ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ສ້າງປື້​ມ ຊະນິດຢາພື້ນເມືອງ ​ແລະວິທີປົວຕາມ ແຜນໂບຮານຈີນ


Cataloguing Traditional Medicine, One Plant at a Time
please wait

No media source currently available

0:00 0:02:17 0:00

ວິທີຮັກສາໂຣກ​ແຜນໂບຮານຂອງຈີນ ເຊັ່ນການຝັງເຂັມ ວ່າມັນມີປະສິດ ທິຜົນຫຼືບໍ່ນັ້ນ ແມ່ນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນຢູ່ນອກປະ​ເທດຈີນ ແລະ ຍັງມີຫຼັກຖານທາງ​ວິທະຍາສາດບາງ​ຢ່າງທີ່ສະໜັບສະໜຸນຄວາມຄິດທີ່ວ່າ ອົງປະກອບຕາມ​ທຳ​ມະ​ຊາດ​ຂອງພວກດອກໄມ້ ແລະເປືອກໄມ້ ທີ່​ຈິງ​ແລ້ວ​ແມ່ນສາມາດປິ່ນປົວ​ຮັກສາ​ໄດ້​ຢ່າງ​ມີ​ປະສິດ
ທິ​ຜົນ ຊຶ່ງ​ເຮັດ​ວຽກ​ແບບດຽວກັນ ກັບຢາ aspirin ຊຶ່ງ​ເປັນ​ອົງປະກອບຕາມທຳມະຊາດ ທີ່ພົບເຫັນໃນເປືອກ ຂອງຕົ້ນ willow ແຕ່ຍ້ອນຄວາມນິຍົມ​ ໃນການນຳໃຊ້ຢາແຜນ
ໂບຮານສະ​ໝຸນ​ໄພ​ຂອງ​ຈີນ ກຳລັງເພີ່ມຂຶ້ນຢູ່​ນີ້ ມັນຈຶ່ງມີໂອກາດສູງ ທີ່​ຈະ​ເກີດ​ການ​ສໍ້​ໂກງ
ຕົວະ​ຕົ້ມ ແລະ ກໍມີຄວາມກົດດັນຕໍ່ພວກພືດຕ່າງໆ ຢູ່​ໃນ​ປ່າ​ໃນ​ດົງ. ນັກຂ່າວ VOA
Kevin Enochs ມີ​ລາຍ​ງານ ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງວັນນະສອນ ຈະ​ນຳ​ເອົາ​ລາຍ​ລະອຽດ
ມາສະ​ເໜີທ່ານ ໃນອັນດັບຕໍ່ໄປ.

ເມັດຂອງໝາກ quince ຊຶ່ງເປັນໝາກໄມ້ທີ່ປະສົມປະສານລະຫວ່າງໝາກ pear
ແລະໝາກ apple ທີ່ໃຊ້​ເຮັດ​ຢາແຜນໂບຮານຈີນນັ້ນ ​ແມ່ນ​ສາມາດ​ປິ່ນປົວໂຣກຕ່າງໆ
ຫຼາຍຢ່າງ ນັບ​ແຕ່ໂຣກຍ່ອຍອາຫານ ໄປຈົນເຖິງການໄອ.

ເປືອກແລະຈູມ​ຂອງດອກ magnolia ແມ່ນໃຊ້ເພື່ອປົວໂຣກຊຶມເສົ້າແລະໂຣກຫືດ
ເປັນຕົ້ນ.

ການເກັບກ່ຽວແລະຂາຍຜະລິດ​ຕະພັນ​ເຫລົ່າ​ນີ້ ໄດ້ກາຍມາເປັນທຸລະກິດຂະໜາດ
ໃຫຍ່ ແຕ່ອິງຕາມພວກນັກວິໄຈ​ແລ້ວ ຕະຫຼາດດັ່ງກ່າວ​ ແມ່ນ​ເຕັມ​ໄປ​ດ້ວຍ​ສິນຄ້າທີ່​ມີ​
ຄຸນ​ນະພາ​ບຕ່ຳ​ສະ​ເໝີ.

ທ່ານນາງ Christine Leon ຈາກສວນພຶກສາສາດ​ແຫ່ງ​ຊາດ Royal Kew ກ່າວວ່າ “ຊື່ຕ່າງໆຂອງສິນຄ້າພວກນີ້ ເບິ່ງຄືວ່າ ມີຫຼາກຫຼາຍແບບ ແຕ່ວ່າ ມັນເປັນການຍາກ
ຫຼາຍ ທີ່ຈະ​ຕິດຕາມ​ໄດ້​ຢ່າງ​ຄັກ​ແນ່​ວ່າ ມີ​ປະ​ເພດ​ໃດ​ແດ່ ທີ່ມີການຊື້​ຂາຍ​ກັນ.”

ເພາະສະນັ້ນ ພວກນັກວິທະຍາສາດໃນອັງກິດ ຈຶ່ງໄດ້ສ້າງປື້ມທີ່ສາມາດນຳມາ​ໃຊ້
ອ້າງອີງໄດ້ ​ເພື່ອຊ່ອຍພວກທ່ານໝໍ ທີ່ຄິດວ່າ ຈະນຳ​ເອົາຢາແຜນໂບຮານນີ້ ເຂົ້າໄປໃຊ້​
ໃນການປິ່ນປົວຮັກສາ​ຂອງພວກເຂົາເຈົ້າ.

ພວກທ່ານໝໍຕາເວັນຕົກ ແມ່ນກຳລັງຮຽນຮູ້ເພີ່ມຂຶ້ນ ກ່ຽວ​ກັບການບຳບັດພວກນີ້ຊ່ວຍ​
ໄດ້ແນວ​ໃດ ແຕ່ວ່າພວກຮູ້​ປານ​ໃດ​ໃນ​ການ​ຊັ່ງຊາ​ເບິ່ງ​ຄຸນ​ນະພາ​ບຂອງ​ວັດຖຸດິບ
ທີ່​ເຂົາ​ເຈົ້າສັ່ງໃຫ້​ນຳ​ໄປ​ໃຊ້​ນັ້ນ.

ທ່ານນາງ Leon ກ່າວວ່າ “ນີ້ອາດຈະເປັນນຶ່ງໃນເຫດຜົນ ທີ່ພວກເຮົາໄດ້ຂຽນປື້ມ
ຂອງພວກເຮົາ​ເພື່ອພະຍາຍາມ​ເນັ້ນຢ້ຳ​ເປັນ​ການສະ​ເພາະກ່ຽວ​ກັບຢາແຜນໂບຮານ
ຂອງຈີນ ຊຶ່ງ​ໃນຈຸບັນນີ້ນັບມື້ ​ແມ່ນ​ຂ້ອນ​ຂ້າງ​ຫາ​ຍາກ​ຂຶ້ນຢູ່​ໃນ​ປ່າ​ໃນ​ດົງ ​ແລະ​
ໄດ້​ຖືກ​ທົດແທນໂດຍ​ສິ່ງ​ທີ່​ເບິ່ງ​ຄ້າຍຄື​ກັນ ຫຼືບໍ່ກໍສິ່ງໃດສິ່ງ​ນຶ່ງ​ທີ່​ມີ​ປະສິດທິ​ຜົນ​ໜ້ອຍ​ລົງ.

ນີ້ບໍ່ແມ່ນເປັນບັນຫາ​ໃຫຍ່ໃນປະເທດຈີນ ບ່ອນທີ່ພວກທ່ານໝໍ ໄດ້ມີປະສົບການ
ມາຍາວນານ ກັບການນຳໃຊ້ການປິ່ນປົວດ້ວຍ​ຢາແຜນໂບຮານ.

ແຕ່ວ່າໃນປະ​ເທດຕາເວັນຕົກ ທ່ານຈະບອກ​ຄວາມ​ແຕກ​ຕ່າງ​ໄດ້​ແນວ​ໃດ ລະຫວ່າງ
ຕົ້ນໄມ້ຊະນິດນີ້ ກັບ​ຊະນິດ​ນັ້ນ?

ທ່ານນາງ Leon ກ່າວວ່າ “ໄດ້ມີການລົງທຶນຢ່າງມະຫາສານ ວ່າ​ຕົ້ນໄມ້​ເຫຼົ່ານີ້ ​
ເຮັດ​ວຽກ​ແບບ​ໃດ ແລະວ່າພວກເຮົາຈະປັບປຸງ​ໃຫ້​ດີ​ຂຶ້ນ​ໄດ້​ຈັ່ງ​ໃດ ບາງທີຄຸນນະພາບ
ຫຼື ການ​ນຳ​ໃຊ້ຂອງພວກເຂົາ ແຕ່ວ່າ ມັນຍັງມີການລົງທຶນໜ້ອຍຫຼາຍ ໃນການກວດ
ກາເບິ່ງວ່າ ມັນແມ່ນພືດແນວນັ້ນແທ້ບໍ່.”

ຕົວຢ່າງ​ກໍແມ່ນ ຫົວດອກລີໆ ​ທີ່ໃຊ້ການປິ່ນປົວໄອ ແລະຫຼອດລົມ​ອັກ​ເສບ ແຕ່ວ່າ
ມີບາງຄົນ ທີ່ບໍ່ມີພື້ນຖານ ມັນເປັນການຍາກທີ່ຈະບອກໄດ້ວ່າ ນັ້ນແມ່ນຂອງຈິງ
ຫລື​ຂອງ​ປອມກັນ​ແທ້.

ທ່ານນາງ Leon ກ່າວວ່າ “ພວກ​ມັນ​ແມ່ນຢາ ທີ່ໃຊ້​ກັນມາ​ນານ​ແລ້ວ ​ໃນ​ລະບົບຢາ​
ແບບ​ແຜນ​ໂບຮານຂອງ​ຈີນ. ພວກ​ມັນ​ແມ່ນ​ມີ​ປະສິດທິ​ຜົນ ແລະ​ມີ​ຄວາມ​ຮຽກຮ້ອງ​
ຕ້ອງການ​ມັນ​ເປັນເລື່ອງ​ເສົ້າ ​ແຕ່ກໍສູງຫຼາຍ​ໃນ​ເວລາ​ນີ້ ທີ່​ເຮັດ​ໃຫ້​ມີ​ການ​ນຳໃຊ້
ສິ່ງ​ທີ່ຄ້າຍຄື​ກັນ​ແທນ​.”

ທ່ານນາງ Leon ຫວັງ​ວ່າ ປື້​ມອ້າງ​ອີງ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ກາຍ​ມາ​ເປັນປື້​ມທີ່​ ​
​ບັນດາທ່ານ​ໝໍຕາ​ເວັນ​ຕົກທັງຫຼາຍ ​ທີ່​ຈະ​ຫັນໄປ​ປິ່ນປົວ​ໂດຍ​ຢາ​ແຜ​ນໂບຮານນັ້ນ
ນຳ​ໄປ​ໃຊ້.

XS
SM
MD
LG