ອິນ​ເດຍ​ແລະ​ປະ​ເທດ​ຕ່າງໆ​ໃນ​ສະ​ມາ​ຄົມ​ອາ​ຊຽນ​ພວມ​ທຳ​ການ​ຊ້ອມ​ລົບ​ກັນ​ຢູ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ນັກ​ຊ່ຽວ​ຊານ​ອິດ​ສະ​ຫຼະ​ຢູ່​ຫວຽດ​ນາມ ກ່າວ​ວ່າ ປັກ​ກິ່ງ​ເປັນ​ທີ່​ປາ​ກົດ​ວ່າ​ໄດ້​ໃຊ້​ທະ​ຫານ​ບ້ານ ເພື່ອ​ຂົ່ມ​ຂູ່​ແລະ​ລົບ​ກວນ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ດັ່ງ​ກ່າວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ຢູ່​ໃນ​ຄຳ​ຕອບ ​ຕໍ່​ການ​ຂໍ​ຄວາມ​ເຫັນ ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້​ວ່າ​ “ຕາມ​ທີ່​ພວກ​ເຮົາ​ເຂົ້າ​ໃຈ ເຮືອ​ປະ​ມົງ​ແລະ​ຄົ້ນ​ຄວ້າ​ໄດ້​ທຳ​ການ​ຜະ​ລິດ​ແລະ​ເຮັດ​ວຽກ​ຕາມ​ປົກ​ກະ​ຕິ ຢູ່​ໃນ​ເຂດ​ທະ​ເລ ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຈີນ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ຕື່ມ​ວ່າ “ໂລກ​ພາຍນອກບໍ່​ຄວນ​ທຳ​ການ​ກ່າວ​ຫາ​ແບບ​ບໍ່​ມີ​ພື້ນ​ຖານ ຫຼື​ສ້າງ​ບັນ​ຫາ​ໂດຍ​ບໍ່​ມີ​ເລື້ອງ​ມີ​ລາວ​ຫຍັງ.”

ລັດ​ຖະ​ບານ​ອິນ​ເດຍ ແລະ​ຫວຽດ​ນາມ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັ​ບ​ເລື້ອງນີ້.

ການ​ຊ້ອມ​ລົບ​ທາງ​ທະ​ເລ​ຂອງ​ອາ​ຊຽນ​ຮ່ວມ​ກັບ​ອິນ​ເດຍ (AIME 2023) ເປັນ​ເວ​ລາ​ສອງມື້ ເລີ້ມ​ຂຶ້ນ​ໃນ​ວັນ​ອາ​ທິດ​ແລ້ວ ໂດຍ​ມີ​ກຳ​ປັ່ນ​ລົບ​ແລະ​ເຮືອ​ບິນ​ຈາກ​ອິນ​ເດຍ ຫວຽດ​ນາມ ປະ​ເທດ​ໄທ ຟີ​ລິບ​ປິນ ອິນ​ໂດ​ເນ​ເຊຍແລະ​ບ​ຣູ​ນາຍ ເຂົ້າ​ຮ່ວມ​ນຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG