ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ຈີນ ພະຍາຍາມ ປັບປຸງພາບພົດຂອງຕົນ ດ້ວຍການມອບເຄື່ອງຊ່ວຍເຫຼືອ ການແພດໃຫ້ຄູ່ແຂ່ງ ທາງທະເລ


ກຳມະກອນຂົນເຄື່ອງຊ່ວຍເຫຼືອການແພດລົງຈາກເຮືອບິນຂົນສົ່ງສິນຄ້າ,​ ສະໜາມບິນ ແບກແດັດ, ອີຣັກ. 20, 2020. ເຄື່ອງຊ່ວຍເຫຼືອການແພດ ຈີນ ຖືກສົ່ງໄປ ອີຣັກ. (AP Photo/Hadi…
ກຳມະກອນຂົນເຄື່ອງຊ່ວຍເຫຼືອການແພດລົງຈາກເຮືອບິນຂົນສົ່ງສິນຄ້າ,​ ສະໜາມບິນ ແບກແດັດ, ອີຣັກ. 20, 2020. ເຄື່ອງຊ່ວຍເຫຼືອການແພດ ຈີນ ຖືກສົ່ງໄປ ອີຣັກ. (AP Photo/Hadi…

ກອງກຳລັງຕິດອາວຸດຂອງ ຈີນ ໄດ້ມອບການຊ່ວຍເຫຼືການແພດຕໍ່ຕ້ານໂຄວິດໃນ ເດືອນນີ້ ເພື່ອຜ່ອນເບົາພາບພົດຂອງເຂົາເຈົ້າ ໃນສີ່ປະເທດທີ່ຂັດແຍ້ງກັບການ ຄວບຄຸມທະເລທີ່ອຸດົມສົມບູນໄປດ້ວຍແຫຼ່ງຊັບພະຍາກອນ ດ້ວຍທະຫານຂອງ ປັກກິ່ງ.

ກອງທັບປົດປ່ອຍປະຊາຊົນ ຈີນ ໄດ້ສົ່ງວັດຖຸຄວບຄຸມ ໂຄວິດ-19 ໄປໃຫ້ 12 ປະເທດດ້ວຍເຮືອບິນກອງທັບອາກາດ, ອີງຕາມການລາຍງານຂອງເຄືອຂ່າຍໂທ ລະພາບໂລກຂອງ ຈີນ. ໃນນັ້ນແມ່ນປະເທດທີ່ມີເຂດແດນຕິດກັບທະເລຈີນໃຕ້ຄື ບຣູໄນ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ. ກອງກຳລັງຕິດອາວຸດຈາກ ທັງໝົດ 12 ປະເທດນັ້ນໄດ້ຂໍການຊ່ວຍເຫຼືອ, ອີງຕາມເຄືອຂ່າຍດັ່ງກ່າວ.

ການຂັດແຍ້ງຂອງປະເທດ ບຣູໄນ, ມາເລເຊຍ ແລະ ຟີລິບປິນ ປະກອບມີທະເລ ຈີນໃຕ້ທີ່ມີເນື້ອທີ່ 3.5 ລ້ານຕາລາງກິໂລແມັດກັບ ປັກກິ່ງ. ອິນໂດເນເຊຍ ບໍ່ມີ ຄວາມຂັດແຍ້ງເຂດແດນ ແຕ່ໄດ້ຢຸດເຮືອຕ່າງໆຂອງ ຈີນ ທີ່ເຂົ້າໄປໃນເຂດນໍ້າ ໃກ້ກັບບັນດາໝູ່ກອງຂອງເຂົາເຈົ້າທີ່ກະຈາຍຢູ່. ປະເທດທີ່ນ້ອຍກວ່ານີ້ ປົກກະຕິ ແລ້ວຈະສະແດງຄວາມເທົ່າທຽມກັບກອງທັບ ຈີນ, ເຊິ່ງແມ່ນກອງທັບທີ່ແຂງແກ່ນ ທີ່ສຸດເປັນອັນດັບສາມຂອງໂລກ, ດ້ວຍກຳປັ່ນ, ໂຮງເກັບເຮືອບິນ ແລະ ການສະ ແດງການບິນ ທີ່ຖືກໃຊ້ເພື່ອສະແດງການຄວບຄຸມໃນເຂດນໍ້າທີ່ເປັນບັນຫານັ້ນ.

ການຊ່ວຍເຫຼືອສຳລັບການລະບາດໂຄວິດ-19 ຈະເຮັດໃຫ້ພາບພົດຂອງເຂົາເຈົ້າ ອ່ອນເບົາລົງ, ອີງຕາມການກ່າວຂອງບັນດານັກວິເຄາະ.

ທ່ານ ຮວາງ ເວໂບ, ຮອງຄະນະບໍດີວິທິຍາໄລພົວພັນຕ່າງປະເທດທີ່ມະຫາວິທະ ຍາໄລ ເຈັງຈີ ແຫ່ງ ຊາດ ໃນນະຄອນຫຼວງ ໄທເປ ເວົ້າວ່າ “ມັນມີຜົນສະທ້ອນ ໃນການໂຄສະນາທີ່ເປັນແງ່ບວກ. ຜົນກະທົບຂອງສິ່ງນີ້ຄົງຈະແຂງແກ່ນກວ່າ, ຍົກຕົວຢ່າງ, ການສົ່ງກຳປັ່ນທະຫານໄປຫາທ່າເຮືອຂອງອີກປະເທດນຶ່ງ, ເພາະ ວ່າມັນມີການເຊື່ອມໂຍງໂດຍກົງກັບສຸຂະພາບຂອງມະນຸດ.”

ເຮືອບິນຂົນສົ່ງຂອງ ຈີນ ລຳນຶ່ງໄດ້ນຳເອົາໜ້າກາກການແພດ, ແວ່ນຕາປ້ອງກັນ, ເຄື່ອງນຸ່ງປ້ອງກັນ ແລະ ຊຸດປ້ອງກັນນໍ້າໄປໃຫ້ ບຣູໄນ ເມື່ອວັນທີ 12​ ພຶດສະ ພາ, ອີງຕາມການລາຍງານຂອງອົງການຂ່າວທາງການ ຊິນຫົວ. ກອງທັບປົດ ປ່ອຍປະຊາຊົນໄດ້ຈັດກອງປະຊຸມທາງວິດີໂອ ກັບບັນດາຄູ່ຮ່ວມຕຳແໜ່ງໃນ ອິນໂດເນເຊຍ ແລະ ມາເລເຊຍ ໃນເດືອນນີ້ ເພື່ອແລກປ່ຽນປະສົບການໃນການ ຕໍ່ສູ້ກັບໂຣກດັ່ງກ່າວ, ອີງຕາມອົງການຂ່າວ ຊິນຫົວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG