ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສື່​ຂອງ​​ຈີນ​ ເພັງ​ເລັງໃສ່ ການເປີດເຜີຍ ຂໍ້ມູນລັບ ຂອງ​ທ້າວ Snowden (ວີ​ດີ​ໂອ)


Ma Ngok ອາຈານ​ຊ່ອຍ​ທີ່​ມະຫາວິທະຍາ​ໄລ ຮົງ​ກົງ ​ເບິ່ງ
website ຂອງ​ທ່ານ
Ma Ngok ອາຈານ​ຊ່ອຍ​ທີ່​ມະຫາວິທະຍາ​ໄລ ຮົງ​ກົງ ​ເບິ່ງ website ຂອງ​ທ່ານ
ໜ້າ​ປົກ​ຂອງ​ໜັງສືພິມ​ທາງ​ການຈີນ​ ​ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ເຕັມ​ໄປດ້ວຍ​ຂໍ້​ກ່າວຫາ​ ຂອງທ້າວ​ Edward Snowden ອະດີດ​ພະນັກງານອົງການ​ສື​ບ ລັບຊີ​ໄອ​ເອ ທີ່​ເວົ້າ​ວ່າ ລັດຖະບານ​ສະຫະລັດໄດ້​ລັກ​ເຈາະເຄືອ​ຂ່າຍລະບົບ​ຄອມ​ພິວ​ເຕີຢູ່ໃນ​ຈີນ​ມາ​ໄດ້ຫຼາຍປີ​ແລ້ວ.

ປັດຈຸບັນ​ນີ້ ທ້າວ Snowden ກໍາລັງ​ລີ້​ຕົວຢູ່​ໃນ​ຮ່ອງ​ກົງ ບ່ອນ​ທີ່​ຜູ້ກ່ຽວ​ໄດ້ ຫຼົບໜີໄປ ຫຼັງຈາກ​ໄດ້​ເປີດ​ເຜີຍ​ ເອກ​ກະສາ​ນລັບ​ສຸດ​ຍອດ ກ່ຽວ​ກັບໂຄງ ການສອດ​ແນມ​ຕ່າງໆ​ທີ່​ດໍາ​ເນີນ​ການ​ໂດຍ​ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ຫຼື NSA ຊຶ່ງ​ເປັນ​ບ່ອນ​ທີ່ທ້າວ Snowden ​ເຄີຍ​ທໍາ​ງານ​ຢູ່​ທີ່​ນັ້ນ​ ໃນ​ຖານະພະນັກງານ​ສັນຍາ​ຈ້າງ.

​ເມື່ອ​ວັນ​ພຸດ​ວານ​ນີ້ ທ້າວ Snowden ​ໄວ 29 ປີ ບອກ​ໜັງສືພິມ​ສະບັບ​ນຶ່ງ​ຢູ່​ຮ່ອງ​ກົງ​ວ່າ ລາວ​ມີ​ແຜນ​ຈະ​ຢູ່ທີ່​ເກາະ​ຮ່ອງ​ກົງ ອະດີດ​ຫົວ​ເມືອງ​ຂຶ້ນ ຂອງອັງ​ກົດ​ຕໍ່​ໄປ ​ແລະ​ຈະ​ຕໍ່ສູ້​ກັບ​ຄວາມ​ພະຍາຍາມ​ທີ່​ຈະ​ນໍາເອົາ​ຕົວ​ລາວ ກັບ​ຄືນ​ສະຫະລັດ​ເພື່ອ​ດໍາ​ເນີນ​ຄະ​ດີໃນ​ຄວາມ​ຜິດ​ຂອງ​ລາວ​ນັ້ນ.

ໃນ​ລະຫວ່າງ​ຖະ​ແຫຼງ​ຕໍ່​ໜັງສືພິມ​ພາສາ​ອັງກິດ South China Morning Post ນັ້ນ ທ້າວ Snowden ​ເວົ້າ​ວ່າ ອົງການ NSA ​ໄດ້​ລັກ​ເຈາະ​ເຄືອຂ່າຍລະບົບຄອມ​ພິວ​ເຕີຢູ່​ໃນ​ຮ່ອງ​ກົງ ​ແລະ​ຈີນ​ແຜ່ນດິນ​ໃຫຍ່ ​ມາ​ຕັ້ງ​ແຕ່​ປີ 2009 ຊຶ່ງທ້າວ Snowden ​ເວົ້າວ່າ ​ເປົ້າໝາຍ​ຂອງການ​ເຈາະ ​ກໍ​ມີ​ໂຮມ​ທັງພວກ​ເຈົ້າໜ້າທີ່​ລັດຖະບານ ວົງ​ການ​ທຸລະ​ກິດ​ຕ່າງໆ ​ແລະມະຫາວິທະ ຍາໄລ​ຈີນ​ຢູ່​ຮ່ອງ​ກົງ ຫຼື Chinese University of Hong Kong.

ຄໍາ​ອ້າງ​ດັ່ງກ່າວ​ຂອງທ້າວ Snowden ນີ້ ເປັນ​ຂ່າວ​ໃຫຍ່​ສຸດ ສຳລັບ​ໜັງ ສືພິມ​ທີ່​ສຳຄັນໆ​ຂອງ​ຈີນໃນ​ວັນ​ພະຫັດ​ມື້​ນີ້ ​ຊຶ່ງ​ໂຮມ​ທັງການພາດ​ຫົວຂໍ້​ຂ່າວໜ້າ​ທຳ​ອິດ ທັງ​ສະບັບ​ທີ່​ພິມ​ເຜີຍ​ແຜ່ເປັນ​ພາສາ​ຈີນ​ແລະ​ສະບັບ​ທີ່​ອອກ​ທາງ ​ອິນ​ເທີແນັດ​ເປັນ​ພາສາ​ອັງກິດຂອງ​ໜັງ​ສື​ພິມ Global Times ທີ່​ຄວບ​ຄຸມ ​ໂດຍ​ພັກ​ຄອມ​ມີ​ວນີສຈີນ​ນັ້ນ.

Experts Say NSA Leak Damage Could be Significant
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG