ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕໍ່​ເວ​ລາ​ອອກ​ໄປ​ຕື່ມ ໃນ​ການ​ຊ້ອມ​ລົບ ຢູ່​ອ້ອມ​ເກາະ​ໄຕ້​ຫວັນ


ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ​ ເຮືອ​ບິນ​ລົບ​ອາຍ​ພົ່ນ ຈາກກອງ​ບັນ​ຊາ​ການ​ໃນ​ພາກ​ຕາ​ເວັນ​ອອກ ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ ຢູ່​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 7 ສິງ​ຫາ 2022. (Gong Yulong/Xinhua via AP)
ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ​ ເຮືອ​ບິນ​ລົບ​ອາຍ​ພົ່ນ ຈາກກອງ​ບັນ​ຊາ​ການ​ໃນ​ພາກ​ຕາ​ເວັນ​ອອກ ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ ຢູ່​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 7 ສິງ​ຫາ 2022. (Gong Yulong/Xinhua via AP)

ກອງ​ທັບ​ຈີນ ໄດ້​ຕໍ່ເວ​ລາ​ໃນ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ແລະ​ທາງ​ອາ​ກາດ ຢູ່​ອ້ອມ​ເກາະ​ໄຕ້​ຫວັນ ໃນ​ວັນ​ຈັນວານນີ້ ​ນຶ່ງມື້​ຫຼັງ​ຈາກ​ການ​ຊ້ອມ​ລົບ​ດັ່ງ​ກ່າວ​ມີ​ກຳ​ນົດ​ສິ້ນ​ສຸດ​ລົງ.

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວ​ວ່າ ກອງບັນ​ຊາ​ການ​ຂອງ ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນໃນ​ເຂດ​ພາກ​ຕາ​ເວັນ​ອອ​ກ ຈະ​ເພັ່ງ​ເລັງ​ໃສ່​ການ​ໂຈມ​ຕີ​ຕໍ່​ຕ້ານ​ກຳ​ປັ່ນ​ດຳ​ນ້ຳແລະ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ກຳ​ປັ່ນໃກ້ໆ​ເກາະ​ໄຕ້​ຫວັນ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ການ​ຊ້ອມ​ລົບ​ດັ່ງ​ກ່າວນີ້​ຈະ​ແກ່​ຍາວ​ໄປ​ດົນ​ປານ​ໃດ​ແລະ​ຈະ​ມີ​ຂຶ້ນ​ຢູ່​ໃສ.

ຈີນ​ໄດ້​ທຳ​ກາ​ນ​ຊ້ອມ​ລົບທາງ​ທະ​ຫານ​ແບບ​ຂຸ້ນ​ຂ້ຽວ​ເປັນ​ເວ​ລາ 4 ​ຢູ່​ໃນຫົກ​ບໍ​ລິ​ເວນ​ທີ່​ຖືກ​ລະ​ບຸ​ອ້ອມ​ເກາະ​ໄຕ້​ຫວັນ ຊຶ່ງ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເກາະ​ດັ່ງ​ກ່າວ​ໃນ​ອາ​ທິດ​ແລ້ວ ຂອງ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ​ ທີ່​ໄດ້​ຕ້ອງ​ຕິ​ຈີນ​ມາ​ເປັນ​ເວ​ລາ​ດົນ​ນາ​ນ​ແລ້ວນັ້ນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມື່ອ​ວັນ​ທີ 2 ສິງ​ຫາເພື່ອ​ສະ​ແດງ​ຄວາມ​ເປັນ​ເອກ​ກະ​ພາບ ແລະ​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ປະ​ເທດ​ເກາະ​ດອນ​ທີ່​ປົກ​ຄອງ​ຕົນ​ເອງ​ດັ່ງ​ກ່າວ. ຈີນມອງ​ເບິ່ງວ່າ​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ ເປັນ​ການ​ລະ​ເມີດ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ຕົນ ແບບ​ທີ່ຍອມ​ຮັບ​ເອົາ​ບໍ່​ໄດ້.

ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ການ​ສືບ​ຕໍ່​ຊ້ອມ​ລົບ​ຂອງ​ປັກ​ກິ່ງນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ຈົນ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້ເປັນ​ຫ່ວງ ແຕ່​ກໍ​ກັງ​ວົນ​ວ່າ​ພວກ​ເຂົາ​ເຈົ້າ​ພວມ​ທຳ​ການ​ເຄື່ອນ​ໄຫວ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ເຮັດ​ຫຍັງ​ຫຼາຍ​ໄປ​ກວ່າ​ທີ່​ມັນ​ເປັນ​ຢູ່​ໃນ​ເວ​ລານີ້.”

ການ​ຊ້ອມ​ລົບ​ຂອງ​ຈີນ​ແມ່ນ​ພົວ​ພັນ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ເກາະ​ໄຕ້​ຫວັນ ຕະ​ຫຼອດ​ທັງ​ກຳ​ປັ່ນ​ລົບ ເຮືອ​ບິນ​ລົບ​ອາຍ​ພົ່ນ ແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ​ຢູ່​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ.

ກ່ອນ​ໜ້ານີ້​ຈີນ​ກ່າວ​ວ່າ ກິດ​ຈະ​ການ​ເຫຼົ່າ​ນັ້ນ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາ​ທິດ ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ສັງ​ເກດ​ການ​ຫຼາຍ​ຄົນ​ຢ້ານ​ວ່າ​ປັກ​ກິ່ງ ຈະພະ​ຍາ​ຍາມ​ເຮັດ​ໃຫ້ ການ​ປະ​ຕິ​ບັດ​ງານ​ແບບ​ຮຸກ​ຮານ​ທາ​ງ​ທະ​ຫານ​ຂອງ​ຕົ​ນ​ຕໍ່​ໄຕ້​ຫວັນ​ກາຍ​ເປັນ​ເລື້ອງ​ທີ່​ປົກ​ກະ​ຕິ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໄຕ້​ຫວັນ ໃນ​ຕອນ​ແລງວັນ​ສຸກ​ຜ່ານ​ມາ​ໄດ້​ກ່າວ​ປະ​ນາມ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ຈີນ ທີ່​ຈະ​ຕໍ່​ເວ​ລາ​ໃນ​ການ​ຊ້ອມ​ລົບ​ອອກ​ໄປ​ຕື່ມ​ອີກ ໂດຍ​ກ່າວ​ວ່າ ປັກ​ກິ່ງ​ແມ່ນ “ພວມ​ສ້າງ​ວິ​ກິດ​ການ​ດ້ວຍ​ຄວາມ​ຕັ້ງ​ໃຈ” ແລະ​ບໍ່​ເອົາ​ຫົວ​ຊາ​ຕໍ່​ກາ​ນ​ຮຽກ​ຮ້ອງ​ຂອງ​ນາໆ​ຊາດ ໃຫ້​ຢຸດ​ເຊົາ​ການ​ຊ້ອມ​ລົບ​ດັ່ງ​ກ່າວ.

ຢູ່​ໃນ​ການ​ຖະແຫຼງ​ຂ່າວ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ກ່າວ​ວ່າ ເຮືອ​ບິນ​ແລະ​ກຳ​ປັ່ນ​ຂອງ​ຈີນ​ບໍ່​ໄດ້​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ ແລະ​ອາ​ກາດ​ຂອງ​ຕົນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG